ດ່ວນ...! ສະຫະລັດອາເມຣິກາ ທົດສອບຂີປະນາວຸດຂ້າມທະວີບ - ອິດສະຫຼະ

ດ່ວນ...! ສະຫະລັດອາເມຣິກາ ທົດສອບຂີປະນາວຸດຂ້າມທະວີບ



ສຳນັກຂ່າວ RT ລາຍງານ 26 ເມສາ 2017 ວ່າ: ເມື່ອເວລາ 12:03 ນາທີ ຕາມເວລາທ້ອງຖິ່ນ ສະຫະລັດໄດ້ທົດສອບຂີປະນາວຸດຂ້າມທະວີບ Minuteman III ຈາກຖານທັບອາກາດແວນແດນເບີກ ໃນລັດຄາລິຟໍເນຍ

ຂີປະນາວຸດຂ້າມທະວີບ Minuteman III ມີໄລຍະການຍິງຢ່າງໜ້ອຍ 5,500 ກິໂລແມັດ ແລະ ມີຄວາມໄວກວ່າ 23,000 ກິໂລແມັດຕໍ່ຊົ່ວໂມງ ຫຼື ສາມາດເດີນທາງຈາກນະຄອນຫຼວງຂອງລັດເຊຍເຖິງສະຫະລັດໃນເວລາໜ້ອຍກວ່າ 30 ນາທີ.

ການທົດສອບຂີປະນາວຸດຂ້າມທະວີບ ຄັ້ງນີ້ເກີດຂຶ້ນທ່າມກາງຄວາມເຄັ່ງຕຶງໃນແຫຼມເກົາຫຼີ ດ້ານໂຄສົກກອງບັນຊາການເພື່ອການໂຈມຕີທົ່ວໂລກຂອງກອງທັບອາກາດສະຫະລັດໄດ້ອອກມາເປີດເຜີຍວ່າ ການທົດສອບຂີປະນາວຸດຂ້າມທະວີບຄັ້ງນີ້ ເປັນໄປຕາມກຳນດການທີ່ໄດ້ຖືກວາງໄວ້ລ່ວງໜ້າ ແລະ ບໍ່ມີສ່ວນກ່ຽວຂ້ອງກັບສະຖານະການໃນແຫຼມເກົາຫຼີ ພ້ອມທັງຢໍ້າວ່າ ກອງທັບສະຫະລັດ ທົດສອບຂີປະນາວຸດເປັນປະຈຳສະໝໍ່າສະເໝີ.

ເຖິງຢ່າງໃດກໍ່ຕາມ ຫຼາຍຝ່າຍໄດ້ຕັ້ງຂໍ້ສົງເສດວ່າ ການທົດສອບຂີປະນາວຸດຂ້າມທະວີຂອງສະຫະລັດໃນຄັ້ງນີ້ ເກີດຂຶ້ນຂະນະທີ່ກອງທັບສະຫະລັດ ແລະ ເກົາຫຼີໃຕ້ກຳລັງຢູ່ລະຫວ່າງການຊ້ອມຮົບຮ່ວມກັນເປັນເວລາ 11 ວັນ.

No comments

Powered by Blogger.