ຊ່ອງທາງຫາເງິນ Facebook ກຽມເພີ່ມໂຄສະນາໃນວິດີໂອພ້ອມແບ່ງລາຍໄດ້ໃຫ້ຜູ້ Post - ອິດສະຫຼະ

ຊ່ອງທາງຫາເງິນ Facebook ກຽມເພີ່ມໂຄສະນາໃນວິດີໂອພ້ອມແບ່ງລາຍໄດ້ໃຫ້ຜູ້ Post



ລາຍງານຈາກສື່ຕ່າງປະເທດເປີດເຜີຍວ່າ facebook ກຳລັງກຽມການສຳລັບເພີ່ມໂຄສະນາຂັ້ນລະຫວ່າງການຫຼິ້ນວິດີໂອ ບໍ່ໄດ້ຈະສະແດງໂຄສະນາເທົ່ານັ້ນແຕ່ຈະມອບເງິນໃຫ້ກັບຜູ້ໂພສດ້ວຍເຊັ່ນກັນ.

ລັກສະນະການແຊກໂຄສະນາຄື ຈະເລີ່ມເມື່ອວິດີໂອຫຼິ້ນໄປໄດ້ປະມານ 20 ວິນາທີ ຈາກນັ້ນໂຄສະນາກໍ່ຈະສະແດງຂັ້ນແລ້ວຈຶ່ງສາມາດຫຼິ້ນສ່ວນທີ່ເຫຼືອຂອງວິດີໂອຕໍ່ໄປ ໃນສ່ວນຂອງລາຍໄດ້ facebook ຈະແບ່ງລາຍໄດ້ 55% ໃຫ້ກັບເຈົ້າຂອງໂພສ ຫຼື ວິດີໂອ ເຊິ່ງເທົ່າກັບສ່ວນແບ່ງທີ່ Youtube ໃຫ້ກັບເຈົ້າຂອງຊ່ອງໃນ Youtube

ວິດີໂອເລີ່ມມີບົດບາດໃນ facebook ຫຼາຍຂຶ້ນເມື່ອບໍ່ພໍເທົ່າໃດປີທີ່ຜ່ານມາ ໂດຍສະເພາະໃນປີ 2016, facebook ລະບຸວ່າມີຜູ້ໃຊ້ງານເຂົ້າເບິ່ງວິດີໂອໃນ facebook ຫຼາຍກວ່າ 100 ລ້ານຊົ່ວໂມງຕໍ່ມື້

ເຖິງຢ່າງໃດກໍ່ຕາມການສະແດງໂຄສະນາພາຍໃນວິດີໂອຂອງ facebook ຈະສະແດງພຽງຄັ້ງດຽວເທົ່ານັ້ນ ເມື່ອມາເບິ່ງອີກຮອບໜຶ່ງຈະບໍ່ສະແດງໂຄສະນາອີກ ແລະ ເງື່ອນໄຂໃນການສະແດງໂຄສະນາພາຍໃນວິດີໂອນັ້ນໆຈະຕ້ອງມີຄວາມຍາວຫຼາຍກວ່າ 90 ວິນາທີຂຶ້ນໄປ.

No comments

Powered by Blogger.