ຊາວເວເນຊູເອລາ ລີ້ໄພທາງເສດຖະກິດກວ່າເຄິ່ງລ້ານຄົນ ໄປຍັງໂກໂລມບີ - ອິດສະຫຼະ

ຊາວເວເນຊູເອລາ ລີ້ໄພທາງເສດຖະກິດກວ່າເຄິ່ງລ້ານຄົນ ໄປຍັງໂກໂລມບີ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 19 ມັງກອນ 2018 ວ່າ: ສຳນັກງານກວດຄົນເຂົ້າເມືອງຂອງໂກໂລມບີອອກຖະແຫຼງການເມື່ອວັນສຸກທີ່ຜ່ານມາວ່າ ຈຳນວນພົນລະເມືອງຂອງເວເນຊູເອລາອາໄສຢູ່ໃນປະເທດປະມານ 550,000 ຄົນ ເພີ່ມຂຶ້ນ 62% ຈາກໃນຮອບ 6 ເດືອນທີ່ຜ່ານມາ ແຕ່ສ່ວນໃຫຍ່ເປັນຜູ້ລັກລອບຂ້າມຊາຍແດນເພື່ອລີ້ໄພທາງເສດຖະກິດ ຈາກວິກິດພາຍໃນປະເທດຂອງເວເນຊູເອລາ ທີ່ຍັງຄົງຊຳເຮື້ອ ແລະ ຍັງບໍ່ມີທິດທາງທີ່ຈະຜ່ອນຄາຍໄດ້ງ່າຍ, ເຖິງຢ່າງໃດກໍ່ຕາມ ເຈົ້າໜ້າທີ່ໄດ້ໃຫ້ການຊ່ວຍເຫຼືອດ້ານມະນຸດຕາມຄວາມເໝາະສົມ ໃຫ້ແກ່ຜູ້ອົບພະຍົບຊາວເວເນຊູເອລາ ເຊິ່ງສ່ວນໃຫຍ່ລວມຕົວກັນຢູ່ຕາມຊາຍແດນທີ່ມີຄວາມຍາວປະມານ 2,200 ກິໂລແມັດ ດ້ວຍການແຈກຍາຍອາຫານ, ຢາ ແລະ ຈັດສັນທີ່ພັກອາໄສຊົ່ວຄາວໃຫ້.

ໃນສ່ວນຂອງຈຳນວນຊາວເວເນຊູເອລາທີ່ໄດ້ຮັບບັດຜ່ານແດນຢ່າງຖືກຕ້ອງຈາກລັດຖະບານໂກໂລມບີ ເພື່ອໃຊ້ໃນການເດີນທາງຜ່ານຈຸດກວດເຂົ້າມາຊື້ວັດຖຸສິ່ງຂອງເພື່ອນຳໄປອຸປະໂພກ ແລະ ບໍລິໂພກຈຳນວນປະມານ 1 ລ້ານຄົນ ໂດຍສະຖິຕິການເດີນທາງຂ້າມຊາຍແດນຂອງຊາວເວເນຊູເອລາກຸ່ມນີ້ສະເລ່ຍມື້ລະ 37,000 ເທື່ອຄົນ ເມື່ອປີທີ່ຜ່ານມາ, ໃນດ້ານຂອງທ່ານ ອັນໂຕນິໂອ ກູເຕເຣສ ເລຂາທິການໃຫຍ່ສະຫະປະຊາຊາດກ່າວເມື່ອອາທິດທີ່ຜ່ານມາວ່າ ສະຫະປະຊາຊາດຍິນດີ ແລະ ພ້ອມໃຫ້ການຊ່ວຍເຫຼືອແກ່ລັດຖະບານໂກໂລມບີ ໃນການຊ່ວຍເຫຼືອເບິ່ງແຍງຊົ່ວຄາວແກ່ຜູ້ອົບພະຍົບຊາວເວເນຊູເອລາ.


ເຊິ່ງກອງທຶນການເງິນລະຫວ່າງປະເທດ (IMF) ຄາດການອັດຕາເງິນເຟີ້ຂອງເວເນຊຸເອລາໃນປີນີ້ວ່າ ອາດຈະສູງເຖິງ 2,300% ເພີ່ມຂຶ້ນຫຼາຍກວ່າ 8 ເທົ່າ ເມື່ອປຽບທຽບກັບສະຖິຕິເງິນເຟີ້ຂອງປີ 2016 ເຊິ່ງຢູ່ທີ່ປະມານ 274%.


No comments

Powered by Blogger.