ສອງເກົາຫຼີຮວມຊາດພາຍໃຕ້ຄັນທຸງຜືນດຽວກັນ ໃນໂອລິມປິກລະດູໜາວ ທີ່ປຽງຊາງ - ອິດສະຫຼະ

ສອງເກົາຫຼີຮວມຊາດພາຍໃຕ້ຄັນທຸງຜືນດຽວກັນ ໃນໂອລິມປິກລະດູໜາວ ທີ່ປຽງຊາງ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 17 ມັງກອນ 2018 ວ່າ: ເກົາຫຼີເໜືອ ແລະ ເກົາຫຼີໃຕ້ອອກຖະແຫຼງການຮ່ວມກັນວ່າ ທັງສອງປະເທດເຫັນດີຮ່ວມກັນທີ່ຈະຮວມທີມຮັອກກີເພດຍິງ ສຳລັບການແຂ່ງຂັນກີລາໂອລິມປິກລະດູໜາວທີ່ເມືອງປຽງຊາງຂອງເກົາຫຼີໃຕ້ ໃນເດືອນກຸມພາທີ່ຈະມາເຖິງນີ້ ແລະ ຈະເດີນຂະບວນເຂົ້າສູ່ສະໜາມພາຍໃຕ້ຄັນທຸງເອກະພາບຜືນດຽວກັນໃນພິທີເປີດການແຂ່ງຂັນ.


ໂດຍເກົາຫຼີເໜືອຈະສົ່ງຄະນະຜູ້ແທນ ທີ່ປະກອບດ້ວຍສະມາຊິກ 550 ຄົນ ລວມທັງກອງເຊຍ 230 ຄົນ, ນັກສະແດງ 140 ຄົນ ແລະ ນັກກີລາເທັກຄວັນໂດ 30 ຄົນ ເດີນທາງໄປຍັງເກົາຫຼີໃຕ້ໃນວັນທີ 25 ມັງກອນ 2018 ນີ້, ການລົງຕົກດັ່ງກ່າວ ຈະເຮັດໃຫ້ສອງເກົາຫຼີຮວມທີມນັກກີລາເຂົ້າກັນເປັນຄັ້ງທຳອິດໃນຮອບ 27 ປີ ນັບຕັ້ງແຕ່ການແຂ່ງຂັນປິ່ງປ໋ອງຊິງແຊັມໂລກເມື່ອປີ 1991 ແລະ ການແຂ່ງຂັນເຕະບານຊິງແຊັມເຍົາວະຊົນໂລກຂອງສະຫະພັນບານເຕະສາກົນ ຫຼື FIFA ແຕ່ການຮວມທີມນັກກີລາຄັ້ງຫຼ້າສຸດນີ້ ຖືເປັນຄັ້ງທຳອິດໃນປະຫວັດສາດໂອລິມປິກ.

ໜັງສືພິມໂຊຊຸນລາຍງານຄຳກ່າວຂອງລັດຖະມົນຕີກະຊວງວັດທະນະທຳ, ກີລາ ແລະ ການທ່ອງທ່ຽວຂອງເກົາຫຼີໃຕ້ວ່າ ທີ່ຜ່ານມານັກກີລາຈາກສອງເກົາຫຼີເຄີຍເດີນຂະບວນເຂົ້າສູ່ສະໜາມຮ່ວມກັນໃນການແຂ່ງຂັນກີລາລະດັບສາກົນມາແລ້ວ 9 ຄັ້ງ.

ເຖິງແມ່ນວ່າເກົາຫຼີເໜືອ ແລະ ເກົາຫຼີໃຕ້ຈະມີການເຮັດຂໍ້ຕົກລົງຮ່ວມກັນແລ້ວກໍ່ຕາມ ແຕ່ການຕັດສິນໃຈສຸດທ້າຍຈະຂຶ້ນຢູ່ກັບຄະນະກຳມະການໂອລິມປິກສາກົນ ເຊິ່ງຈະເປັນເຈົ້າພາບຈັດກອງປະຊຸມກັບສອງເກົາຫຼີທີ່ປະເທດສະວິດໃນວັນເສົານີ້ ເພື່ອປຶກສາຫາລືເຖິງຄວາມເປັນໄປໄດ້ໃນການຮວມສອງເກົາຫຼີໃຫ້ເປັນທີມດຽວກັນ.


No comments

Powered by Blogger.