ລັດເຊຍປະສົບຄວາມສຳເລັດໃນການທົດລອງບິນຍົນໂດຍສານ ລຸ້ນທຳອິດຫຼັງຍຸກສະຫະພາບໂຊວຽດ - ອິດສະຫຼະ

ລັດເຊຍປະສົບຄວາມສຳເລັດໃນການທົດລອງບິນຍົນໂດຍສານ ລຸ້ນທຳອິດຫຼັງຍຸກສະຫະພາບໂຊວຽດ



ສຳນັກຂ່າວຕ່າງປະເທດລາຍງານ 29 ພຶດສະພາ 2017 ວ່າ: ບໍລິສັດ Irkut  ໜຶ່ງໃນຜູ້ຜະລິດຍົນໂດຍສານລາຍໃຫຍ່ຂອງລັດເຊຍ ພາຍໃຕ້ການຄຸມຄອງຂອງບໍລິສັດ United Aircraft Corporation (UAC) ເຊິ່ງເປັນລັດວິສາຫະກິດດ້ານອາກາດສະຍານຂອງລັດຖະບານລັດເຊຍ ລາຍງານຄວາມສຳເລັດໃນການບິນທົດລອງຍົນໂດຍສານຂະໜາດກາງແບບ MS-21-300 ໂດຍການທົດລອງຖ້ຽວບິນທຳອິດແມ່ນຢູ່ທີ່ເມືອງ Irkut ເມື່ອວັນອາທິດທີ່ຜ່ານມາ ເຊິ່ງຍົນລອຍລຳຢູ່ລະດັບຄວາມສູງ 1,000 ແມັດ, ເປັນເວລາຕໍ່ເນື່ອງ 30 ນາທີ ແລະ ໃຊ້ຄວາມໄວ 300 ກິໂລແມັດ/ຊົ່ວໂມງ.

ຍົນໂດຍສານລຸ້ນດັ່ງກ່າວເປັນໜຶ່ງໃນຍົນຕະກູນ MS-21 ຂັບເຄື່ອນດ້ວຍເຄື່ອງຈັກ 2 ເຄື່ອງ, ໂດຍ MS-21-300 ສາມາດຮອງຮັບຜູ້ໂດຍສານໄດ້ 160-211 ບ່ອນນັ່ງ, ແລະ ອີກຢ່າງໜຶ່ງບາງຄັ້ງອາດສັບສົນເພາະອີງຕາມລະບົບຕົວອັກສອນພາສາລັດເຊຍສາມາດຮຽກຍົນ MS-21 ວ່າ MC-21 ໄດ້ເຊັ່ນກັນ.

ເຊິ່ງທຳນຽມປະທານປະເທດລັດເຊຍໄດ້ອອກຖະແຫຼງການຂອງທ່ານ ປູຕິນ ທີ່ສະແດງຄວາມຍິນດີຕໍ່ຄວາມສຳເລັດໃນການທົດລອງຍົນ MS-21-300 ວ່າເປັນບາດກ້າວສຳຄັນຂອງໂຄງການພັດທະນາດ້ານອາກາດສະຍານຂອງລັດເຊຍ ເນື່ອງຈາກເປັນຍົນໂດຍສານລຸ້ນທຳອິດທີ່ລັດເຊຍອອກແບບ ແລະ ຜະລິດຂຶ້ນເອງ ນັບຕັ້ງແຕ່ສິ້ນສຸດຍຸກສະຫະພາບໂຊວຽດ ບວກກັບແຮງກົດດັນຈາກມາດຕະການຂວ້ຳບາດຂອງຕາເວັນຕົກ ທີ່ເຮັດໃຫ້ລັດເຊຍຕ້ອງປະຕິຮູບເສດຖະກິດ ແລະ ອຸດສາຫະກຳໃຫ້ເພິ່ງພາຕົນເອງຫຼາຍຂຶ້ນ.

ສຳລັບໂຄງການຜະລິດຍົນ MS-21-300 ຢ່າງເປັນທາງການຈະເລີ່ມຂຶ້ນພາຍໃນອີກ 2 ປີຂ້າງໜ້າ ຕາມລາຍການສັ່ງຊື້ຢ່າງໜ້ອຍ 175 ລຳ ຈາກສາຍການບິນຫຼາຍແຫ່ງ ລວມທັງສາຍການບິນແຫ່ງຊາດຂອງລັດເຊຍ.


No comments

Powered by Blogger.