ແຮັກເກີເກົາຫຼີເໜືອເຈາະລະບົບກອງທັບເກົາຫຼີໃຕ້ ເພື່ອເອົາແຜນລັບທາງການທະຫານ - ອິດສະຫຼະ

ແຮັກເກີເກົາຫຼີເໜືອເຈາະລະບົບກອງທັບເກົາຫຼີໃຕ້ ເພື່ອເອົາແຜນລັບທາງການທະຫານ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 10 ຕຸລາ 2017 ທີ່ຜ່ານມາວ່າ: ແຮັກເກີຂອງເກົາຫຼີເໜືອໄດ້ເຂົ້າເຈາະລະບົບຂໍ້ມູນເຄືອຂ່າຍທາງທະຫານຂອງກອງທັບເກົາຫຼີໃຕ້ເມື່ອເດືອນກັນຍາ ທີ່ຜ່ານມາ ແລະ ສາມາດເອົາຂໍ້ມູນໄປໄດ້ 235 GB ໃນຈຳນວນຂໍ້ມູນທີ່ຖືກລັກໄປນັ້ນ ມີແຜນປະຕິບັດການ 5015 ເຊິ່ງຈະຕ້ອງຖືກນຳມາໃຊ້ໃນກໍລະນີເກີດສົງຄາມກັບເກົາຫຼີເໜືອ ລວມເຖິງຂັ້ນຕອນປະຕິບັດເພື່ອດຳເນີນການກັບທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ.

ໃນດ້ານຂອງໂຄສົກກະຊວງປ້ອງກັນປະເທດເກົາຫຼີໃຕ້ປະຕິເສດທີ່ຈະຢືນຢັນລາຍງານຂ່າວດັ່ງກ່າວ ໂດຍອ້າງວ່າເປັນໜ້າທີ່ຂອງໜ່ວຍຂ່າວກອງ, ແຕ່ເມື່ອເດືອນພຶດສະພາ ທີ່ຜ່ານມາ ກະຊວງປ້ອງກັນປະເທດເກົາຫຼີໃຕ້ຍອມຮັບວ່າ ເກົາຫຼີເໜືອເຄີຍແຮັກເຂົ້າມາໃນເຄືອຂ່າຍຂອງກອງທັບເກົາຫຼີໃຕ້ຈິງ ແຕ່ບໍ່ໄດ້ເປີດເຜີຍວ່າມີຂໍ້ມູນຫຍັງແດ່ທີ່ຖືກເອົາໄປ.

ເຊິ່ງເກົາຫຼີເໜືອນັ້ນແມ່ນມີໜ່ວຍງານທີ່ເຂັ້ມແຂງທາງດ້ານໄຊເບີ-ວໍແຟ ມີກຳລັງພົນ 6,800 ຄົນ ເຊິ່ງໄດ້ຮັບການເຝິກມາເປັນຢ່າງດີ ຕາມລາຍງານຂອງລັດຖະບານເກົາຫຼີໃຕ້ ແລະ ເຄີຍແຮັກເຂົ້າໄປໃນບໍລິສັດໂຊນີພິກເຈີ ເມື່ອປີ 2014 ທີ່ຜ່ານມາແລ້ວ.

No comments

Powered by Blogger.