(ວິດີໂອ) ສ.ອາເມຣິກາ ຍອມຮັບພົບວັດຖຸລຶກລັບ (UFO) ເໜືອນ່ານຟ້າມະຫາສະໝຸດປາຊີຟິກ - ອິດສະຫຼະ

(ວິດີໂອ) ສ.ອາເມຣິກາ ຍອມຮັບພົບວັດຖຸລຶກລັບ (UFO) ເໜືອນ່ານຟ້າມະຫາສະໝຸດປາຊີຟິກ



ສຳນັກຂ່າວຕ່າງປະເທດລາຍງານ 19 ທັນວາ 2017 ວ່າ: ກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ໄດ້ເຜີຍແຜ່ວິດີໂອທີ່ບັນທຶກພາບຈາກຫ້ອງນັກບິນຂອງຍົນຂັບໄລ່ F/A-18 ຂະນະກຳລັງບິນໄລ່ນຳວັດຖຸປິດສະໜາເໜືອນ່ານຟ້າໃນມະຫາສະໝຸດປາຊີຟິກ ຫ່າງຈາກຝັ່ງຂອງຊານດິອາໂກ້ ລັດຄາລິຟໍເນຍໄປທາງຕາເວັນຕົກປະມານ 160 ກິໂລແມັດ.

ໂດຍວິດີໂອດັ່ງກ່າວບັນທຶກໄດ້ໂດຍນັກບິນຂອງຍົນຂັບໄລ່ F/A-18 ນາວາໂທ ເດວິດ ຟຼາເວີ ແລະ ນາວາຕີ ຈິມ ສະໄລ ໃນຂະນະທີ່ບິນປະຕິບັດພາລະກິດຈາກເຮືອບັນທຸກຍົນຮົບ USS Nimitz ຈາກບັນທຶກວິດີໂອດັ່ງກ່າວສະແດງໃຫ້ເຫັນເຖິງບົດສົນທະນາຂອງນັກບິນທັງສອງ ທີ່ໂອ້ລົມກັນເຖິງການພົບວັດຖຸປິດສະໜາໃນປີ 2004 ເຊິ່ງມີຂະໜາດຄ້າຍຄືຍົນໂດຍສານ ແຕ່ສາມາດບິນໄດ້ໄວ ແລະ ຄ່ອງຕົວກວ່າຍົນໂດຍສານທົ່ວໄປ.


ພວກເຂົາເຈົ້າພົບວັດຖຸດັ່ງກ່າວທີ່ລະດັບຄວາມສູງ 80,000 ຟິດ ກ່ອນຈະຫຼຸດລະດັບລົງມາຢູ່ທີ່ 20,000 ຟິດ ແລ້ວນັກບິນທັງສອງຈຶ່ງໄດ້ບິນຕິດຕາມ ເພື່ອບັນທຶກພາບດັ່ງກ່າວ ກ່ອນວັດຖຸລຶກລັບນັ້ນຈະບິນກັບໄປທີ່ລະດັບຄວາມສູງທີ່ນັກບິນທັງສອງບໍ່ສາມາດຕິດຕາມໄປໄດ້.

ເຖິງຢ່າງໃດກໍ່ຕາມສິ່ງທີ່ໜ້າສັງເກດວ່າ ຈາກວິດີໂອດັ່ງກ່າວ ອາດນຳໄປສູ່ງໂຄງການວິໄຈເພື່ອກວດຈັບວັດຖຸປິດສະໜານອກໂລກແບບລັບໆຂອງກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ໂດຍນຳງົບປະມານ 22 ລ້ານໂດລາສະຫະລັດມາວິໄຈ ເພື່ອພິສູດໃຫ້ຮູ້ໄພຮຸກຮານທີ່ອາດຈະມາຈາກນອກໂລກ.


No comments

Powered by Blogger.