ຜັກແຕ່ລະສີ ມີປະໂຫຍດຕ່າງກັນ - ອິດສະຫຼະ

ຜັກແຕ່ລະສີ ມີປະໂຫຍດຕ່າງກັນ



ການກິນຜັກ ແລະ ໝາກໄມ້ດີຕໍ່ສຸຂະພາບຫຼາຍຢ່າງ ໄດ້ທັງວິຕາມິນ ແລະ ເກືອແຮ່ ນອກຈາກຊ່ວຍເສີມສ້າງຄວາມແຂງແຮງໃຫ້ກັບຮ່າງກາຍແລ້ວ ໃນຜັກແຕ່ລະຊະນິດຍັງມີສີສັນທີ່ແຕກຕ່າງກັນ ເຮັດໃຫ້ໜ້າກິນບໍ່ວ່າຈະເປັນສີແດງ, ຂຽວ, ສົ້ມ, ມ້ວງ ແລະ ຂາວ ແຕ່ລະສີໃຫ້ຄຸນຄ່າທາງອາຫານແບບໃດແດ່ລອງມາອ່ານເບິ່ງນຳກັນ

- ສີບົວຈົນເຖິງສີແດງ
ໄລໂຄພີນ ເປັນສານສີແດງໃນຜັກ ແລະ ໝາກໄມ້ຈຳພວກໝາກໂມ, ໝາກເລັ່ນ ໃນຂະນະທີ່ສານບີຕາແຄໂຣທີນທີ່ສ້າງສີແດງໃນໝາກພິລາ ແລະ ຯລຯ ສານທັງ 2 ຊະນິດເປັນສານຕ້ານອະນຸມູນອິດສະຫຼະທີ່ຮູ້ຈັກກັນດີວ່າສານມາດປ້ອງກັນການເກີດໂລກມະເຮັງໄດ້ຫຼາຍຊະນິດ; ໝາກເລັ່ນສຸກຈະໃຫ້ໄລໂຄພີນສູງກວ່າໝາກເລັ່ນດິບ ແລະ ການກິນໄຂມັນເລັກໜ້ອຍ (ເຊັ່ນ: ນ້ຳມັນໝາກກອກ) ຈະຊ່ວຍໃຫ້ຮ່າງກາຍດູດຊຶມໄລໂຄພີນໄດ້ດີຍິ່ງຂຶ້ນ

- ສີສົ້ມ
ຜັກ ແລະ ໝາກໄມ້ທີ່ມີສີສົ້ມເຊັ່ນ: ໝາກຫຸ່ງສຸກ, ຫົວກາລົດ ມີສານບີຕາແຄໂຣທີນ ທີ່ສາມາດຕ້ານອະນຸມູນອິດສະຫຼະ ທີ່ເປັນຕົວການກໍ່ໃຫ້ເກີດໂລກມະເຮັງ ກະຊວງກະສິກຳຂອງສະຫະລັດ ອາເມຣິກາເປີດເຜີຍວ່າ ການກິນຫົວກາລົດມື້ລະ 2-3 ຫົວ ຈະຊ່ວຍຫຼຸດລະດັບຄໍເລສເຕີຣໍໃນເລືອດ, ສ່ວນຄົນທີ່ມີຜິວຂາວຈືດ (ຊີດ) ເມື່ອກິນໝາກຫຸ່ງສຸກ ຫຼື ຫົວກາລົດ ເປັນປະຈຳ ຜິວຈະມີສີເຫຼືອງນວນສວຍງາມຂຶ້ນ ເຊິ່ງການເປັນໝາກຫຸ່ງສຸກຫາມເປັນເວລາ 2 ປີ ຈະຊ່ວຍຫຼົດການເກີດຝ້າເທິງໜ້າໃຫ້ຈາງລົງໄດ້ ໂດຍທີ່ບໍ່ຕ້ອງຊື້ຄີມມາທາໃຫ້ສິ້ນເປື້ອງ

- ສີເຫຼືອງ
ລູທີນ ຄືສານສີເຫຼືອງທີ່ໃຫ້ສີສັນແກ້ໝາກສາລີ ຊ່ວຍປ້ອງກັນຄວາມເສື່ອມຂອງຈຸດສີ ຫຼື ແສງສີຂອງເຣຕິນ້າດວງຕາ ເຊິ່ງເປັນສາເຫດໜຶ່ງທີ່ເຮັດໃຫ້ຜູ້ສູງອາຍຸເບິ່ງບໍ່ເຫັນ

- ສີຂຽນ
ຄໍໂຣຟິນ ເປັນສານທີ່ໃຫ້ສີຂຽນໃນຜັກຕ່າງໆ ທີ່ມີສີຂຽນເຂັ້ມເຊັ່ນ: ຜັກຕຳນິນ, ຜັກກາດນາ, ຜັກໜອກ ເປັນຕົ້ນ ຜັກຍິ່ງມີສີຂຽວຫຼາຍກໍ່ຈະມີຄໍໂຣຟິນຫຼາຍເທົ່ານັ້ນ ໂດຍນັກວິທະຍາສາດພົບວ່າ ເມື່ອຄໍໂຣຟິນຖືກຍ່ອຍແລ້ວ ຈະມີພະລັງໃການປ້ອງກັນມະເຮັງຫຼາຍຂຶ້ນ ທັງຍັງຊ່ວຍກຳຈັດກິ່ນເໝັນຕ່າງໆໃນໂຕຄົນ ເຊິ່ງຄຸນນະພາບດີກວ່ານ້ຳຫອມທີ່ເຮົາໃຊ້ຢູ່ຫຼາຍ

- ສີຟ້າໄປຈົນເຖິງສີມ້ວງ
ສານແອນໂທໄຊຢານິນ ເປັນສານທີ່ຢູ່ໃນພືດສີມ້ວງເຊັ່ນ: ດອກອັນຊັນ, ໝາກເຂືອສີມ້ວງ ຯລຯ ນັກວິທະຍາສາດພົບວ່າຄຸນສົມບັດຂອງແອນໂທໄຊຍານິນ ຈະຊ່ວຍຢຸດຢັ້ງການເກີດມະເຮັງ ແລະ ຍັງອອກລິດໃນການຂະຫຍາຍຫຼອດເລືອດ ຊ່ວຍຫຼຸດຄວາມສ່ຽງໃນການເປັນໂລກຫົວໃຈ ແລະ ໂລກອຳມະພາດ

- ສີຂາວ
ຜັກ ແລະ ໝາກໄມ້ທີ່ມີສີຂາວ ຈະອຸດົມໄປດ້ວຍສານອັນລິຊິນ ເຊິ່ງຊ່ວຍດ້ານການເກີດເນື້ອຮ້າຍ ໂຕທີ່ກໍ່ໃຫ້ເກີດມະເຮັງຕໍ່ໄປ

ສານຕ່າງໆລ້ວນແຕ່ມີປະໂຫຍດ ເຖິງແນວໃດກໍ່ຕ້ອງຄວນກິນອາຫານໃຫ້ຄົບ 5 ໝູ່ ແລະ ຫຼາກຫຼາຍສີສັນ ເພາະຕ່າງສີຕ່າງຊະນິດຕ່າງມີກໍ່ມີຄຸນຄ່າທາງອາຫານບໍ່ຄືກັນ ຍິ່ງກິນຫຼາກຫຼາຍສີສັນກໍ່ເທົ່າກັບໄດ້ຮັບສານອາຫານທີ່ເປັນພູມຕ້ານທານໂລກເພີ່ມຫຼາຍຂຶ້ນ

No comments

Powered by Blogger.