ປະຊາຊົນໂຕກຽວຊະນະຄະດີ ສຽງໜວກຫູຈາກຖານທັບ ສ.ອາເມຣິກາ - ອິດສະຫຼະ

ປະຊາຊົນໂຕກຽວຊະນະຄະດີ ສຽງໜວກຫູຈາກຖານທັບ ສ.ອາເມຣິກາ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 11 ຕຸລາ 2017 ທີ່ຜ່ານມາວ່າ: ສານແຂວງໂຕກຽວມີຄຳສັ່ງເມື່ອວັນພຸດທີ່ຜ່ານມາໃຫ້ລັດຖະບານຍີ່ປຸ່ນຈ່າຍເງິນຊົດເຊີຍແກ້ປະຊາຊົນໂຕກຽວປະມານ 1,000 ຄົນ ທີ່ໄດ້ລົງຊື່ຮ່ວມກັນເປັນໂຈດຍື່ນຟ້ອງ ລວມທັງໝົດເປັນເງິົນປະມານ 610 ລ້າຍເຢນ ຫຼື ປະມານ 5.4 ລ້ານໂດລາສະຫະລັດ, ແຕ່ສານປະຕິເສດຄຳຮ້ອງຂອງໂຈດທີ່ຕ້ອງການໃຫ້ສັ່ງຢຸດຕິການບິນເຂົ້າອອກຖານທັບອາກາດໂຢໂກຕະ ທີ່ຢູ່ເຂດຊານນະຄອນໂຕກຽວໃນລະຫວ່າງເວລາ 19:00 ຫາ 7:00.

ປະຊາຊົນໃນເຂດດັ່ງກ່າວໄດ້ຮຽກຮ້ອງມາເປັນເວລາດົນນານກ່ຽວກັບລະດັບສຽງ ໂດຍຮອບຖານທັບອາກາດໂຢໂກຕະ ເຊິ່ງມີທະຫານສະຫະລັດ ອາເມຣິກາປະຈຳການຢູ່ປະມານ 4,000 ຄົນ ໂດຍສະເພາະເວລາທີ່ຍົນບິນຂຶ້ນ ຫຼື ລົງຈອດຕອນກາງຄືນ ແລະ ຕອນເຊົ້າມືດ.


ທ່ານ ທາເຄໂອະ ເຊໂຕະກຸຊິ ຜູ້ພິພາກສາຫົວໜ້າຄະນະໃນຄະດີນີ້ກ່າວວ່າ ສຽງຍົນທີ່ຂຶ້ນລົງຖານທັບໂຢໂກຕະ ຮົບກວນຊີວິດປະຈຳວັນ ແລະ ທຳລາຍສຸຂະພາບຈິດຂອງປະຊາຊົນດັ່ງກ່າວ ນອກຈາກນັ້ນລັດຖະບານຍີ່ປຸ່ນຍັງບໍ່ໄດ້ພະຍາຍາມພຽງພໍເທື່ອ ໃນການຫາວິທີແກ້ໄຂບັນຫາກ່ຽວກັບສຽງ.


ຄະດີຖືກຍື່ນຟ້ອງສານທົ່ວຍີ່ປຸ່ນ ຮຽກຄ່າເສຍຫາຍຈາກມົນລະພິດທາງສຽງຈາກຖານທັບຕ່າງໆຂອງສະຫະລັດ ອາເມຣິກາ ທີ່ມີທະຫານປະຈຳການຢູ່ທັງໝົດປະມານ 47,000 ຄົນ ສ່ວນໜຶ່ງຂອງສົນທິສັນຍາຄວາມໝັ້ນຄົງຮ່ວມ, ເມື່ອເດືອນ ກຸມພາ ທີ່ຜ່ານມາ ສານຍີ່ປຸ່ນໃນແຂວງໂອກິນາວາ ທາງພາກໃຕ້ສຸດຂອງຍີ່ປຸ່ນ ໄດ້ຕັດສິນໃຫ້ປະຊາຊົນປະມານ 22,000 ຄົນ ທີ່ອາໄສຢູ່ໃກ້ຖານທັບອາກາດຄາດີນາຂອງສະຫະລັດ ອາເມຣິກາ ໄດ້ຮັບເງິນລວມ 30,200 ລ້ານເຢຍ ຫຼື ປະມານ 268.5 ລ້ານໂດລາສະຫະລັດ ເປັນຄ່າຊົດເຊີຍຄວາມເດືອດຮ້ອນຈາກສຽງໜວກຫູທີ່ຍົນບິນເຂົ້າ-ອອກຖານທັບ.

No comments

Powered by Blogger.