ສົງຄາມຊີຣີ ດຳເນີນມາໄດ້ເປັນປີທີ 7 ມີຜູ້ເສຍຊີວິດແລ້ວກວ່າ 5 ແສນຄົນ - ອິດສະຫຼະ

ສົງຄາມຊີຣີ ດຳເນີນມາໄດ້ເປັນປີທີ 7 ມີຜູ້ເສຍຊີວິດແລ້ວກວ່າ 5 ແສນຄົນ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 12​ ມີນາ 2018 ທີ່ຜ່ານມາວ່າ: ຂະນະທີ່ສົງຄາມກາງເມືອງຊີຣີໃກ້ຈະດຳເນີນມາຄົບ 7 ປີ ໃນວັນທີ 15 ມີນານີ້ ຖະແຫຼງການຂອງສູນສັງເກດການດ້ານສິດທິມະນຸດຊີຣີ ລະບຸວ່າ: ມີຜູ້ເສຍຊີວິດໃນສົງຄາມກາງເມືອງຊີຣີປະມານ 511,000 ຄົນ ໂດຍໃນຈຳນວນນີ້ສາມາດພິສູດບຸກຄົນແລ້ວ 353,395 ຄົນ ສ່ວນທີ່ເຫຼືອບໍ່ຮູ້ຕົວຕົນ ລວມທັງທີ່ໄປທີ່ມາຂອງຜູ້ເສຍຊີວິດ ໂດຍຜູ້ເສຍຊີວິດ 85% ເປັນປະຊາຊົນ.

ຄວາມຂັດແຍ່ງໃນຊີຣີເລີ່ມກໍ່ຕົວຈາກການປະທ້ວງລັດຖະບານ ເມື່ອວັນທີ 15 ມີນາ 2011 ກ່ອນຈະລຸກລາມບານປາຍກາຍເປັນສົງຄາມກາງເມືອງເຕັມຮູບແບບ ແລະ ແກ່ຈູງປະເທດມະຫາອຳນາດທັງໃນພູມມິພາກ ແລະ ລະດັບໂລກເຂົ້າຮ່ວມວົງ ປະຊາຊົນຫຼາຍລ້ານຄົນຕ້ອງອົບພະຍົບໜີໄປສົງຄາມ.







No comments

Powered by Blogger.