Google ກຽມຍົກເລີກໂຄສະນາ 30 ວິນາທີແບບຂ້າມບໍ່ໄດ້ຢູ່ Youtube ໃນປີ 2018 - ອິດສະຫຼະ

Google ກຽມຍົກເລີກໂຄສະນາ 30 ວິນາທີແບບຂ້າມບໍ່ໄດ້ຢູ່ Youtube ໃນປີ 2018



Google ໄດ້ປະກາດຢຸດຕິການໂຄສະນາ 30 ວິນາທີແບບທີ່ບໍ່ສາມາດກົດຂ້າມໄດ້ສຳລັບ Youtube ໃນປີ 2018 ໂຄສົກຂອງ Google ໄດ້ກ່າວວ່າ "ພວກເຮົາໄດ້ຕັດສິນໃຈຈຸຢຸດຕິການໂຄສະນາ 30 ວິນາທີແບບກົດຂ້າມບໍ່ໄດ້ໃນປີ 2018 ແລະ ຈະຫາຮູບແບບການໂຄສະນາແບບໃໝ່ທີ່ເປັນຜົນດີຕໍ່ທັງຜູ້ໃຊ້ ແລະ ຜູ້ໂຄສະນາມາທົດແທນ"

Youtube ຈະປ່ຽນໂຄສະນາເປັນ 6 ວິນາທີແບບກົດຂ້າມບໍ່ໄດ້ແທນ ເຊິ່ງເປັນຮູບແບບການໂຄສະນາທີ່ເລີ່ມໃຊ້ມາຕັ້ງແຕ່ປີ 2016 ໂດຍຄາດວ່າຈະຕອບສະໜອງຕໍ່ຜູ້ໃຊ້ໄດ້ຫຼາຍກວ່າເດີມ

ນັກວິເຄາະຕີລາຄາວ່າການທີ່ Google ຕັດສິນໃຈເຊັ່ນນັ້ນເພາະເປັນຫ່ວງກ່ຽວກັບ Facebook ທີ່ມີນະໂຍບາຍດ້ານວິດີໂອທີ່ອາດຕອບສະໜອງຕໍ່ຜູ້ໃຊ້ໄດ້ດີກວ່າໃນອະນາຄົດ.

No comments

Powered by Blogger.