ດາວທຽມລາວສາມາດໃຫ້ບໍລິການໄດ້ 15 ປະເທດໃນເຂດອາຊີປາຊີຟິກ - ອິດສະຫຼະ

ດາວທຽມລາວສາມາດໃຫ້ບໍລິການໄດ້ 15 ປະເທດໃນເຂດອາຊີປາຊີຟິກ



ຫ້ອງວ່າການສຳນັກງານນາຍົກລາຍງານວ່າ: ເມື່ອຕອນບ່າຍຂອງວັນທີ 14 ທັນວາ 2017 ທີ່ຜ່ານມາ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ສະຖານີດາວທຽມລາວພາກພື້ນດິນ (LAOSAT) ທີ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງທ່ານ ຫຽມ ພົມມະຈັນ ປະທານສະພາບໍລິຫານ ບໍລິສັດດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ ພ້ອມນີ້ ກໍ່ມີບັນດາຜູ້ຕາງໜ້າຈາກກົມກອງ, ກະຊວງທີ່ກ່ຽວຂ້ອງ ແລະ ພະນັກງານວິຊາການຂອງບໍລິສັດ ເຂົ້າຮ່ວມ.


ໃນໂອກາດດັ່ງກ່າວ, ທ່ານ ຫຽມ ພົມມະຈັນ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບລວມ ຂອງການຈັດຕັ້ງປະຕິບັດໂຄງການດາວທຽມລາວ (LAOSAT) ໃນໄລຍະຜ່ານມາ ເຊິ່ງດາວທຽມລາວ ເປັນໂຄງການເພື່ອຊ່ວຍຊຸກຍູ້ການພັດທະນາຂະແໜງວິທະຍາສາດ ແລະ ເຕັກໂນໂລຊີລະດັບສູງ ຂອງປະເທດລາວ ແລະ ພາຍຫຼັງໄດ້ປ່ອຍສູ່ວົງໂຄຈອນ ກໍ່ໄດ້ເລີ່ມປ່ອຍສັນຍານໃຫ້ບໍລິການ ນັບແຕ່ປີ 2016 ເປັນຕົ້ນມາ ໂດຍແມ່ນລັດຖະບານລາວ ແລະ ບໍລິສັດຈີນ ໄດ້ຮ່ວມກັນສ້າງຕັ້ງເປັນບໍລິສັດຮ່ວມທຶນ ມີອາຍຸການນຳໃຊ້ 15 ປີ ໂດຍຖືເອົາຕະຫຼາດລາວເປັນຈຸດເລີ່ມຕົ້ນ ແລະ ຂະຫຍາຍຕະຫຼາດໂທລະຄົມມະນາຄົມທາງດາວທຽມໄປໃນຂົງເຂດອະນຸພາກພື້ນແມ່ນ້ຳຂອງ  ກວມເອົາ 15 ປະເທດ ໃນອາຊີປາຊີຟິກ ທີ່ນອນໃນແຖບເສດຖະກິດເສັ້ນທາງສາຍໄໝ. ເພື່ອອຳນວຍ ຄວາມສະດວກໃຫ້ແກ່ການຖ່າຍທອດສົດ ໂທລະພາບຜ່ານດາວທຽມ, ທັງເປັນການເຕົ້າໂຮມເອົາລະບົບໂທລະຄົມມະນາຄົມດ້ານດາວທຽມ, ບໍລິການທາງເຂົ້າຈຸດເຊື່ອມ ໃຫ້ເຄື່ອຂ່າຍບໍ່ໃຊ້ສາຍ ດ້ວຍຄວາມໄວສູງ ແລະ ບໍລິການອື່ນໆ.

ມາຮອດປະຈຸບັນ, ເປັນໄລຍະເວລາກວ່າ 2 ປີ ແມ່ນໄດ້ໃຫ້ບໍລິການສົ່ງສັນຍານໄປແລ້ວ 22 ຊ່ອງ. ໃນນີ້, ເປັນຊ່ອງເຄຍູແບນ (ໂທລະພາບ) 8 ຊ່ອງ ແລະ ຊີແບນ (ໂທລະຄົມມະນາຄົມ) 14 ຊ່ອງ ແລະ ສາມາດຂາຍໃຫ້ຕ່າງປະເທດໄດ້ຈຳນວນ 17 ຊ່ອງ. ນອກຈາກນີ້, ຍັງໄດ້ບໍລິການຮັບ-ສົ່ງໂທລະພາບຈຳນວນ 130 ຊ່ອງ ໃນຄວາມອາດສາມາດຕົວຈິງ ທີ່ສາມາດຮອງຮັບໄດ້ເຖິງ 180 ຊ່ອງ ແລະ ຍັງມີໂຄງການສ້າງໂທລະພາບ, ບໍລິການຫ້ອງຖ່າຍທຳລາຍການຕ່າງໆ, ຫ້ອງຕັດຕໍ່, ມີລົດຖ່າຍທອດສົດ ຈຳນວນ 3 ຄັນ ແລະ ຫ້ອງອອກອາກາດ ທີ່ໄດ້ມາດຕະຖານສາກົນ.


ແຕ່ສຳລັບການຮັບໃຊ້ໃນຂົງເຂດວຽກງານຂອງລັດຖະບານ ແມ່ນຍັງບໍ່ສາມາດໃຫ້ບໍລິການໄດ້ເທື່ອ ເນື່ອງຈາກວ່າຍັງພົບບັນຫາດ້ານງົບປະມານ. ສ່ວນດ້ານລາຍຮັບຂອງ ໂຄງການດາວທຽມ ເຫັນວ່າ ພາຍຫຼັງມີນິຕິກຳຈຳນວນໜຶ່ງອອກມາ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ກໍ່ສາມາດສ້າງລາຍຮັບໄດ້ຈຳນວນໜຶ່ງແລ້ວ ແລະ ຄາດວ່າໃນປີ 2018 ເປັນຕົ້ນໄປ ທາງໂຄງການ ຈະມີທ່າບຸກຫຼາຍຂຶ້ນ ແລະ ມີຜົນກຳໄລນັບມື້ນັບຫຼາຍຂຶ້ນ ໂດຍສະເພາະໃນຫຼາຍປະເທດທີ່ມີຄວາມຕ້ອງການສູງ ດ້ານການບໍລິການຜ່ານດາວທຽມ.

ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ຍ້ອງຍໍຊົມເຊີຍ ບໍລິສັດດຽວທຽມລາວ ທີ່ໄດ້ສູ້ຊົນບຸກບືນ ເພື່ອໃຫ້ບໍລິການຜ່ານດາວທຽມ ໃຫ້ພາກລັດ ແລະ ເອກະຊົນ ໄດ້ຊົມໃຊ້ກັນແລ້ວ ເຖິງວ່າຈະບໍ່ທັນເປັນໄປຕາມກົນໄກຕະຫຼາດ ແຕ່ກໍ່ແມ່ນການເອກອ້າງເຖິງ ກຽດສັກສີຂອງຊາດລາວ ທີ່ໄດ້ມີດາວທຽມເປັນຂອງຕົນເອງ. ເຊິ່ງສຳຄັນ ກໍ່ຈະໄດ້ຊຸກຍູ້ໃຫ້ມີການນຳໃຊ້ ເຂົ້າໃນແຕ່ລະ ຂະແໜງການຂອງລັດ ທີ່ມີຄວາມຈຳເປັນ ເພື່ອການພັດທະນາ ກໍ່ຄືພາລະກິດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພ້ອມກັນສືບຕໍ່ເສີມຂະຫຍາຍດ້ານທຸລະກິດ ໃຫ້ບໍລິການ ທັງພາຍໃນ ແລະ ຕ່າງປະເທດ ນັບມື້ນັບຫຼາຍຂຶ້ນ ໂດຍສະເພາະໃນ 15 ປະເທດ ທີ່ນອນໃນພື້ນທີ່ຂອງດາວທຽມລາວ ເພື່ອປະກອບສ່ວນສ້າງລາຍຮັບເຂົ້າງົບປະມານຫຼາຍຂຶ້ນເລື້ອຍໆ.

No comments

Powered by Blogger.