ດ່ວນ…! ປ.ທຣຳ ສັ່ງປົດລັດຖະມົນຕີກະຊວງການຕ່າງປະເທດແບບກະທັນຫັນ ເອົາອຳນວຍການ CIA ຂຶ້ນແທນ - ອິດສະຫຼະ

ດ່ວນ…! ປ.ທຣຳ ສັ່ງປົດລັດຖະມົນຕີກະຊວງການຕ່າງປະເທດແບບກະທັນຫັນ ເອົາອຳນວຍການ CIA ຂຶ້ນແທນ



ສຳນັກຂ່າວຕ່າງປະເທດລາຍງານ 13 ມີນາ 2018 ວ່າ: ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ສັ່ງປົດລັດຖະມົນຕີກະຊວງການຕ່າງປະເທດ ທ່ານ ເຣັກ ທິວເລີສັນ, ພ້ອມທັງກ່າວຜ່ານທາງ Twitter ວ່າ: ທ່ານ ໄມ ປອມປີໂອ ຜູ້ອຳນວຍການສຳນັກຂ່າວກອງກາງສະຫະລັດ ອາເມຣິກາ (CIA) ໄດ້ຮັບການແຕ່ງຕັ້ງຂຶ້ນເປັນລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາຄົນໃໝ່ ທີ່ຜ່ານມາທ່ານ ເຣັກ ທິວເລີສັນ ປະຕິບັດງານໄດ້ຢ່າງດີ ແລະ ຕ້ອງຂໍຂອບໃຈການປະຕິບັດໜ້າທີ່ຜ່ານມາຂອງທ່ານ ເຣັກ ທິວເລີສັນ.

ຂະນະດຽວກັນ, ປະທານປະເທດສະຫະລັດ ອາເມຣິກາກໍ່ໄດ້ແຕ່ງຕັ້ງໃຫ້ທ່ານ ນາງ ຈິນາ ຮາສເປລ ອາຍຸ 61 ປີ ຮອງຜູ້ອຳນວຍການສຳນັກຂ່າວກອງກາງສະຫະລັດ ອາເມຣິກາ ຂຶ້ນເປັນຜູ້ອຳນວຍການຄົນໃໝ່ຂອງ CIA ຖືເປັນຜູ້ຍິງຄົນທຳອິດໃນປະຫວັດສາດທີ່ໄດ້ຮັບຕຳແໜ່ງສູງສຸດຂອງ CIA.

ເຈົ້າໜ້າທີ່ອາວຸໂສຂອງລັດຖະບານສະຫະລັດ ອາເມຣິກາ ເປີດເຜີຍວ່າ ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ຕ້ອງການປັບປ່ຽນຄະນະລັດຖະບານໃໝ່ ກ່ອນທີ່ຈະມີການເຈລະຈາຄັ້ງສຳຄັນກັບເກົາຫຼີເໜືອ ພາຍຫຼັງປະກາດວ່າຈະມີການປະຊຸມສຸດຍອດຮ່ວມກັນລະຫວ່າງຜູ້ນຳສະຫະລັດ ອາເມຣິກາ ກັບ ຜູ້ນຳເກົາຫຼີເໜືອ ທ່ານ ຄິມ ຈອງ-ອຶນ ແຕ່ຍັງບໍ່ໄດ້ກຳນົດວັນ ແລະ ລາຍລະອຽດຊັດເຈນ ແຕ່ຄາດວ່າຈະເປັນເດືອນພຶດສະພາ ທີ່ຈະມາເຖິງນີ້.



No comments

Powered by Blogger.