ກຳປູເຈຍ ຮຽກຮ້ອງໃຫ້ລາວຖອນກຳລັງທະຫານອອກຈາກເຂດຄວາມຂັດແຍ່ງຊາຍແດນ ເພື່ອຫຼີກລ້ຽງການປະທະ - ອິດສະຫຼະ

ກຳປູເຈຍ ຮຽກຮ້ອງໃຫ້ລາວຖອນກຳລັງທະຫານອອກຈາກເຂດຄວາມຂັດແຍ່ງຊາຍແດນ ເພື່ອຫຼີກລ້ຽງການປະທະ



ສຳນັກຂ່າວຕ່າງປະເທດລາຍງານ 11 ສິງຫາ 2017 ວ່າ: ສົມເດັດ ຮຸນ ເຊນ ນາຍົກລັດຖະມົນຕີກຳປູເຈຍກ່າວເມື່ອວັນສຸກທີ່ຜ່ານມາວ່າ ກອງທັບລາວຕ້ອງຖອນກຳລັງທະຫານປະມານ 30 ຄົນກັບອອກໄປພາຍໃນວັນທີ 17 ສິງຫາ ນີ້ ພາຍຫຼັງທີ່ລ່ວງລໍ້າເຂົ້າໄປໃນອານາເຂດຂອງກຳປູເຈຍຕັ້ງແຕ່ເດືອນເມສາ 2017 ທີ່ຜ່ານມາ ໂດຍກ່າວຕື່ມອີກວ່າບໍ່ຕ້ອງການໃຫ້ສະຖານະການບານປາຍເຖິງຂັ້ນປະທະກັນ ແຕ່ຫາກອີກຝ່າຍບໍ່ຕອບສະໜອງຕາມກຳນົດ ກຳປູເຈຍອາດບໍ່ສາມາດຫຼີກລ້ຽງສະຖານະການນັ້ນໄດ້.

ເຖິງຢ່າງໃດກໍ່ຕາມແຫຼ່ງຂ່າວຈາກສະຖານເອກອັກຄະລັດຖະທູດລາວປະຈຳນະຄອນຫຼວງພະນົມເປັນ ກ່າວວ່າ ທັງສອງປະເທດຍັງມີເຂດແດນທີ່ຂັດແຍ່ງກັນຢູ່ຫຼາຍຈຸດຕະຫຼອດແນວຊາຍແດນທີ່ຢູ່ຕິດກັນ ຄືພາກໃຕ້ຂອງລາວ ແລະ ພາກເໜືອຂອງກຳປູເຈຍ ເຊິ່ງຄະນະກຳມະທິການຊາຍແດນຍັງບໍ່ໄດ້ເຂົ້າໄປກວດສອບຢ່າງລະອຽດ, ກຳປູເຈຍຈຶ່ງຄວນຢຸດຕິການປັບສະພາບດິນໃນບໍລິເວນນັ້ນສຳລັບໂຄງການກໍ່ສ້າງທາງ ຈົນກວ່າຈະໄດ້ຮັບຄວາມເຫັນດີຢ່າງເປັນທາງການຈາກລັດຖະບານທັງສອງຝ່າຍ.

ເຊິ່ງນອກເໜືອຈາກກໍລະນີຄວາມຂັດແຍ່ງເລື່ອງດິນແດນລະຫວ່າງກຳປູເຈຍກັບລາວແລ້ວ ລັດຖະບານກຳປະເຈຍຍັງມີບັນຫາໃນລັກສະນະດຽວກັນກັບໄທ ແລະ ຫວຽດນາມອີກດ້ວຍ ໂດຍໃນສ່ວນຂອງບັນຫາກັບຫວຽດນາມນັ້ນມີການເຈລະຈາກັນຄັ້ງຫຼ້າສຸດທີ່ນະຄອນຫຼວງພະນົມເປັນ ເມື່ອປີທີ່ຜ່ານມາ ແຕ່ຍັງບໍ່ມີຄວາມຄືບໜ້າຢ່າງສ້າງສັນ.

No comments

Powered by Blogger.