ສະຫະລັດອາເມຣິກາ ໂຈມຕີເມືອງໂມຊຸນ ອາທິດດຽວປະຊາຊົນເສຍຊີວິດກວ່າ 200 ຄົນ - ອິດສະຫຼະ

ສະຫະລັດອາເມຣິກາ ໂຈມຕີເມືອງໂມຊຸນ ອາທິດດຽວປະຊາຊົນເສຍຊີວິດກວ່າ 200 ຄົນ



ສຳນັກຂ່າວຕ່າງປະເທດລາຍງານ 25 ມີນາ 2017 ວ່າ: ກະຊວງປ້ອງກັນປະເທດສະຫະລັດອາເມຣິກາອອກຖະແຫຼງວ່າ ກຳລັງກວດສອບລາຍງານຜົນຂອງປະຕິບັດການໂຈມຕີທາງອາກາດເຊິ່ງເກີດຂຶ້ນຫຼາຍຄັ້ງລະຫວ່າງວັນທີ 17-23 ມີນາ ທີ່ຜ່ານມາ ບໍລິເວນເມືອງໂມຊຸນ ເຊິ່ງເປັນເມືອງໃຫຍ່ທາງພາກເໜືອຂອງອິຣັກ ສື່ໝາຍສຳນັກລາຍງານນຳນວນຜູ້ເສຍຊີວິດອາດຫຼາຍກວ່າ 200 ຄົນ ແລະ ສ່ວນໃຫຍ່ເປັນປະຊາຊົນ.


ເຖິງຢ່າງໃດກໍ່ຕາມ ຖະແຫຼງການຂອງລັດຖະບານສະຫະລັດລະບຸວ່າ "ການກວດສອບຕ້ອງໃຊ້ເວລາ" ໂດຍກອງທັບສະຫະລັດເຄີຍເປີດເຜີຍຂໍ້ມູນພຽງຄັ້ງດຽວ ກ່ຽວກັບການເສຍຊີວິດຂອງປະຊາຊົນຈາກປະຕິບັດການໂຈມຕີທາງອາກາດໃນອິຣັກ ແລະ ຊີຣີນັບຕັ້ງແຕ່ກາງປີ 2014 ວ່າເສຍຊີວິດແຕ່ 220 ຄົນເທົ່ານັ້ນ ແຕ່ຫຼາຍຝ່າຍເຊື່ອວ່າຕົວເລກຈິງສູງກວ່ານັ້ນຫຼາຍ.


ຂະນະທີ່ອົງການສະຫະປະຊາຊາດ ອອກຖະແຫຼງການສະແດງຄວາມເປັນຫ່ວງຕໍ່ຂໍ້ມູນດັ່ງກ່າວເຊັ່ນກັນ ແລະ ຢືນຢັນຈະກວດສອບຄູ່ຂະໜານໄປດ້ວຍ ພ້ອມທັງປະເມີນວ່າຍັງມີປະຊາຊົນອີກຫຼາຍກວ່າ 400,000 ຄົນຕິດຄ້າງຢູ່ໃນຝັ່ງຕາເວັນຕົກຂອງເມືອງໂມຊຸນ ແລະ ປະຊາຊົນອີກບໍ່ຕ່ຳກວ່າ 1,000 ຄົນ ຕ້ອງເຂົ້າຮັບການປົວແປງຈິດໃຈ ນັບຕັ້ງແຕ່ກອງທັບອິຣັກເຊິ່ງໄດ້ຮັບການສະໜັບສະໜູນຈາກການໂຈມຕີທາງອາກາດໂດຍການປະຕິບັດການຂອງກອງທັບສະຫະລັດ ປິດລ້ອມຝັ່ງຕາເວັນຕົກຂອງເມືອງໂມຊຸນນັບຕັ້ງແຕ່ວັນທີ 19 ກຸມພາ ເປັນຕົ້ນມາ ເພື່ອຂັບໄລ່ກຸ່ມ ISIS ອອກຈາກເຂດດັ່ງກ່າວ ພາຍຫຼັງສາມາດປົດປ່ອຍຝັ່ງຕາເວັນອອກຂອງເມືອງໄດ້ເມື່ອເດືອນ ມັງກອນ ຜ່ານມາ.


No comments

Powered by Blogger.