ຄົນຮອງກົງກວ່າ 200,000 ຄົນຕ້ອງທົນຢູ່ກັບສະພາບເຮືອນທີ່ຄັບແຄບທີ່ສຸດໃນໂລກ ທີ່ຖືກເອີ້ນວ່າ ເຮືອນໂລງສົບ - ອິດສະຫຼະ

ຄົນຮອງກົງກວ່າ 200,000 ຄົນຕ້ອງທົນຢູ່ກັບສະພາບເຮືອນທີ່ຄັບແຄບທີ່ສຸດໃນໂລກ ທີ່ຖືກເອີ້ນວ່າ ເຮືອນໂລງສົບ



ການມີທີ່ພັກອາໄສທີ່ຄັບແຄບ ອົງການສະຫະປະຊາຊາດກ່າວວ່າເປັນການດູໝິ່ນກຽດສັກສີຂອງຄວາມເປັນມະນຸດ ແຕ່ໃນຮອງກົງມັນຖືກເອີ້ນວ່າ "ເຮືອນໂລງສົບ" ທີ່ປັດຈຸບັນມີຄົນຫຼາຍກວ່າ 2 ແສນຄົນອາໄສຢູ່ ໂດຍຈາກການເປີດເຜີຍຂອງ Census and Statistics Department ຫ້ອງທີ່ແບ່ງໃຫ້ເຊົ່າຂະໜາດນ້ອຍນີ້ຈະມີກະຈາຍຢູ່ທົ່ວໄປຕາມອາພາດເມັ້ນຕ່າງໆໃນຮອງກົງຫຼາຍກວ່າ 80,000 ຫ້ອງ.

ເຊິ່ງໃນຫ້ອງດັ່ງກ່າວມີຂະໜາດນ້ອຍຫຼາຍຈົນຜູ້ຢູ່ອາໄສຕ້ອງຍອມໃຫ້ທຸກອົງປະກອບຂອງຄຳວ່າເຮືອນຢູ່ໃນຫ້ອງດຽວກັນທັງຫ້ອງນອນ, ຫ້ອງນ້ຳ ແລະ ຫ້ອງຄົວ ເນື່ອງຈາກວ່າຮອງກົງເປັນເກາະມີເນື້ອທີ່ຈຳກັດຫຼາຍ ດັ່ງນັ້ນ, ຈຶ່ງເຮັດໃຫ້ທຸກໆຕາລາງແມັດມີຄຸນຄ່າ ແລະ ລາຄາສູງຫຼາຍເກີນທີ່ຄົນທຸກຄົນຍາກຈະເອື້ອມເຖິງ.









No comments

Powered by Blogger.