ລັດເຊຍກ່າວໃຫ້ ສ.ອາເມຣິກາວ່າ ຢ່າສະແດງລະຄອນວ່າຮົບກັບກຸ່ມ IS - ອິດສະຫຼະ

ລັດເຊຍກ່າວໃຫ້ ສ.ອາເມຣິກາວ່າ ຢ່າສະແດງລະຄອນວ່າຮົບກັບກຸ່ມ IS



ສຳນັກຂ່າວຕ່າງປະເທດລາຍງານ 11 ຕຸລາ 2017 ວ່າ: ທ່ານ ພົນຕີ ອິກໍ ໂຄນາເຊນຄັອບ ໂຄສົກກະຊວງປ້ອງກັນປະເທດລັດເຊຍ ຖະແຫຼງເມື່ອວັນອັງຄານທີ່ຜ່ານມາວ່າ ກອງທັບສະຫະລັດ ອາເມຣິກາ ແລະ ພັນທະມິດຫຼຸດລະດັບການໂຈມຕີທາງອາກາດໃນອິຣັກແບບມີເງື່ອນງຳ ນັບຕັ້ງແຕ່ເດືອນກັນຍາ 2017 ທີ່ຜ່ານມາ ເຊິ່ງເປັນໄລຍະດຽວກັນທີ່ກອງທັບຊີຣີໄດ້ຍົກລະດັບປະຕິບັດການໂຈມຕີໃນແຂວງເດອີ ເອສຊໍ ທີ່ຢູ່ທາງພາກຕາເວັນອອກຂອງປະເທດ ເພື່ອຂັບໄລ່ກຸ່ມ IS, ພຶດຕິກຳດັ່ງກ່າວຄ້າຍຄືກັບເປັນການ "ອຳນວຍຄວາມສະດວກ" ໃຫ້ແກ່ກຸ່ມ IS ໃນອິຣັກຂ້າມຊາຍແດນເຂົ້າມາຊ່ວຍເຫຼືອສະມາຊິກທີ່ກຳລັງຖືກປິດລ້ອມຢູ່ໃນແຂວງເດອີ ເອສຊໍ.


ໂຄສົກກະຊວງປ້ອງກັນປະເທດລັດເຊຍກ່າວຕໍ່ໄປວ່າ ເຖິງແມ່ນວ່າກອງທັບ ສ.ອາເມຣິກາ ແລະ ພັນທະມິດຍັງຄົງປະຕິບັດການໃນຊີຣີຢູ່ກໍ່ຕາມ ນັ້ນເປັນພຽງ "ເຫດຜົນບາງປະການເທົ່ານັ້ນ" ແຕ່ ສ.ອາເມຣິກາ ຕ້ອງຊີ້ແຈງສະຖານະການບໍລິເວນຕາມເຂດຊາຍແດນທາງຕາເວັນອອກຂອງແມ່ນ້ຳຢູເຟຣຕິສ ວ່າຕ້ອງການສ້າງຄວາມຫຍຸ້ງຍາກໃຫ້ກັບກອງທັບຊີຣີບໍ່? ເພາະກອງທັບຊີຣີກຳລັງປະຕິບັດການຢູ່ໃນແຂວງເດອີ ເອສຊໍ ຫຼື ເປັນຍຸດທະສາດໃນການຂັບໄລ່ກຸ່ມ IS ອອກຈາກອິຣັກ ດ້ວຍການປ່ອຍໃຫ້ອົບພະຍົບເຂົ້າມາເປັນເປົ້າໝາຍໃນການໂຈມຕີທາງອາກາດຂອງກອງທັບຊີຣີ ແລະ ລັດເຊຍກັນແທ້.

ຂະນະດຽວກັນກະຊວງປ້ອງກັນປະເທດ ສ.ອາເມຣິກາ ກໍ່ໄດ້ອອກຖະແຫຼງການປະຕິເສດຂໍ້ກ້າວຫາຂອງລັດເຊຍ ພ້ອມທັງຢືນຢັນວ່າເປົ້ນໝາຍຂອງປະຕິບັດການທາງການທະຫານໃນອິຣັກ ແລະ ຊີຣີ ຄືການກວາດລ້າງກຸ່ມ IS ໃຫ້ໝົດໄປເທົ່ານັ້ນ.

No comments

Powered by Blogger.