ຈີນ ກ້າວຂຶ້ນເປັນອັບດັບສອງຂອງໂລກ ທີ່ລົງທຶນຢູ່ຕ່າງປະເທດຫຼາຍທີ່ສຸດ - ອິດສະຫຼະ

ຈີນ ກ້າວຂຶ້ນເປັນອັບດັບສອງຂອງໂລກ ທີ່ລົງທຶນຢູ່ຕ່າງປະເທດຫຼາຍທີ່ສຸດ



ສຳນັກຂ່າວຕ່າງປະເທດລາຍງານ 10 ມິຖຸນາ 2017 ວ່າ: ໂດຍອີງຕາມການລາຍງານການລົງທຶນໂລກ (World Investment Report) ປະຈຳປີ 2017 ຂອງການປະຊຸມສະຫະປະຊາຊາດວ່າດ້ວຍການຄ້າ ແລະ ການພັດທະນາ (UNCTAD) ທີ່ເຜີຍແຜ່ເມື່ອວັນທີ 7 ມິຖຸນາ 2017 ທີ່ຜ່ານມາ ລະບຸວ່າ ຈີນກາຍເປັນປະເທດຜູ້ລົງທຶນລາຍໃຫຍ່ທີ່ສຸດອັນດັບສອງຂອງໂລກໃນປີກາຍນີ້ ຮອງຈາກສະຫະລັດອາເມຣິກາ ໂດຍມີການໄຫຼອອກຂອງການລົງທຶນໂດຍກົງໄປຕ່າງປະເທດ (FDI) ເພີ່ມຂຶ້ນ 44% ລວມເປັນເງິນ 183,000 ລ້ານໂດລາສະຫະລັດ.

ໃນຂະນະດຽວກັນຈີນເປັນປະເທດຜູ້ລົງທຶນລາຍໃຫຍ່ທີ່ສຸດໃນກຸ່ມປະເທດທີ່ພັດທະນາໜ້ອຍທີ່ສຸດ (LDC) ຂຶ້ນແຊງໜ້າຝຣັ່ງ ແລະ ສະຫະລັດອາເມຣິກາ, ນອກຈາກນີ້ຈີນຍັງເປັນປະເທດຜູ້ຮັບເອົາການລົງທຶນລາຍໃຫຍ່ທີ່ສຸດອັນດັບສາມຂອງໂລກ ດ້ວຍປະລິມານເງິນທຶນໄຫຼເຂົ້າ 134,000 ລ້ານໂດລາສະຫະລັດ ສ່ວນອັນດັບໜຶ່ງຄືສະຫະລັດອາເມຣິກາ 391,000 ລ້ານໂດລາສະຫະລັດ ແລະ ອັນດັບສອງຄືປະເທດອັງກິດ 254,000 ລ້ານໂດລາສະຫະລັດ.

No comments

Powered by Blogger.