ເດັກນ້ອຍອະນຸບານສອງຄົນຜິດຖຽງກັນ ລັດຖະມົນຕີຕ່າງປະເທດລັດເຊຍກ່າວ - ອິດສະຫຼະ

ເດັກນ້ອຍອະນຸບານສອງຄົນຜິດຖຽງກັນ ລັດຖະມົນຕີຕ່າງປະເທດລັດເຊຍກ່າວ



ສຳນັກຂ່າວຕ່າງປະເທດລາຍງານ 22 ກັນຍາ 2017 ທີ່ຜ່ານມາວ່າ: ທ່ານ ເຊເກ ລາວາຣົບ ລັດຖະມົນຕີກະຊວງການຕ່າງປະເທດລັດເຊຍກ່າວເມື່ອວັນສຸກທີ່ຜ່ານມາວ່າ ປະຊາຄົມໂລກຕ້ອງຮ່ວມມືກັນຢຸດຢັ້ງ "ຄົນຫົວຮ້ອນ" ສອງຄົນທີ່ຜິດຖຽງກັນຄື "ເດັກນ້ອຍອະນຸບານ" ດ້ວຍການເຮັດສົງຄາມປະສາດ ແລະ ສົງຄາມນ້ຳລາຍຖົ່ມໃສ່ກັນໄປມາ ກໍ່ຈິງຢູ່ວ່າທຸກຝ່າຍບໍ່ຄວນນິ້ງເສີຍຕໍ່ກິດຈະກຳທາງການທະຫານຂອງເກົາຫຼີເໜືອ ແຕ່ກໍ່ບໍ່ສາມາດປ່ອຍໃຫ້ເກີດ "ສົງຄາມ" ຢູ່ແຫຼມເກົາຫຼີໄດ້ເຊັ່ນກັນ ໂດຍທ່ານ ລາວາຣົບ ໄດ້ສະເໜີວ່າ ປະເທດທີ່ເປັນກາງໃນເອີຣົບ ຄວນຈະເຂົ້າມາເຮັດໜ້າທີ່ເປັນຜູ້ໄກ່ເກ່ຍຕາມແນວທາງການທູດ.


ເຊິ່ງຄວາມຂັດແຍ່ງຢູ່ແຫຼມເກົາຫຼີທະວີຄວາມເຄັ່ງຕຶງຂຶ້ນອີກຄັ້ງເມື່ອວັນສຸກທີ່ຜ່ານມາ ເມື່ອທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາກ່າວເຖິງທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອວ່າເປັນ "ຄົນບ້າ" ທີ່ປ່ອຍໃຫ້ປະຊາຊົນອຶດຫິວ ລວມທັງຂ້າພົນລະເມືອງຕົນເອງ ແລະ ທ່ານ ຄິມ ຈອງ-ອຶນ ຈະຕ້ອງພົບກັບບົດທົດສອບໃນແບບທີ່ບໍ່ເຄີຍເກີດຂຶ້ນມາກ່ອນ ແລະ ພາຍຫຼັງທີ່ຜູ້ນຳສູງສຸດຂອງເກົາຫຼີເໜືອໄດ້ກ່າວວ່າ "ໝາໂຕໜຶ່ງກຳລັງເຫົ່າ" ແລະ ຜູ້ນຳສະຫະລັດ ອາເມຣິກາ ເປັນຄົນເສຍສະຕິທີ່ຄວບຄຸມຕົວເອງບໍ່ໄດ້ ດ້ວຍການກ່າວເທິງເວທີສະມັດຊາໃຫຍ່ສະຫະປະຊາຊາດ ດູຖູກເກົາຫຼີເໜືອຕໍ່ໜ້າປະຊາຄົມໂລກ ເຊິ່ງເກົາຫຼີເໜືອຖືເປັນ "ຄຳປະກາດສົງຄາມ"


ນອກຈາກນີ້ທ່ານ ທຣຳ ຍັງໄດ້ລົງນາມໃນຄຳສັ່ງໃຫ້ຝ່າຍບໍລິຫານ ເພີ່ມມາດຕະການຂວໍ້າບາດທາງເສດຖະກິດຕໍ່ເກົາຫຼີເໜືອເພີ່ມອີກ ເພື່ອຫວັງຫຼຸດໂອກາດໃນການຄ້າຂາຍລະຫວ່າງເກົາຫຼີເໜືອກັບປະຊາຄົມໂລກໃຫ້ແຄບຍິ່ງຂຶ້ນ.

ໃນດ້ານຂອງທ່ານ ເຣັກ ທິວເລີສັນ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ຢືນຢັນວ່າລັດຖະບານສະຫະລັດ ອາເມຣິກາ ໃຫ້ຄວາມສຳຄັນສູງສຸດ ກັບແນວທາງການທູດໃນການຜ່ອນຄາຍຄວາມຂັດແຍ່ງກັບເກົາຫຼີເໜືອ.

ໃນຂະນະທີ່ທ່ານ ຣີ ຢອງໂຮ ລັດຖະມົນຕີກະຊວງການຕ່າງປະເທດເກົາຫຼີເໜືອ ເຕືອນວ່າມາດຕະການຕອບໂຕ້ສະຫະລັດ ອາເມຣິກາຄັ້ງໃໝ່ຂອງເກົາຫຼີເໜືອ ອາດລວມໄປເຖິງການທົດລອງລະເບີດໄຮໂດຣເຈນໃນມະຫາສະໝຸດປາຊີຟິກ.

No comments

Powered by Blogger.