ເກີດເຫດປະທ້ວງຂັບໄລ່ທ່ານ ທຣຳ ທ່າມກາງບັນຍາກາດການປະຊຸມສຸດຍອດອາຊຽນທີ່ມະນິລາ - ອິດສະຫຼະ

ເກີດເຫດປະທ້ວງຂັບໄລ່ທ່ານ ທຣຳ ທ່າມກາງບັນຍາກາດການປະຊຸມສຸດຍອດອາຊຽນທີ່ມະນິລາ



ສຳນັກຂ່າວຕ່າງປະເທດລາຍງານ 13 ພະຈິກ 2017 ວ່າ: ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນຄັ້ງທີ 31 ທີ່ຈັດຂຶ້ນຢູ່ນະຄອນຫຼວງມະນິລາ ປະເທດຟິລິບປິນ ໃນທ່າມກາງບັນຍາກາດດັ່ງກ່າວ ກໍ່ໄດ້ມີກຸ່ມຜູ້ປະທ້ວງປະມານ 3,500 ຄົນ ພະຍາຍາມເດີນຂະບວນໄປຍັງສະຖານທູດສະຫະລັດ ອາເມຣິກາ ປະຈຳນະຄອນຫຼວງມະນິລາ ແຕ່ຖືກເຈົ້າໜ້າທີ່ຕຳຫຼວດປາບຈະລາຈົນສະກັດໄວ້ກ່ອນ ຜູ້ປະທ້ວງສົ່ງສຽງຮ້ອງຂັບໄລ່ທ່ານ ໂດໂນ ທຣຳ ແລະ ກ່າວຫາວ່າ ສ.ອາເມຣິກາ ເປັນຜູ້ຍຸງຍົງສົ່ງເສີມໃຫ້ເກີດຄວາມກຽດຊັງ ແລະ ກໍ່ສົງຄາມໃນຕ່າງປະເທດ ໂດຍມີການຍົກປ້າຍປະທ້ວງທີ່ມີເນື້ອໃນວ່າ "ບໍ່ເອົາທຣຳ" ແລະ ກ່າວວ່າ "ເປັນຜູ້ກໍ່ການຮ້າຍໝາຍເລກໜຶ່ງ".


ເຊິ່ງຕຳຫຼວດຟິລິບປິນກໍ່ໄດ້ສີດນ້ຳແຮງດັນສູງໃສ່ກຸ່ມຜູ້ປະທ້ວງຈຳນວນຫຼາຍເຫຼົ່ານັ້ນ ແລະ ເກີດການປະທະກັນກັບເຈົ້າໜ້າທີ່ຢ່າງຮຸນແຮງ ເຮັດໃຫ້ມີຜູ້ປະທ້ວງໄດ້ຮັບບາດເຈັບຫຼາຍຄົນ ແລະ ມີລາຍງານວ່າຕຳຫຼວດໄດ້ຮັບບາດເຈັບຢ່າງໜ້ອຍ 6 ຄົນ.


No comments

Powered by Blogger.