ທ່ານ ດູເຕເຕ ສັ່ງໃຫ້ "ຂ້າລູກຊາຍ" ຕົນເອງໄດ້ ຖ້າພົວພັນຢາເສບຕິດຈິງ - ອິດສະຫຼະ

ທ່ານ ດູເຕເຕ ສັ່ງໃຫ້ "ຂ້າລູກຊາຍ" ຕົນເອງໄດ້ ຖ້າພົວພັນຢາເສບຕິດຈິງ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 22 ກັນຍາ 2017 ທີ່ຜ່ານມາວ່າ: ທ່ານ ໂຣດຼິໂກ ດູເຕເຕ ປະທານປະເທດຟິລິບປິນໃຫ້ສຳພາດກັບສື່ມວນຊົນວ່າ ທ່ານຈະເປັນຜູ້ສັ່ງຂ້າ ເປົາໂລ ດູເຕເຕ ຜູ້ເປັນລູກຊາຍເອງ ຖ້າຫາກຮູ້ ແລະ ມີຫຼັກຖານວ່າທ່ານ ເປົາໂລ ພົວພັນກັບຂະບວນການຄ້າຢາເສບຕິດຈິງ ແລະ ຈະປົກປ້ອງເຈົ້າໜ້າທີ່ທີ່ລົງມື້ຂ້າ.

ໂດຍເມື່ອວັນທີ 7 ກັນຍາ 2017 ທີ່ຜ່ານມາທ່ານ ເປົາໂລ ດູເຕເຕ ອາຍຸ 42 ປີ ຖືກສືບສວນສອບສວນໃນກໍລະນີທີ່ຖືກກ່າວຫາວ່າມີສ່ວນພົວພັນກັບຢາເສບຕິດຈາກຈີນມາຍັງຟິລິບປິນ ເຖິງຢ່າງໃດກໍ່ຕາມທ່ານ ເປົາໂລ ໄດ້ຢືນຢັນວ່າຂ່າວລືດັ່ງກ່າວບໍ່ມີມູນຄວາມຈິງແຕ່ຢ່າງໃດ.


ຂະນະທີ່ບໍລິເວນດ້ານໜ້າຂອງທຳນຽມປະທານປະເທດໃນນະຄອນຫຼວງມະນິລາ, ມະຫາວິທະຍາໄລ ແລະ ຄ້າຍທະຫານຫຼາຍແຫ່ງ ປະຊາຊົນຟິລິບປິນຫຼາຍພັນຄົນໄດ້ອອກມາເດີນຂະບວນປະທ້ວງນະໂຍບາຍສົງຄາມກວາດລ້າງຢາເສບຕິດຂອງທ່ານ ດູເຕເຕ ທີ່ສົ່ງຜົນໃຫ້ມີຜູ້ເສຍຊີວິດຫຼາຍພັນຄົນ ໂດຍກຸ່ມຜູ້ຊຸມນຸມໄດ້ສະແດງຄວາມເປັນຫ່ວງວ່າ ທ່ານ ດູເຕເຕ ຈະປະກາດກົດໄອຍະການເສິກທົ່ວປະເທດເຊັ່ນດຽວກັບທ່ານ ເຟີດິນານ ມາກອສ ອະດີດຜູ້ນຳສະເດັດການທີ່ເຄີຍເຮັດເມື່ອ 45 ປີທີ່ຜ່ານມາ.


ໃນດ້ານຂອງທ່ານນາງ ເລນີ ໂຣເບຼໂດ ຮອງປະທານປະເທດຟິລິບປິນໄດ້ອອກມາຮຽກຮ້ອງໃຫ້ປະຊາຊົນຟິລິບປິນກຳແໜ້ນເຖິງຄວາມເຈັບປວດ, ຄວາມຮຸນແຮງທີ່ເກີດຂຶ້ນໃນສະໄໝຂອງທ່ານ ມາກອສ ໂດຍລະບຸວ່າ ຫາກເຮົາບໍ່ຫຼົງລືມອະດີດ ພວກເຮົາກໍ່ຈະຖືກປະນາມທີ່ປ່ອຍໃຫ້ມັນເກີດຂຶ້ນອີກຄັ້ງ.

ເຖິງຢ່າງໃດກໍ່ຕາມ, ກຸ່ມຜູ້ສະໜັບສະໜູນທ່ານ ດູເຕເຕ ຫຼາຍພັນຄົນກໍ່ໄດ້ອອກມາລວມຕົວກັນ ເພື່ອສະແດງພະລັງສະໜັບສະໜູນທ່ານ ດູເຕເຕເຊັ່ນກັນ ແລະ ເຖິງແມ່ນວ່າທີ່ຜ່ານມາ ນະໂຍບາຍສົງຄາມກວາດລ້າງຢາເສບຕິດຂອງທ່ານ ດູເຕເຕ ຈະກໍ່ໃຫ້ເກີດສຽງວິພາກວິຈານຈາກປະຊາຄົມໂລກກໍ່ຕາມ ແຕ່ຄະແນນນິຍົມຂອງທ່ານ ດູເຕເຕ ຍັງສູງເຊັ່ນເດີມ.


No comments

Powered by Blogger.