ໄຊບີເຣຍ (ລັດເຊຍ) ອຸນຫະພູມ -68 ອົງສາເຊ ໜາວສຸດເປັນປະຫວັດສາດ (ວິດີໂອ) - ອິດສະຫຼະ

ໄຊບີເຣຍ (ລັດເຊຍ) ອຸນຫະພູມ -68 ອົງສາເຊ ໜາວສຸດເປັນປະຫວັດສາດ (ວິດີໂອ)



ໃນເຂດປົກຄອງຕົນເອງສາທາລະນະລັດຊາຮາ ເຂດໄຊບີເຣຍ ທາງພາກຕາເວັນອອກໄກຂອງລັດເຊຍ ທີ່ຢູ່ຫ່າງຈາກນະຄອນຫຼວງມົດສະກູໄປທາງຕາເວັນອອກປະມານ 5,300 ກິໂລແມັດ ອຸນຫະພູມລົງຕ່ຳເຖິງ -68 ອົງສາເຊ, ເຈົ້າໜ້າທີ່ທ້ອງຖິ່ນໄດ້ສັ່ງປິດໂຮງຮຽນມາຕັ້ງແຕ່ວັນທີ 17 ມັງກອນ ທີ່ຜ່ານມາ ທີ່ອຸນຫະພູມລົງເຖິງລະດັບ -65 ອົງສາເຊ, ໂດຍໃນຊາຮາຖືເປັນທີ່ຕັ້ງຂອງບ້ານໂອມຢາຄອນ ເຊິ່ງໄດ້ຮັບການຮຽກຂານວ່າ ເປັນຖິ່ນທີ່ຢູ່ອາໄສຖາວອນຂອງມະນຸດທີ່ໜາວທີ່ສຸດໃນໂລກ.


ໂດຍມີປະຊາຊົນຈຳນວນຫຼາຍ ທີ່ຢູ່ໃນເຂດດັ່ງກ່າວນີ້ ໄດ້ພາກັນຖ່າຍຮູບພາບ ແລະ ວິດີໂອ ເຜີຍແຜ່ລົງໃນໂລກອອນລາຍເປັນຈຳນວນຫຼາຍ, ຂະນະທີ່ບາງກຸ່ມກໍ່ໄດ້ເຜີຍແຜ່ວິດີໂອທີ່ສະແດງຄວາມອາດຫານລົງໄປລອຍນ້ຳທ່າມກາງອຸນຫະພູມຕິດລົບທີ່ໜາວເຢັນທີ່ສຸດໃນໂລກ.

ເຖິງແມ່ນວ່າໃນນະຄອນຫຼວງມົດສະກູ ສະພາບອາກາດຈະບໍ່ຮຸນແຮງປານໃດ ແຕ່ອຸນຫະພູມກໍ່ຕິດລົບ -7 ອົງສາໃນວັນພະຫັດ (18 ມັງກອນ) ແລະ ມີຫິມະຕົກຫຼາຍເຮັດໃຫ້ສະພາບການຈາລະຈອນເຄື່ອນຕົວໄດ້ຊ້າ ເຈົ້າໜ້າທີ່ຕ້ອງໄດ້ຈະກາຍກຳລັງຄົນກວ່າ 10,000 ຄົນ ເພື່ອເຂົ້າໄປອຳນວຍຄວາມສະດວກຕາມເສັ້ນທາງສາຍຕ່າງໆໃນນະຄອນຫຼວງ.


No comments

Powered by Blogger.