ແຈ້ງການດ່ວນ....! ເລື່ອງເຕືອນໄພພາຍຸລະດູຮ້ອນ ຈາກສຳນັກງານນາຍົກ. - ອິດສະຫຼະ

ແຈ້ງການດ່ວນ....! ເລື່ອງເຕືອນໄພພາຍຸລະດູຮ້ອນ ຈາກສຳນັກງານນາຍົກ.





ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ ດັ່ງນີ້: ມວນອາກາດໜາວເຢັນຈາກ ສປ.ຈີນ ຈະເພີ່ມກຳລັງແຮງຂຶ້ນຕື່ມອີກເທື່ອໃໝ່ ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວສົມທົບກັບ 2 ກະແສລົມຕາເວັນອອກສຽງໃຕ້ ແລະ ລົມຕາເວັນຕົກ-ຕາເວັນຕົກສຽງໃຕ້ ພັດປົກຄຸມໃນໄລຍະ ວັນທີ 25-27 ມີນາ 2017 ເຮັດໃຫ້ເກີດມີແລວປະທະຂອງມວນອາກາດຮ້ອນ ແລະ ອາກາດເຢັນ. ເຊິ່ງຈະເຮັດໃຫ້ມີລົມພາຍຸລະດູຮ້ອນເກີດຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນຕົກລົງຫາພາກກາງ ແລະ ພາກໃຕ້

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງພໍ່ແມ່ປະຊາຊົນ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນທີ່ອາໄສຢູ່ແຂວງຊຽງຂວາງ, ບໍ່ແກ້ວ, ຫຼວງພະບາງ,​ ໄຊຍະບູລີ, ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ຈຳປາສັກ ຈົ່ງມີສະຕິກຽມພ້ອມຮັບມື້ກັບສະພາບຝົນຕົກຟ້າຮ້ອງຟ້າເຫຼື້ອມ, ໝາກເຫັບຕົກ, ລົມພັດແຮງທີ່ອາດຈະເຮັດໃຫ້ມີຕົ້ນໄມ້ຫັກ, ເສົາໄຟຟ້າຫັກ ແລະ ເຮືອນຊານເປ່ເພ.

ຂໍໃຫ້ຫຼີກລ້ຽງການຈອດລົດໃກ້ຕົ້ນໄມ້ໃຫຍ່ ຫຼື ສິ່ງກໍ່ສ້າງທີ່ບໍ່ແຂງແຮງເພາະຕົ້ນໄມ້ ຫຼື ສິ່ງປຸກຮ້າງອາດຈະຫັກ ຫຼື ລົ້ມທັບໄດ້, ພ້ອມນີ້ໃຫ້ຕິດຕາມການລາຍງານສະພາບອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງເປັນປະຈຳ.



No comments

Powered by Blogger.