ເກົາຫຼີເໜືອ ຮຽກຮ້ອງໃຫ້ "ອາຊຽນ" ສະໜັບສະໜູນ ກໍລະນີຄວາມຂັດແຍ່ງກັບສະຫະລັດ - ອິດສະຫຼະ

ເກົາຫຼີເໜືອ ຮຽກຮ້ອງໃຫ້ "ອາຊຽນ" ສະໜັບສະໜູນ ກໍລະນີຄວາມຂັດແຍ່ງກັບສະຫະລັດ


\
ສຳນັກຂ່າວ AFP ລາຍງານ 27 ເມສາ 2017 ວ່າ: ເກົາຫຼີເໜືອຮຽກຮ້ອງໃຫ້ປະເທດສະມາຊິກສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ ຫຼື ອາຊຽນ ສະໜັບສະໜູນເກົາຫຼີເໜືອໃນກໍລະນີທີ່ເກີດຄວາມຂັດແຍ່ງກັບສະຫະລັດອາເມຣິກາ ເພື່ອປ້ອງກັນສິ່ງທີ່ເກົາຫຼີເໜືອເຕືອນວ່າ "ອາດຈະເກີດການທຳລາຍລ້າງດ້ວຍອາວຸດນິວເຄຼຍ"

ທ່ານ ຣີ ຢອງ-ໂຮ ລັດຖະມົນຕີກະຊວງການຕ່າງປະເທດເກົາຫຼີເໜືອ ໄດ້ສົ່ງຈົດໝາຍໄປເຖິງເລຂາທິການອາຊຽນ ໂດຍເຕືອນວ່າ: ສະຖານະການໃນແຫຼມເກົາຫຼີຢູ່ໃນຂັ້ນທີ່ຖືວ່າສ່ຽງທີ່ຈະເກີດສົງຄາມແລ້ວ ເຊິ່ງເປັນຜົນມາຈາກການກະທຳຂອງສະຫະລັດ ທ່ານ ຣີ ຍັງຮຽກຮ້ອງໃຫ້ເລຂາທິການອາຊຽນ ແຈ້ງໄປຍັງລັດຖະມົນຕີຕ່າງປະເທດຂອງປະເທດສະມາຊິກອາຊຽນກ່ຽວກັບສະຖານະການຂັ້ນຮ້າຍແຮງໃນແຫຼມເກົາຫຼີ ແລະ ນຳສະເໜີຂໍ້ແນະນຳທີ່ເໝາະສົມແກ່ຊາດສະມາຊິກ.

ໃນຂະນະດຽວກັນ ໃນຈົດໝາຍສະບັບດັ່ງກ່າວ ລັດຖະມົນຕີຕ່າງປະເທດເກົາຫຼີເໜືອ ຍັງວິພາກວິຈານການຊ້ອມຮົບລະຫວ່າງສະຫະລັດອາເມຣິກາ ແລະ ເກົາຫຼີໃຕ້ອີກດ້ວຍ.

ເຊິ່ງສຳນັກຂ່າວ AFP ໄດ້ຮັບສຳເນົາຈົດໝາຍສະບັບດັ່ງກ່າວຂອງລັດຖະມົນຕີຕ່າງປະເທດເກົາຫຼີເໜືອ ທີ່ລົງວັນທີ 23 ມີນາ 2017 ກ່ອນໜ້າທີ່ຈະມີການປະຊຸມສຸດຍອດອາຊຽນ ທີ່ນະຄອນຫຼວງມະນິລາ ປະເທດຟິລິບປິນໃນອາທິດນີ້ ແລະ ຄາດວ່າໃນທີ່ປະຊຸມຈະຍົກບັນຫາດັ່ງກ່າວຂຶ້ນມາປຶກສາຫາລືຮ່ວມກັນ.

ໃນຈົດໝາຍດັ່ງກ່າວ ທ່ານ ຣີ ຍັງກ່າວວ່າ ຫວັງວ່າອາຊຽນ ທີ່ໃຫ້ຄວາມສຳຄັນຢ່າງຍິ່ງກັບສັນຕິພາບ ແລະ ສະຖຽນລະພາບໃນພູມມິພາກ ຈະມີຈຸດຢືນໃນບັນຫາເລື່ອງການຊ້ອມຮົບລະຫວ່າງສະຫະລັດກັບເກົາຫຼີໃຕ້ຢ່າງເປັນທຳ ແລະ ສະແດງບົດບາດໃນການປົກປ້ອງສັນຕິພາບ ແລະ ຄວາມປອດໄພຂອງແຫຼມເກົາຫຼີ.

No comments

Powered by Blogger.