ມື້ອື່ນສົ່ງຕົວສອງສາວຜູ້ຖືກຫາວ່າ ຂ້າອ້າຍຜູ້ນຳສູງສຸດຂອງເກົາຫຼີເໜືອຂຶ້ນສານມາເລເຊຍ - ອິດສະຫຼະ

ມື້ອື່ນສົ່ງຕົວສອງສາວຜູ້ຖືກຫາວ່າ ຂ້າອ້າຍຜູ້ນຳສູງສຸດຂອງເກົາຫຼີເໜືອຂຶ້ນສານມາເລເຊຍ



ສຳນັກຂ່າວຕ່າງປະເທດລາຍງານ 29 ພຶດສະພາ 2017 ວ່າ: ສານຈະເປີດສືບສວນຄະດີຂ້າທ່ານ ຄິມ ຈອງນຳ ອ້າຍຄົນລະແມ່ຂອງທ່ານ ຄິມ ຈອງອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ຕາມເລື່ອງທີ່ໄອຍະການສົ່ງຟ້ອງສານໃຫ້ສືບສວນນາງ ດວນ ທີຮວງ ສັນຊາດຫວຽດນາມ ອາຍຸ 28 ປີ ແລະ ນາງ ສິຕີ ໄອຊາ ສັນຊາດອິນໂດເນເຊຍ ເຊິ່ງທັງຄູ່ຖືກຫາໃຫ້ຄະດີຄາຕະກຳຕາມມາດຕາ 302 ໃນກົດໝາຍອາຍາຂອງມາເລເຊຍ ມີໂທດສູງສຸດຄືປະຫານຊີວິດ ຫາກຖືກຕັດສິນວ່າມີຄວາມຜິດໃນຄະດີຂ້າທ່ານ ຄິມ ຈອງນຳ ດ້ວຍການໃຊ້ສານພິດທຳລາຍລະບົບປະສາດ VX ທີ່ສະໜາມບິນນານາຊາດນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ ເມື່ອວັນທີ 13 ກຸມພສາ 2017 ທີ່ຜ່ານມາ, ເຊິ່ງທັງສອງໄດ້ຢືນຢັນວ່າເປັນຜູ້ບໍລິສຸດ ແລະ ບອກກັບເຈົ້າໜ້າທີ່ວ່າໄດ້ຮັບຈ້າງໃຫ້ເຮັດແບບນັ້ນແທ້ ແຕ່ຄິດວ່າເປັນການຖ່າຍທຳລາຍການໂທລະພາບແບບຢອກຫຼິ້ນ.

No comments

Powered by Blogger.