ທ່ານນາຍົກລັດຖະມົນຕີ ຕ້ອນຮັບການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີຫວຽດນາມ - ອິດສະຫຼະ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີຫວຽດນາມ



ໃນໂອກາດທີ່ທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນຕອນເຊົ້າວັນທີ 26 ເມສາ 2017 ທີ່ສຳນັກ ງານນາຍົກລັດຖະມົນຕີ ໄດ້ມີພິທີພົບປະສອງຝ່າຍ ລາວ ແລະ ຫວຽດນາມ, ເຊິ່ງຝ່າຍລາວ ນຳໂດຍທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຝ່າຍຫວຽດນາມ ນຳໂດຍທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ.

ການພົບປະຄັ້ງນີ້, ສອງຝ່າຍ ໄດ້ສະແດງຄວາມປິຕິຊົມຊື່ນ ແລະ ເອກອ້າງທະນົງໃຈ ເປັນຢ່າງຍິ່ງ ທີ່ເຫັນວ່າ ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມ ມືຮອບດ້ານລະຫວ່າງ ລາວ-ຫວຽດນາມ ສືບຕໍ່ໄດ້ຮັບການເສີມຂະຫຍາຍ ເຂົ້າສູ່ລວງເລິກ, ແທດເໝາະຕົວຈິງ ແລະ ມີປະສິດທິຜົນ ໃນທຸກຂົງເຂດ, ປະກອບສ່ວນເຂົ້າໃນການພັດທະນາຄວາມວັດທະ ນາຖາວອນ ຂອງແຕ່ລະປະເທດ ກໍ່ຄື ເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາພາກພື້ນ ແລະ ໃນໂລກ; ພ້ອມກັນນັ້ນ ສອງຝ່າຍ ກໍ່ໄດ້ປຶກສາຫາລືກັນ ຢ່າງກົງໄປກົງມາດ້ວຍຄວາມຈິງໃຈ ກ່ຽວກັບ ການຈັດຕັ້ງຜັນຂະຫຍາຍເນື້ອໃນ ຂອງຖະແຫຼງການຮ່ວມ ແລະ ຂໍ້ຕົກລົງຂັ້ນສູງຕ່າງໆ ໂດຍສະເພາະແມ່ນ ຜົນກອງປະຊຸມຄັ້ງທີ 39 ຂອງຄະນະກຳມະ ການຮ່ວມມືທະວີພາຄີຂອງ ສອງລັດຖະບານ ແລະ ຈະສືບຕໍ່ເສີມຂະຫຍາຍ ການຈັດຕັ້ງປະຕິບັດການຮ່ວມມືໃນຕໍ່ໜ້າ ໃຫ້ມີປະສິດທິຜົນສູງກວ່າເກົ່າ.

ພ້ອມນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລືກັນ ໃນບັນຫາອັນພົ້ນເດັ່ນ ທີ່ເກີດຂຶ້ນຢູ່ເຂດ ພາກພື້ນ ແລະ ສາກົນ ທີ່ສອງຝ່າຍ ມີຄວາມສົນໃຈ, ພ້ອມທັງ ຢືນຢັນສືບຕໍ່ການປະສານສົມທົບກັນຢ່າງແໜ້ນແຟ້ນ ຢູ່ໃນເວທີພາກພື້ນ ແລະ ສາກົນ ໂດຍສະ ເພາະ ຢູ່ສະຫະປະຊາຊາດ, ອາຊຽນ ແລະ ບັນດາ ກົນໄກການຮ່ວມມື ໃນອະນຸພາກພື້ນອື່ນໆ. ໃນໂອກາດພົບປະຄັ້ງນີ້ ສອງຝ່າຍໄດ້ບັນລຸ ຂໍ້ຕົກລົງໃນລະດັບສູງ ແລະ ໄດ້ຮ່ວມກັນເປັນສັກຂີພິຍານ ການລົງນາມເອກະສານຮ່ວມມືກັນ ຈຳນວນ 9 ສະບັບ ຄື:

1. ຂໍ້ຕົກລົງ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ແລະ ກະຊວງຄົມມະນາຄົມ ແລະ ຂົນສົ່ງ ແຫ່ງ ສສ ຫວຽດນາມ ວ່າດ້ວຍການຮ່ວມລົງທຶນ ເພື່ອພັດທະນາ ທ່າເຮືອຫວຸງອ່າງ (ທ່າທຽບເຮືອ 1, 2 ແລະ 3) ເປັນທ່າເຮືອ ລາວ-ຫວຽດນາມ;

2. ຂໍ້ຕົກລົງ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ແລະ ກະຊວງຄົມມະນາຄົມ ແລະ ຂົນສົ່ງ ແຫ່ງ ສສ ຫວຽດນາມ ວ່າດ້ວຍການລົງທຶນກໍ່ສ້າງ ເສັ້ນທາງລົດໄຟ ວຽງຈັນ-ທ່າແຂກ-ມາຢູ-ເຕີນເອີບ-ຫວຸງອ່າງ;

3. ຂໍ້ຕົກລົງ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ແລະ ກະຊວງຄົມມະນາຄົມ ແລະ ຂົນສົ່ງ ແຫ່ງ ສສ ຫວຽດນາມ ວ່າດ້ວຍການລົງທຶນກໍ່ສ້າງ ເສັ້ນທາງພູທິດເຜິ້ງ, ແຂວງຫຼວງພະບາງ ຫາຊາຍແດນນາຊອນ ຕິດກັບເມືອງດຽນບຽນ, ແຂວງດຽນບຽນ, ສສ ຫວຽດນາມ;

4. ຂໍ້ຕົກລົງ ລະຫວ່າງ ກະຊວງ ໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ແລະ ກະຊວງຄົມມະນາຄົມ ແລະ ຂົນສົ່ງ ແຫ່ງ ສສ ຫວຽດນາມ ວ່າດ້ວຍການສຶກສາຄວາມເປັນໄປໄດ້ (FS) ບັນດາໂຄງການ: ໂຄງການຍົກລະດັບເສັ້ນທາງ 18B, ແຂວງອັດຕະປື; ເສັ້ນທາງມາແຕ່ບ້ານປຸ່ງທ່າ-ລຽບແມ່ນ້ຳທາມາ-ເພຍລີ, ແຂວງໄຊສົມບູນ; ເສັ້ນທາງແຕ່ແຂວງໄຊສົມບູນ-ເຕເບເລ-ພູກ່ອງເຂົ້າ -ຊ້ຳຫໍ້ປາດົງ, ແຂວງໄຊສົມບູນ ສປປ ລາວ;

5. ອະນຸສັນ ຍາ ເພື່ອປັບປຸງສັນຍາ ວ່າດ້ວຍສິນຄ້າຜ່ານແດນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ໃນປີ 2009;

6. ອະນຸສັນຍາ ວ່າດ້ວຍການຮ່ວມມືທາງດ້ານການສຶກສາ ລະຫວ່າງ ລັດຖະບານສອງປະເທດ ວ່າດ້ວຍການສ້າງບຸກຄະລາກອນ;

7. ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສສ ຫວຽດນາມ ກ່ຽວກັບ ໂຄງການກໍ່ສ້າງສາງພັກນໍ້າມັນ ທ່າເຮືອຮ່ອນລາ ແລະ ລະບົບທໍ່ສົ່ງນໍ້າມັນ ຮ່ອນລາ-ຄຳມ່ວນ;

8. ຂໍ້ຕົກລົງການຮ່ວມມື ລະຫວ່າງ ສອງກະຊວງການເງິນ ລາວ ແລະ ຫວຽດນາມ 2017; ແລະ

9. ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຊື້ຂາຍໄຟຟ້າ ຈາກໂຮງງານໄຟຟ້າພະລັງຄວາມຮ້ອນ ເຊກອງ ລະຫວ່າງ ກຸ່ມບໍລິສັດພະລັງງານໄຟຟ້າ ຫວຽດນາມ ແລະ ກຸ່ມບໍລິສັດ ພອນສັກລາວ.

No comments

Powered by Blogger.