ຜູ້ນຳຈີນກ່າວ ຈະກ້າວສູ່ສັງຄົມນິຍົມສະໄໝໃໝ່ ໃນກອງປະຊຸມໃຫຍ່ພັກຄອມມູນິດຈີນ - ອິດສະຫຼະ

ຜູ້ນຳຈີນກ່າວ ຈະກ້າວສູ່ສັງຄົມນິຍົມສະໄໝໃໝ່ ໃນກອງປະຊຸມໃຫຍ່ພັກຄອມມູນິດຈີນ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 18 ຕຸລາ 2017 ວ່າ: ທ່ານ ສີ ຈິ້ນຜິງ ປະທານປະເທດຈີນກ່າວຖະແຫຼງເປີດກອງປະຊຸມໃຫຍ່ຂອງພັກຄອມມູນິດຈີນ ຄັ້ງທີ 19 ທີ່ນະຄອນຫຼວງປັກກິ່ງ ໂດຍມີເນື້ອໃນສຳຄັນເປັນການເຊີດຊູອຸດົມການສັງຄົມນິຍົມທີ່ກຳລັງກ້າວເຂົ້າສູ່ຍຸກສະໄໝໃໝ່ ທີ່ໝາຍເຖິງການຍົກລະດັບບົດບາດຂອງຈີນໃນເວລາສາກົນ ດ້ວຍແຜນຍຸດທະສາດ "ສັງຄົມນິຍົມສະໄໝໃໝ່" ຈະເປັນຮູບເປັນຮ່າງພາຍໃນປີ 2050 ແລະ ກ່າວເພີ່ມເຕີມວ່າ ນະໂຍບາຍການເມືອງ ແລະ ການຕ່າງປະເທດຂອງຈີນບໍ່ຄວນຮຽນແບບປະເທດໃດ.

ໃນຂະນະດຽວກັນນັ້ນ ຜູ້ນຳຈີນກໍ່ໄດ້ກ່າວຢ້ຳເຖິງຫຼັກການຈີນດຽວວ່າ ລັດຖະບານຈີນບໍ່ເຫັນດີດ້ວຍເຫດຜົນໃດກໍ່ຕາມກັບການພະຍາຍາມເຄື່ອນໄຫວ ເພື່ອແບ່ງແຍກດິນແດນ ພ້ອມທັງກ່າວຢ້ຳອີກວ່າເຂດປົກຄອງຕົນເອງທິເບດ, ເຂດບໍລິຫານພິເສດຮອງກົງ ແລະ ເຂດບໍລິຫານພິເສດມາເກົາ ເປັນສ່ວນໜຶ່ງຂອງຈີນ ເຊັ່ນດຽວກັນກັບໄຕຫວັນ ທີ່ຖືເປັນມົນທົນຫ່າງໄກຂອງແຜ່ນດິນໃຫຍ່.


ເຖິງຢ່າງໃດກໍ່ຕາມ ເປັນຄັ້ງທຳອິດເປັນທາງການທີ່ທ່ານ ສີ ຍອມຮັບວ່າ ສະຖານະການທາງເສດຖະກິດຈີນກຳລັງພົບກັບແຮງກົດດັນຄັ້ງຍິ່ງໃຫຍ່ ເນື່ອງຈາກອຸປະສັກໃນຕະຫຼາດໂລກທີ່ເພີ່ມຂຶ້ນ ສົ່ງຜົນຕໍ່ມູນຄ່າການສົ່ງອອກສິນຄ້າຂອງຈີນ ເຊິ່ງເປັນປະເທດທີ່ມີຂະໜາດເສດຖະກິດໃຫຍ່ເປັນອັນດັບ 2 ຂອງໂລກ ແລະ ຊ່ອງວ່າງຂອງຄວາມບໍ່ເທົ່າທຽມທາງການສຶກສາ, ສາທາລະນະສຸກ ແລະ ຕະຫຼາດແຮງງານທີ່ເພີ່ມຂຶ້ນ, ເຊິ່ງຜູ້ນຳຈີນໃຫ້ຄຳໝັ້ນສັນຍາໃນເລື່ອງຂອງການເດີນໜ້າປະຕິຮູບ ທີ່ລວມເຖິງນະໂຍບາຍ "ໜຶ່ງແລວທາງ ໜຶ່ງເສັ້ນທາງ" ຫຼື "ເສັ້ນທາງສາຍໄໝ ແຫ່ງສະຕະວັດທີ 21", ການຫຼຸດຂໍ້ຈຳກັດສຳລັບນັກລົງທຶນຕ່າງປະເທດ ໂດຍຢືນຢັນວ່າຈີນຈະເປັນປະເທດທີ່ຕ້ອນຮັບການລົງທຶນຈາກພາຍນອກສະເໝີ.


ເຊິ່ງທຸກຝ່າຍເຊື່ອວ່າ ໃນກອງປະຊຸມທີ່ມີຕົວແທນສະມາຊິກພັກ 2,287 ຄົນ ຈາກ 40 ເຂດການປົກຄອງ ລວມທັງ 31 ມົນທົນ ຈະລົງມະຕິໃນຕອນທ້າຍຂອງກອງປະຊຸມທີ່ໃຊ້ເວລາ 7 ມື້ ໃຫ້ທ່ານ ສີ ຈິ້ນຜິງ ອາຍຸ 64 ປີ, ຢູ່ໃນຕຳແໜ່ງເລຂາທິການໃຫຍ່ພັກຄອມມູນິດຈີນ ແລະ ເປັນປະທານປະເທດ ລວມເຖິງຕຳແໜ່ງສູງສູດທາງການທະຫານອີກ 1 ສະໄໝ ຫຼື 5 ປີ.

No comments

Powered by Blogger.