ເກົາຫຼີເໜືອສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 85 ປີ - ອິດສະຫຼະ

ເກົາຫຼີເໜືອສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 85 ປີ



ສຳນັກຂ່າວຕ່າງປະເທດລາຍງານ 25 ເມສາ 2017 ວ່າ: ເກົາຫຼີເໜືອສະເຫຼີມສະເຫຼອງວັນສ້າງຕັ້ງກອງທັບປະຊາຊົນເກົາຫຼີເໜືອຄົບຮອບ 85 ປີ ໃນມື້ນີ້ (25 ເມສາ) ກ່ອນໜ້າທີ່ມີການຄາດການວ່າ ເກົາຫຼີເໜືອອາດຈະມີການທົດສອບອາວຸດນິວເຄຼຍຄັ້ງທີ 6 ຫຼື ຍິງຂີປະນາວຸດເນື່ອງໃນໂອກາດວັນສ້າງຕັ້ງກອງທັບ ແຕ່ບໍ່ມີເຫດການດັ່ງກ່າວເກີດຂຶ້ນຈົນເຖິງຕອນທ່ຽງທີ່ຜ່ານມາ.

ສ່ວນສຳນັກຂ່າວ YTN ຂອງເກົາຫຼີໃຕ້ລາຍງານໂດຍອ້າງແຫຼ່ງຂ່າວລັດຖະບານທີ່ບໍ່ໄດ້ຮັບການເປີດເຜີຍຊື່ລະບຸວ່າ: ເກົາຫຼີເໜືອມີພຽງການຊ້ອມຍິງປືນໃຫຍ່ ໃນໂອກາດສະເຫຼີມສະຫຼອງດັ່ງກ່າວ

No comments

Powered by Blogger.