ເກົາຫຼີເໜືອເຕືອນ ສ.ອາເມຣິກາ ຊ້ອມຮົບຮ່ວມ ເກົາຫຼີໃຕ້ ຄືການສາດນ້ຳມັນເຂົ້າກອງໄຟ - ອິດສະຫຼະ

ເກົາຫຼີເໜືອເຕືອນ ສ.ອາເມຣິກາ ຊ້ອມຮົບຮ່ວມ ເກົາຫຼີໃຕ້ ຄືການສາດນ້ຳມັນເຂົ້າກອງໄຟ



ສຳນັກຂ່າວຕ່າງປະເທດລາຍງານ 20 ສິງຫາ 2017 ວ່າ: ໜັງສືພິມໂຣດອງ ຂອງທາງການເກົາຫຼີເໜືອຕີພິມບົດບັນນາທິການໃນມື້ນີ້ວ່າ: ການຊ້ອມຮົບຮ່ວມລະຫວ່າງສະຫະລັດອາເມຣິກາ ແລະ ເກົາຫຼີໃຕ້ ປຽບດັ່ງການສາດນ້ຳມັນໃສ່ກອງໄຟທ່າມກາງບັນຍາກາດຄວາມເຄັ່ງຕຶງຢູ່ແຫຼມເກົາຫຼີ.

ເຊິ່ງສະຫະລັດອາເມຣິກາມີກຳນົດເລີ່ມຊ້ອມຮົບຮ່ວມປະຈຳປີກັບເກົາຫຼີໃຕ້ພາຍໃຕ້ລະຫັດ Ulchi Freedom Guardian ໃນມື້ອື່ນນີ້, ໂດຍຈະມີທະຫານເຂົ້າຮ່ວມການເຝິກຊ້ອມເປັນຈຳນວນຫຼາຍໜື່ນຄົນ ໂດຍບົດບັນນາທິການທີ່ໄດ້ຮັບການຕີພິມໃນໜັງສືພິມຂອງພັກແຮງງານເກົາຫຼີເໜືອລະບຸວ່າ ການຊ້ອມຮົບຮ່ວມເປັນການສະແດງອອກເຖິງການເປັນປໍລະປັກກັບເກົາຫຼີເໜືອຢ່າງຊັດເຈນທີ່ສຸດ ເຊິ່ງບໍ່ມີໃຜສາມາດຮັບປະກັນໄດ້ວ່າ ການຊ້ອມນັ້ນຈະບໍ່ປ່ຽນມາເປັນການຮົບຈິງ ການກະທຳຂອງສະຫະລັດອາເມຣິກາ ແລະ ເກົາຫຼີໃຕ້ຈຶ່ງປຽບດັ່ງການສາດນ້ຳມັນເຂົ້າກອງໄຟທີ່ມີແຕ່ຈະເຮັດໃຫ້ສະຖານະການຢູ່ແຫຼມເກົາຫຼີທະວີຄວາມເຄັ່ງຕຶງຫຼາຍຂຶ້ນ.


ຂະນະທີ່ສະຫະລັດອາເມຣິກາ ແລະ ເກົາຫຼີໃຕ້ຢືນຢັນທີ່ຈະເດີນໜ້າເຝິກຊ້ອມຮ່ວມກັນພາຍໃຕ້ລະຫັດ Ulchi Freedom Guardian ຕາມແຜນ, ແຕ່ປະຕິເສດທີ່ຈະສະແດງຄວາມຄິດເຫັນວ່າ ຈະມີການຫຼຸດລະດັບ ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງຫຼືບໍ່ ສຳນັກຂ່າວ YTN ຂອງເກົາຫຼີໃຕ້ລາຍງານວ່າ ປະເທດພັນທະມິດກຳລັງພິຈາລະນາຍົກເລີກແຜນການນຳເຮືອບັນທຸກຍົນຮົບສອງລຳມາຍັງແຫຼມເກົາຫຼີ ເພື່ອເຂົ້າຮ່ວມເຝິກຊ້ອມໃນຄັ້ງນີ້.

No comments

Powered by Blogger.