ເກີດເຫດແຜ່ນດິນໄຫວທີ່ ເມືອງຄຳເກີດ ແຂວງບໍລິຄຳໄຊ - ອິດສະຫຼະ

ເກີດເຫດແຜ່ນດິນໄຫວທີ່ ເມືອງຄຳເກີດ ແຂວງບໍລິຄຳໄຊ



ເມື່ອເວລາ 13:36 ນາທີ ຂອງວັນທີ 14 ມັງກອນ 2018 ໄດ້ເກີດເຫດແຜ່ນດິນໄຫວຂະໜາດ 4.8 ໂດຍມີຈຸດສູນກາງຢູ່ເສັ້ນຂະໜາດທີ 18.40 ອົງສາເໜືອ ແລະ ເສັ້ນແວງທີ 105.00 ອົງສາຕາເວັນອອກ ທີ່ຢູ່ໃກ້ກັບຊາຍແດນຫວຽດນາມ ບ້ານທີ່ໃກ້ກັບຈຸດສູນກາງທີ່ສຸດແມ່ນບ້ານນ້ຳປັນ, ບ້ານຖ້ຳປີ້ງ ແລະ ບ້ານນາເຮືອງ ເມືອງຄຳເກີດ ໂດຍແຮງສັ່ນສະເທືອນສາມາດຮັບຮູ້ໄດ້ເຖິງຕົວເມືອງຄຳເກີດ ແລະ ເມືອງນາກາຍແຂວງຄຳມ່ວນ.

ແຕ່ຍັງບໍ່ມີລາຍງານຄວາມເສຍຫາຍ ຫຼື ຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດ ຈາກເຫດການດັ່ງກ່າວ.

No comments

Powered by Blogger.