2 ອ້າຍນ້ອງລາວຂົນເງິນ 98 ລ້ານບາດອອກໄທ ໄດ້ປະກັນຕົວ ບໍ່ກ່ຽວຢາເສບຕິດ ເຈົ້າໜ້າທີ່ລາວຮ່ວມສັງເກດການ - ອິດສະຫຼະ

2 ອ້າຍນ້ອງລາວຂົນເງິນ 98 ລ້ານບາດອອກໄທ ໄດ້ປະກັນຕົວ ບໍ່ກ່ຽວຢາເສບຕິດ ເຈົ້າໜ້າທີ່ລາວຮ່ວມສັງເກດການ



ສຳນັກຂ່າວມະຕິຊົນຂອງໄທລາຍງານ 13 ທັນວາ 2017 ວ່າ: ຈາກຄວາມຄືບໜ້າກໍລະນີເຈົ້າໜ້າທີ່ດ່ານພາສີໜອງຄາຍຂອງໄທ ໄດ້ມີການຈັບກຸມທ້າວ ສຸບັນ ເຕຍສີລິ ອາຍຸ 30 ປີ ແລະ ທ້າວ ຄຳບອນ ເຕຍສີລິ ອາຍຸ 24 ປີ ສອງອ້າຍນ້ອງຄົນລາວ ຂະນະຂັບລົດທີ່ຊຸກເຊື່ອງເງິນ 98 ລ້ານບາດໄວ້ໃນລົດ ເຫດເກີດຂຶ້ນເມື່ອຕອນບ່າຍຂອງວັນອັງຄານທີ່ຜ່ານມາ, ໂດຍແຍກຈຳແນກຕາມແຖບມັດເງິນພົບວ່າ ເປັນແຖບເງິນຂອງທະນາຄານກຸງໄທ 79 ລ້ານບາດ, ທະນາການກະສິກອນໄທ 4 ລ້ານບາດ, ທະນາຄານກຸງເທບ 4 ລ້ານບາດ, ທະນາຄານທີເອັມບີ 4 ລ້ານບາດ ແລະ ບໍ່ມີກາທະນາຄານ 7 ລ້ານບາດ, ຈາກນັ້ນໄດ້ເຮັດໜັງສືສອບຖາມໄປຍັງທະນາຄານວ່າທັງສອງຄົນນຳເງິນໂດລາສະຫະລັດໄປແລກປ່ຽນເປັນເງິນບາດໄທແທ້ຕາມຄຳໃຫ້ການກັບເຈົ້າໜ້າທີ່ຫຼືບໍ່.


ຂະນະດຽວກັນພັນຕີ ແອນເຊີລີ ພົນທະລັງສີ  ຫົວໜ້າຫ້ອງການກວດຄົນເຂົ້າເມືອງຂອງລາວ ແລະ ຮ້ອຍເອກ ສຸວັນນີ ທຳມະວົງ ນັກວິຊາການ ໄດ້ເຮັດໜັງສືຈາກລັດຖະບານລາວ ໄປພົບກັບທ່ານ ນິມິດ ແສງອຳໄພ ນາຍດ່ານພາສາໜອງຄາຍ ເພື່ອຂໍຂໍ້ມູນລາຍລະອຽດທັງໝົດ ເນື່ອງຈາກເປັນປະຊາຊົນລາວຖືກເຈົ້າໜ້າທີ່ພາສີໜອງຄາຍຄວບຄຸມຕົວໄວ້ ໂດຍຈະໄດ້ນຳຂໍ້ມູນກັບໄປລາຍງານໃຫ້ຜູ້ບັງຄັບບັນຊາລະດັບສູງຂອງ ສປປ.ລາວ ຮັບຊາບ, ເຊິ່ງໃນໜັງສືດັ່ງກ່າວລະບຸວ່າ ເປັນຄຳສັ່ງຈາກຄະນະຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ.ລາວ ລົງຊື່ໂດຍ ພັນໂທ ບຸນເພັງ ວໍລະລາດ ຫົວໜ້າດ່ານກວດຄົນເຂົ້າເມືອງຂົວມິດຕະພາບລາວ-ໄທ ແຫ່ງທີ 1 ເຊິ່ງໄດ້ກວດສອບເງິນທີ່ກວດຢຶດໄວ້ ກ່ອນທີ່ທາງເຈົ້າໜ້າທີ່ດ່ານພາສີຂອງໄທຈະໄດ້ໃຫ້ຂໍ້ມູນລາຍລະອຽດເຖິງການຈັບກຸມເປັນໄລຍະເວລາສັ້ນໆ.

ທ່ານ ນິມິດ ແສງອຳໄພ ນາຍດ່ານພາສີໜອງຄາຍກ່າວວ່າ ພ້ອມໃຫ້ຄວາມຮ່ວມມືກັບທາງການລາວຢ່າງເຕັມທີ່ ແລະ ອະນຸຍາດໃຫ້ພົບກັບຜູ້ຕ້ອງຫາໄດ້ ແຕ່ທາງເຈົ້າໜ້າທີ່ລາວບໍ່ປະສົງຈະພົບທັງສອງຄົນແຕ່ຢ່າງໃດ ເຊິ່ງຂໍ້ມູນເບື້ອງຕົ້ນກໍ່ຢັງຢືນວ່າ ຄົນລາວທັງສອງຄົນເຮັດທຸລະກິດແລກປ່ຽນເງິນຕາຕ່າງປະເທດທີ່ນະຄອນຫຼວງວຽງຈັນແທ້ ເມື່ອຮວບຮວມເງິນສະກຸນໂດລາສະຫະລັດໄດ້ ກໍ່ນຳມາແລກເປັນເງິນບາດໃນໄທ ເພື່ອໄວ້ບໍລິການປະຊາຊົນລາວ ແຕ່ເປັນການລັກລອບນຳເຂົ້ານຳອອກເງິນຕາໂດຍບໍ່ແຈ້ງເຈົ້າໜ້າທີ່ ເຊິ່ງຕາມສິດທິແລ້ວສາມາດນຳເງິນອອກນອກປະເທດໄທໄດ້ຄົນລະ 450,000 ບາດຕໍ່ວັນ ແຕ່ຕ້ອງແຈ້ງເຈົ້າໜ້າທີ່ພາສີໃຫ້ຮັບຮູ້ ຫາກເກີນກວ່າ 450,000 ບາດນັ້ນ ຫຼື ຕັ້ງແຕ່ 2 ລ້ານບາດຂຶ້ນໄປ ຕ້ອງຂໍອະນຸຍາດຈາກທະນາຄານແຫ່ງປະເທດໄທກ່ອນທຸກຄັ້ງ ກໍລະນີນີ້ເປັນຄະດີອາຍາຕາມກົດໝາຍພາສີຂອງໄທ ມີອາຍຸຄວາມ 15 ປີ ຄ່າປັບຄືໂທດອາຍາ.

ນອກຈາກນີ້ທ່ານ ນິມິດ ແສງອຳໄພ ຍັງກ່າວຕື່ມວ່າ ພາຍຫຼັງທີ່ໄດ້ມີການກວດສອບແລ້ວ ແລະ ຈາກການໃຫ້ປາກຄຳຢ່າງລະອຽດບໍ່ພົບການເຊື່ອມໂຍງກັບຢາເສບຕິດແຕ່ຢ່າງໃດ ໂດຍທັງສອງຄົນຢືນຢັນຂໍປະກັນຕົວ ແລະ ຍິນດີຍົກເງິນທັງໝົດ 98 ລ້ານບາດໃຫ້ເປັນຊັບສິນຂອງລັດໄທ, ເຊິ່ງຕາມກົດໝາຍໄທແລ້ວຫາກກໍລະນີຜູ້ຕ້ອງຫາເປັນຄົນຕ່າງປະເທດ ແລະ ມີເຫດທີ່ເຊື່ອຖືໄດ້ວ່າບໍ່ສາມາດຫາຫຼັກຊັບ ຫຼື ບຸກຄົນທີ່ໜ້າເຊື່ອຖືມາເຮັດສັນຍາປະກັນໄດ້ ແລະ ຕາມຮູບຄະດີທີ່ເຊື່ອຖືໄດ້ວ່າຜູ້ຕ້ອງຫາຈະບໍ່ຫຼົບໜີ ຜູ້ຕ້ອງຫາສາມາດປະກັນຕົວເອງໄດ້ ໂດຍຍິນຍອມເປັນລາຍລັກອັກສອນໃຫ້ຢຶດໜັງສືເດີນທາງທຸກຊະນິດໄວ້ເປັນປະກັນ ປະກອບກັບທີ່ທັງສອງຄົນມີທະນາຍ ເຈົ້າໜ້າທີ່ຈຶ່ງໃຫ້ປະກັນຕົວ ແຕ່ໄດ້ຢຶດໜັງສືເດີນທາງ ພ້ອມບໍ່ອະນຸຍາດໃຫ້ອອກນອກປະເທດ ຈົນກວ່າຄະດີຈະສິ້ນສຸດ ແລະ ໃນມື້ນີ້ທັງສອງຄົນໄດ້ມາລາຍງານຕົວ ແລະ ໃຫ້ປາກຄຳເພີ່ມເຕີມກັບເຈົ້າໜ້າທີ່.


No comments

Powered by Blogger.