ສົມເດັດຮຸນ ເຊນ ດຳເນີນຄະດີກັບຜູ້ວິຈານບັນຫາຄວາມຂັດແຍ່ງຊາຍແດນກຳປູເຈຍ-ລາວ - ອິດສະຫຼະ

ສົມເດັດຮຸນ ເຊນ ດຳເນີນຄະດີກັບຜູ້ວິຈານບັນຫາຄວາມຂັດແຍ່ງຊາຍແດນກຳປູເຈຍ-ລາວ



ສຳນັກຂ່າວຕ່າງປະເທດລາຍງານ 15 ສິງຫາ 2017 ວ່າ: ສານນະຄອນຫຼວງພະນົມເປັນມີຄຳພິພາກສາເມື່ອວັນຈັນທີ່ຜ່ານມາວ່າ ທ່ານ ເສືອນ ເສຣີ ຣັດຖາ ຫົວໜ້າພັກປະຊາຊົນຂະເໝນ ເຊິ່ງເປັນພັກການເມືອງຂະໜາດນ້ອຍທີ່ຮ່ວມເປັນພັນທະມິດຝ່າຍຄ້ານ ໄດ້ສະແດງຄວາມຄິດເຫັນທີ່ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງຂອງຊາດ ແລະ ອາດເປັນອັນຕະລາຍຕໍ່ການປ້ອງກັນປະເທດ ພາຍຫຼັງທີ່ທ່ານ ເສືອນ ເສຣີ ຣັດຖາ ໄດ້ລົງຂໍ້ຄວາມໃນ facebook ເມື່ອວັນທີ 12 ສິງຫາ 2017 ທີ່ຜ່ານມາ ໂດຍໄດ້ຮຽກນາຍທະຫານລະດັບຜູ້ບັນຊາການຂອງກອງທັບກຳປູເຈຍວ່າເປັນ "ໂຈນ" ທີ່ນັ່ງອອກຄຳສັ່ງຢູ່ຫ້ອງປັບອາກາດ ໃນຂະນະທີ່ນາຍທະຫານຊັ້ນຜູ້ນ້ອຍຕ້ອງເສຍຊີວິດ ຫາກເກີດການປະທະກັບກອງທັບລາວຈາກຄວາມຂັດແຍ່ງເລື່ອງຊາຍແດນ.


ເຊິ່ງໄອຍະການໄດ້ດຳເນີນຄະດີກັບທ່ານ ເສືອນ ເສຣີ ຣັດຖາ ໃນຂໍ້ຫາປຸກລະດົມ ແລະ ຍຸຍົງສົ່ງເສີມໃຫ້ທະຫານຂັດຂືນຕໍ່ຄຳສັ່ງຂອງຜູ້ບັງຄັບບັນຊາ ແລະ ທຳລາຍຂວັນກຳລັງໃຈຂອງເຈົ້າໜ້າທີ່ ດ້ວຍການລົງຂໍ້ຄວາມດັ່ງກ່າວຢູ່ໃນ facebook ເຊິ່ງເກີດຂຶ້ນໃນເວລາດຽວກັບທີ່ ສົມເດັດຮຸນ ເຊນ ນາຍົກລັດຖະມົນຕີກຳປູເຈຍ ໄດ້ບັນລຸຂໍ້ຕົກລົງຮ່ວມກັບທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຂອງລາວ ໃນການແກ້ໄຂບັນຫາຄວາມຂັດແຍ່ງດັ່ງກ່າວຢ່າງສັນຕີທີ່ຕ່າງຝ່າຍຕ່າງຖອຍອອກມາຄົນລະກ້າວ.

ໂດຍສົມເດັດຮຸນ ເຊນ ກ່າວເຖິງກໍລະນີຂອງທ່ານ ເສືອນ ເສຣີ ຣັດຖາ ວ່າເປັນເລື່ອງທີ່ຮັບບໍ່ໄດ້ ແລະ ຕ້ອງໄດ້ຮັບໂທດຕາມກົດໝາຍ ເພື່ອປ້ອງກັນບໍ່ໃຫ້ກອງທັບ "ສ້າງບັນຫາ" ໃຫ້ກັບທ່ານເອງ ພ້ອມທັງເຕືອນວ່າ ບຸກຄົນໃດກໍ່ຕາມທີ່ກ່າວຫາວ່າທ່ານໃຊ້ກໍລະນີຄວາມຂັດແຍ່ງເລື່ອງຊາຍແດນກັບລາວ ເພື່ອເພີ່ມຄະແນນນິຍົມໃຫ້ກັບຕົວເອງກ່ອນການເລືອກຕັ້ງທົ່ວໄປໃນເດືອນກໍລະກົດ ປີໜ້ານັ້ນ ຈະຖືກຈັບກຸມ ແລະ ດຳເນີນຄະດີ.

No comments

Powered by Blogger.