ສົງຄາມນິວເຄຼຍພ້ອມທີ່ຈະເກີດຂຶ້ນໄດ້ທຸກເມື່ອ ທູດເກົາຫຼີເໜືອປະຈຳ UN ກ່າວ - ອິດສະຫຼະ

ສົງຄາມນິວເຄຼຍພ້ອມທີ່ຈະເກີດຂຶ້ນໄດ້ທຸກເມື່ອ ທູດເກົາຫຼີເໜືອປະຈຳ UN ກ່າວ



ສຳນັກຂ່າວຕ່າງປະເທດລາຍງານ 17 ຕຸລາ 2017 ວ່າ: ທ່ານ ຄິມ ອິນ ຣີຢອງ ຮອງທູດເກົາຫຼີເໜືອປະຈຳສະຫະປະຊາຊາດ ກ່າວຕໍ່ກຳມາທິການປົດອາວຸດຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດເມື່ອວັນຈັນທີ່ຜ່ານມາວ່າ: ບໍ່ມີປະເທດໃດໃນໂລກນອກເໜືອຈາກເກົາຫຼີເໜືອ ທີ່ຕົກຢູ່ພາຍໃຕ້ໄພຮຸກຮານໂດຍກົງ ແລະ ຮ້າຍແຮງຈາກນິວເຄຼຍຂອງສະຫະລັດ ອາເມຣິກາ ແລະ ເກົາຫຼີເໜືອມີສິດທີ່ຈະປ້ອງກັນໂຕເອງ.

ທ່ານ ຄິມ ກ່າວຕື່ມອີກວ່າ ປີນີ້ເກົາຫຼີເໜືອໄດ້ກາຍເປັນປະເທດມະຫາອຳນາດນິວເຄຼຍໂດຍສົມບູນແບບແລ້ວ ແລະ ມີຄວາມສາມາດທາງດ້ານນິວເຄຼຍໃນຫຼາຍລະບັບລວມເຖິງ ລະເບີດປະລາມະນູນ, ລະເບີດໄຮໂດຼເຈນ ແລະ ຂີປະນາວຸດຂ້າມທະວີບ, ພ້ອມທັງເຕືອນວ່າ ແຜ່ນດິນໃຫຍ່ສະຫະລັດ ອາເມຣິກາທັງໝົດຕົກຢູ່ໃນໄລຍະການຍິງຂອງພວກເຮົາ ແລະ ຫາກສະຫະລັດ ອາເມຣິກາຮຸກຮານ ພວກເຮົາຈະລົງໂທດຢ່າງຮຸນແຮງດ້ວຍການໂຈມຕີທຸກບ່ອນທົ່ວໂລກ.

ທາງດ້ານທ່ານ ຈອນ ເຈ ຊັນລິແວນ ຮອງລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ກ່າວຕໍ່ສື່ມ່ວນຊົນທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ພາຍຫຼັງສຳເລັດການຢ້ຽມຢາມ ເພື່ອປຶກສາຫາລືກັບລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ເມື່ອວັນຈັນທີ່ຜ່ານມາວ່າ ສະຫະລັດ ອາເມຣິກາຫວັງທີ່ຈະຮ່ວມໂຕະເຈລະຈາໂດຍກົງກັບເກົາຫຼີເໜືອໃນບັ້ນປາຍ ໂດຍສະຫະລັດ ອາເມຣິກາເອງແມ່ນເນັ້ນແນວທາງການທູດເພື່ອແກ້ໄຂບັນຫາ ແຕ່ສະຫະລັດ ອາເມຣິກາ ແລະ ພັນທະມິດຄື ຍີ່ປຸ່ນ ແລະ ເກົາຫຼີໃຕ້ ພ້ອມທີ່ຈະປະຈັນໜ້າກັບສິ່ງທີ່ຊົ່ວຮ້າຍທີ່ສຸດ ຫາກການທູດລົ້ມເຫຼວ.

No comments

Powered by Blogger.