(ວິດີໂອ) ເຈົ້າໜ້າທີ່ໄທ ຈັບ 2 ຄົນລາວ ຂົນເງິນ 98 ລ້ານບາດອອກນອກປະເທດ - ອິດສະຫຼະ

(ວິດີໂອ) ເຈົ້າໜ້າທີ່ໄທ ຈັບ 2 ຄົນລາວ ຂົນເງິນ 98 ລ້ານບາດອອກນອກປະເທດ



ສື່ໃນໄທລາຍງານ 12 ທັນວາ 2017 ວ່າ: ເຈົ້າໜ້າທີ່ພາສີປະຈຳແຂວງໜອງຄາຍ ໄດ້ກວດຢຶດເງິນລວມ 98 ລ້ານບາດ ທີ່ຊຸກເຊື່ອງມາໃນລົດ TOYOTA ແລນກຸຍເຊີ ທະບຽນ ກກ 1844 ກຳແພງນະຄອນ ພ້ອມຄວບຄຸມຕົວຕົວທ້າວ ສຸບັນ ເຕຍສີລິ ອາຍຸ 30 ປີ ແລະ ທ້າວ ຄຳບອນ ເຕຍສີລິ ອາຍຸ 24 ປີ ທັງສອງເປັນຄົນສັນຊາດລາວ ຂະນະຍື່ນໜັງສື່ເພື່ອຜ່ານດ່ານຂ້າມມາຍັງປະເທດລາວ ຢູ່ດ່ານຂົວມິດຕະພາລາວ-ໄທ ແຫ່ງທີ 1.


ໂດຍຜູ້ຕ້ອງຫາທັງ 2 ຄົນໃຫ້ການກັບເຈົ້າໜ້າທີ່ໄທວ່າ: ເຮັດທຸລະກິດແລກປ່ຽນເງິນຕາຕ່າງປະເທດ ແລະ ກ່າວວ່າໄດ້ນຳເງິນ 2.5 ລ້ານໂດລາສະຫະລັດ ມາແລກປ່ຽນເປັນເງິນບາດຕາມທະນາຄານຕ່າງໆໃນແຂວງໜອງຄາຍ ຂອງໄທ ເພື່ອນຳກັບມາປະເທດລາວ.


ທາງເຈົ້າໜ້າທີ່ໄທໄດ້ໃຫ້ຮູ້ວ່າ ກໍລະນີທີ່ບຸກຄົນໃດທີ່ສົ່ງ ຫຼື ນຳເງິນຕາຕ່າງປະເທດ ເມື່ອລວມກັນແລ້ວມີມູນຄ່າເກີນກວ່າ 450,000 ບາດ ຫຼື ທຽບເທົ່າ ອອກໄປນອກ ຫຼື ຂ້າມາໃນປະເທດ ຕ້ອງແຈ້ງລາຍການກ່ຽວກັບເງິນຕາຕໍ່ເຈົ້າໜ້າທີ່ພາສີ ເຊິ່ງການກະທຳດັ່ງກ່າວເຂົ້າຂ່າຍລັກລອບນຳເງິນອອກນອກປະເທດ ຈຶ່ງໄດ້ຄວບຄຸມຕົວໄວ້ສືບສວນ ແລະ ຢຶດເງິນທັງໝົດໄວ້ກວດສອບວ່າເຊື່ອມໂຍງກັບທຸລະກິດທີ່ຜິດກົດໝາຍຫຼືບໍ່.


No comments

Powered by Blogger.