ທ່ານ ປູຕິນ ຊະນະການເລືອກຕັ້ງປະທານປະເທດລັດເຊຍ ຄະແນນເໜືອຄູ່ແຂ່ງແບບບໍ່ເຫັນຝຸ່ນ - ອິດສະຫຼະ

ທ່ານ ປູຕິນ ຊະນະການເລືອກຕັ້ງປະທານປະເທດລັດເຊຍ ຄະແນນເໜືອຄູ່ແຂ່ງແບບບໍ່ເຫັນຝຸ່ນ



ສຳນັກຂ່າວຕ່າງປະເທດລາຍງານ 19 ມີນາ 2018 ວ່າ: ຜົນການນັບຄະແນນຢ່າງເປັນທາງການຂອງການເລືອກຕັ້ງປະທານປະເທດລັດເຊຍ ທີ່ຈັດຂຶ້ນເມື່ອວັນອາທິດ (18 ມີນາ) ທີ່ຜ່ານມາ ປາກົດວ່າທ່ານ ປູຕິນ ປະທານປະເທດຄົນປັດຈຸບັນຂອງລັດເຊຍ ໃນນາມຜູ້ສະໝັກອິດສະຫຼະ ແຕ່ໄດ້ຮັບການສະໜັບສະໜູນຈາກພັກຢູໄນເຕັດ ລັດເຊຍ ຂອງທ່ານ ເດີມີຕຣີ ເມດເວດເດບ ນາຍົກລັດຖະມົນຕີຂອງລັດເຊຍ ແລະ ກຸ່ມການເມືອງໃນນາມແນວຮ່ວມປະຊາຊົນລັດເຊຍທັງມວນ ຊະນະການເລືອກຕັ້ງ ດ້ວຍຄະແນນ 76.63% (ເວລາ 08:00 ວັນທີ 19 ມີນາ 2018 ຕາມເວລາໃນລາວ).



ອັນດັບທີ 2 ຄືທ່ານ ພາເວວ ກຼູດິນິນ ຕົວແທນຜູ້ສະໝັກຈາກພັກຄອມມູນິດ ໄດ້ຮັບຄະແນນສຽງສະໜັບສະໜູນພຽງ 11.9% ຕາມດ້ວຍທ່ານ ວະລາດີເມຍ ຊິຣິນັອບສະກີ ຈາກພັກເສລີປະຊາທິປະໄຕລັດເຊຍ ໄດ້ຮັບຄະແນນສຽງສະໜັບສະໜູນ 5.7% ສ່ວນຜູ້ສະໝັກທີ່ເຫຼືອອີກ 5 ທ່ານ ໄດ້ຮັບຄະແນນສຽງສະໜັບສະໜູນຕັ້ງແຕ່ 0.6% ເຖິງ 1.6% ເທົ່ານັ້ນ, ຂະນະທີ່ຈຳນວນຜູ້ອອກມາໃຊ້ສິດເລືອກຕັ້ງແມ່ນປະມານ 67% ຈາກຈຳນວນຜູ້ມີສິດອອກສຽງທົ່ວປະເທດປະມານ 107 ລ້ານຄົນ ຖືວ່າຕ່ຳກວ່າທີ່ມີການຄາດຄະເນໄວ້ກ່ອນໜ້ານີ້.


ເຊິ່ງໃນເວລາຕໍ່ມາ, ທ່ານ ປູຕິນ ໄດ້ກ່າວປາໄສທີ່ຈັດຕຸລັດເມເນສນາຢາ ໃນນະຄອນຫຼວງມົດສະກູ ທ່າມກາງຜູ້ສະໜັບສະໜູນກວ່າ 30,000 ຄົນ ພ້ອມທັງກ່າວຂອບໃຈທຸກຄະແນນສຽງຈາກປະຊາຊົນທີ່ໃຫ້ຄວາມໄວ້ເນື້ອເຊື່ອໃຈ ໃຫ້ທ່ານເຂົ້າມາປະຕິບັດໜ້າທີ່ຕໍ່ໄປອີກ 6 ປີ ຫຼື ຈົນເຖິງປີ 2024 ແລະ ຄະແນນສຽງຈາກການເລືອກຕັ້ງຄັ້ງນີ້ ບົ່ງບອກວ່າປະຊາຊົນລັດເຊຍສ່ວນໃຫຍ່ສະໜັບສະໜູນການເຄື່ອນໄຫວນະໂຍບາຍຂອງລັດຖະບານຕະຫຼອດໄລຍະ 6 ປີທີ່ຜ່ານມາ ແລະ ຕ້ອງການໃຫ້ທ່ານນຳພາບ້ານເມືອງໃຫ້ພັດທະນາຍິ່ງໆຂຶ້ນກວ່ານີ້ໃນອີກ 6 ປີຕໍ່ໜ້າ.

ຂະນະດຽວກັນຜູ້ນຳລັດເຊຍກໍ່ໄດ້ປະນາມສະຖານະການໃນອູແກຣນ ທີ່ລັດຖະບານອູແກຣນບໍ່ອະນຸຍາດໃຫ້ປະຊາຊົນລັດເຊຍທີ່ອາໄສຢູ່ໃນປະເທດໄປໃຊ້ສິດລົງຄະແນນເລືອກຕັ້ງຢູ່ສະຖານທູດ ແລະ ກ່າວເຖິງຄວາມຂັດແຍ່ງກັບອັງກິດ ຈາກກໍລະນີຂອງທ່ານ ເຊີເກ ສະກຼີພາລ ອະດີດເຈົ້າໜ້າທີ່ໜ່ວຍຂ່າວກອງລັດເຊຍ ທີ່ລີ້ໄພຢູ່ໃນປະເທດອັງກິດ ຕັ້ງແຕ່ປີ 2010 ທີ່ໄດ້ຮັບສານພິດຮ້າຍແຮງ ພ້ອມກັບລູກສາວຈົນມີອາກາດສາຫັດ ເມື່ອວັນທີ 4 ມີນາ 2018 ທີ່ຜ່ານມາວ່າ ເປັນຂໍ້ກ່າວຫາທີ່ບໍ່ມີມູນຄວາມຈິງທີ່ສຸດ ແລະ ຖາມກັບໄປຍັງທ່ານ ນາງ ເທເຣຊາ ເມ ນາຍົກລັດຖະມົນຕີອັງກິດວ່າ ລັດຖະບານລັດເຊຍມີເຫດຜົນອັນໃດທີ່ຕ້ອງກະທຳແບບນັ້ນ ໃນຊ່ວງໄລຍະເວລາກ່ອນການເລືອກຕັ້ງ ແລະ ກ່ອນການເປັນເຈົ້າພາບບານໂລກ ທີ່ຈະເປັນໂອກາດອັນດີຍິ່ງໃຫ້ແກ່ລັດເຊຍໄດ້ປະຊາສຳພັນຕົນເອງ.

ເຖິງຢ່າງໃດກໍ່ຕາມ, ຜົນການເລືອກຕັ້ງຄັ້ງນີ້ ຖືວ່າເປັນໄປຕາມຄວາມຄາດໝາຍຂອງທຸກຝ່າຍ ສ້າງປະຫວັດສາດໃຫ້ກັບທ່ານ ປູຕິນ ອາຍຸ 65 ປີ ທີ່ຢູ່ໃນອຳນາດສູງສຸດທາງການເມືອງມາຕັ້ງແຕ່ປີ 2010 ຄອງຕຳແໜ່ງຜູ້ນຳລັດເຊຍເປັນສະໄໝທີ 4 ໂດຍເປັນສະໄໝທີ 2 ຕິດຕໍ່ກັນ ແລະ ຍັງເປັນບຸກຄົນທີ່ຄອງອຳນາດສູງສຸດທາງການເມືອງຂອງລັດເຊຍຍາວນານທີ່ສຸດ ນັບຕັ້ງແຕ່ສະໄໝຂອງທ່ານ ໂຈເຊບ ສະຕາລິນ ທີ່ດຳລົງຕຳແໜ່ງເລຂາທິການພັກຄອມມູນິດສະຫະພາບໂຊວຽດຍາວນານເຖິງ 30 ປີ ໃນລະຫວ່າງປີ 1922-1952, ເຖິງແມ່ນວ່າທ່ານ ປູຕິນ ຈະເວັ້ນຫວ່າງທາງການເມືອງໃນປີ 2008-2012 ໂດຍໃນໄລຍະເວລານັ້ນທ່ານ ເດີມີຕຣີ ເມດເວດເດບ ດຳລົງຕຳແໜ່ງປະທານປະເທດ ແຕ່ທຸກຝ່າຍເຊື່ອວ່າທ່ານ ປູຕິນ ທີ່ຢູ່ໃນຕຳແໜ່ງນາຍົກລັດຖະມົນຕີ ຄືຜູ້ມີອຳນາດສູງສຸດຕົວຈິງ.


 





No comments

Powered by Blogger.