ກ່ຽວກັບ - ອິດສະຫຼະ

ກ່ຽວກັບ

ອິດສະຫຼະ.ຄອມ | ຂ່າວສານປະຊາຊົນ

ພວກເຮົາໄດ້ເລີ່ມດຳເນີນການມາຕັ້ງແຕ່ວັນທີ 13 ກຸມພາ 2013 ແລະ ເປັນສື່ອອນລາຍແຫ່ງທຳອິດຂອງ ສປປ.ລາວ ທີ່ໄດ້ຮັບອະນຸຍາດໃຫ້ “ບໍລິການຂໍ້ມູນຂ່າວສານຜ່ານສື່ອອນລາຍ” ຢ່າງຖືກຕ້ອງຕາມກົດໝາຍ ຜ່ານກົມສື່ມວນຊົນ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ໃບອະນຸຍາດ ເລກທີ ID001/ສມຊSM, ລົງວັນທີ 02 ກັນຍາ 2019.

ອິດສະຫຼະ.ຄອມ ມີຄວາມມຸ່ງໝັ້ນທີ່ຈະພັດທະນາຈາກສື່ສ່ວນບຸກຄົນ ໃຫ້ກ້າວສູ່ການເປັນອົງການສື່ສານມວນຊົນທີ່ມີລັກສະນະກ້າວໜ້າ ເພື່ອນຳສະເໜີຂໍ້ມູນຂ່າວສານດ້ວຍຄວາມວ່ອງໄວທັນເຫດການ ມີເນື້ອໃນໃຈຄວາມທີ່ຮັບປະກັນໄດ້ເຖິງຄວາມຖືກຕ້ອງເປັນຈິງ ແລະ ກະທັດຮັດຊັດເຈນ ສອດຄ່ອງກັບແນວທາງນະໂຍບາຍ, ກົດໝາຍ ແລະ ລະບຽບການ ເພື່ອເປັນກະບອກສຽງໃນພາກປະຊາຊົນໃນການສ່ອງແສງສະພາບເສດຖະກິດ-ສັງຄົມ ແລະ ເຜີຍແຜ່ນະໂຍບາຍຂອງພັກ ແລະ ລັດຖະບານສູ່ພາກປະຊາຊົນ.

ການຮັບການສະໜັບສະໜູນ

ເພື່ອຮັບປະກັນຄວາມຊື່ສັດໃນການສື່ສານຂອງພວກເຮົາ ແລະ ຄວາມເຊື່ອຖືຂອງຜູ້ອ່ານ ແລະ ຜູ້ໃຫ້ການສະໜັບສະໜູນ ຫຼັກເກນຕໍ່ໄປນີ້ ຈະໃຊ້ກັບການໂຄສະນາທັງໝົດທີ່ເຜີຍແຜ່ໃນສື່ຂອງ ອິດສະຫຼະ.ຄອມ ລວມເຖິງໂຄສະນາທີ່ສ້າງໂດຍພວກເຮົາເອງ ແລະ ຄູ່ຮ່ວມງານຂອງພວກເຮົາ.

• ອິດສະຫຼະ.ຄອມ ບໍ່ມີຄວາມສຳພັນພິເສດໃດໆກັບຜູ້ໂຄສະນາ ຫຼື ຜູ້ລົງໂຄສະນາ ຕ້ອງປະຕິບັດຕາມຫຼັກການຄວາມໜ້າເຊື່ອຖືຕາມແນວທາງຂອງພວກເຮົາຢ່າງເຂັ້ມງວດ.
• ພວກເຮົາຈະບໍ່ຊ່ວຍສ້າງ, ແກ້ໄຂ, ໃຊ້ອິດທິພົນ ຫຼື ມີສ່ວນຮ່ວມໃນການຜະລິດສື່ໂຄສະນາໃດໆ
• ໂຄສະນາຕ້ອງມີຄວາມແຕກຕ່າງຢ່າງຊັດເຈນ ກັບເນື້ອໃນທີ່ເຜີຍແຜ່ໂດຍ ອິດສະຫຼະ.ຄອມ ເຊິ່ງຈຳເປັນຕ້ອງຈຳແນກຄວາມແຕກຕ່າງດ້ວຍການໃສ່ເຄື່ອງໝາຍ “ໂຄສະນາ”.
• ຜູ້ໂຄສະນາຕ້ອງຮັບຜິດຊອບຕໍ່ເນື້ອໃນໂຄສະນາຂອງຕົນ ໂດຍຕ້ອງປະຕິບັດຕາມລະບຽບກົດໝາຍ ແລະ ແນວທາງປະຕິບັດທັງໝົດ ແລະ ຕ້ອງມີມູນຄວາມຈິງ ຫຼື ບໍ່ສ້າງຄວາມເຂົ້າໃຈຜິດໃດໆຕໍ່ສາທາລະນະ.
• ການໂຄສະນາ ແມ່ນບໍ່ໄດ້ສະທ້ອນເຖິງມຸມມອງ-ແນວຄິດທີ່ມາຈາກ ອິດສະຫຼະ.ຄອມ ເຖິງຢ່າງໃດກໍ່ຕາມ, ພວກເຮົາຂໍສະຫງວນສິດໃນການປະຕິເສດ ຫຼື ລົບໂຄສະນາໃດໆກໍ່ຕາມ ຫາກພວກເຮົາພິຈາລະນາແລ້ວວ່າ ໂຄສະນານັ້ນບໍ່ມີຄວາມຖືກຕ້ອງ ກໍ່ໃຫ້ເກີດຄວາມເຂົ້າໃຈຜິດ ຫຼື ອາດເປັນອັນຕະລາຍຕໍ່ຊື່ສຽງຂອງພວກເຮົາ.

ຫຼັກເກນຕໍ່ໄປນີ້ແມ່ນນຳໃຊ້ກັບບົດເນື້ອໃນການປະຊາສຳພັນ ເຊິ່ງສ້າງໂດຍບຸກຄົນພາຍນອກທີ່ບໍ່ກ່ຽວກັບ ອິດສະຫຼະ.ຄອມ ແຕ່ພວກເຮົາໄດ້ຮັບການສະໜັບສະໜູນຈາກເຈົ້າຂອງເນື້ອໃນນັ້ນ.

• ການຮັບເອົາການສະໜັບສະໜູນ ເພື່ອສ້າງບົດເນື້ອໃນການປະຊາສຳພັນໂດຍພາຍນອກ ທີ່ບໍ່ກ່ຽວຂ້ອງກັບ ອິດສະຫຼະ.ຄອມ ພວກເຮົາມີສິດໄດ້ຮັບອະນຸຍາດໃຫ້ປັບປຸງ, ແກ້ໄຂ, ເພີ່ມເຕີມເນື້ອໃນ ຫຼື ເພີ່ມຂໍ້ສະເໜີຕໍ່ຜູ້ອ່ານ ແລະ ລູກຄ້າ ຫຼື ຮຽບຮຽງຄືນໃໝ່ ຫຼື ເພີ່ມການວິເຄາະໃຫ້ລະອຽດຂຶ້ນຕື່ມກ່ອນການນຳສະເໜີ.
• ບົດເນື້ອໃນການປະຊາສຳພັນໃນ ອິດສະຫຼະ.ຄອມ ອາດມີທັງການໄດ້ຮັບການສະໜັບສະໜູນ ຫຼື ບໍ່ໄດ້ຮັບການສະໜັບສະໜູນ ເພາະບາງຄັ້ງພວກເຮົາເປັນຜູ້ຜະລິດເນື້ອໃນການປະຊາສຳພັນນັ້ນເອງ ເນື່ອງຈາກເປັນສິ່ງໃໝ່ໆທີ່ຕ້ອງນຳສະເໜີ.
• ອິດສະຫຼະ.ຄອມ ຈະຕົກລົງຍອມຮັບເອົາການສະໜັບສະໜູນ ຫາກບົດເນື້ອໃນການປະຊາສຳພັນຜ່ານການກວດສອບ ວ່າສອດຄ່ອງກັບມາດຕະຖານດ້ານຈະລິຍະທຳສື່ ແລະ ຢູ່ໃນຫຼັກການຂອງຄວາມໜ້າເຊື່ອຖື.
• ບົດເນື້ອໃນການປະຊາສຳພັນທີ່ໄດ້ໃຫ້ການສະໜັບສະໜູນ ຖືເປັນເນື້ອໃນທີ່ສ້າງຂຶ້ນຢ່າງອິດສະຫຼະ ຈະຕ້ອງບໍ່ລຳອຽງ ແລະ ເຊື່ອຖືໄດ້ຄືກັບເນື້ອໃນອື່ນໆດັ່ງນີ້:
i. ໃນເບື້ອງຕົ້ນຕ້ອງມີການຕົກລົງຮ່ວມກັນລະຫວ່າງ ອິດສະຫຼະ.ຄອມ ກັບຜູ້ໃຫ້ການສະໜັບສະໜູນ ເຊິ່ງຜູ້ສະໜັບສະໜູນອາດແນະນຳຫົວຂໍ້ທີ່ສະເພາະເຈາະຈົງໃຫ້ກັບພວກເຮົາ ແຕ່ພວກເຮົາມີສິດບໍ່ຈຳເປັນຕ້ອງຍອມຮັບເອົາຄວາມຄິດຂອງຜູ້ສະໜັບສະໜູນ ເຊິ່ງຈະດຳເນີນການໄປຕາມການພິຈາລະນາຂອງພວກເຮົາເອງ ວ່າຫົວຂໍ້ນັ້ນເປັນໄປຕາມແນວທາງນະໂຍບາຍຂອງພວກເຮົາ.
ii. ອິດສະຫຼະ.ຄອມ ຈະດຳເນີນການເກັບກຳຂໍ້ມູນ, ຜະລິດບົດເນື້ອໃນການປະຊາສຳພັນ ແລະ ແກ້ໄຂເນື້ອໃນ ໂດຍປາສະຈາກການຄວບຄຸມ ຫຼື ອິດທິພົນຈາກຜູ້ສະໜັບສະໜູນ ເພື່ອໃຫ້ຢູ່ໃນມາດຕະຖານດຽວກັບເນື້ອໃນອື່ນໆທີ່ນຳສະເໜີໃນ ອິດສະຫຼະ.ຄອມ ແລະ ທີ່ສຳຄັນພວກເຮົາບໍ່ຈຳເປັນຕ້ອງຜ່ານບົດເນື້ອໃນການປະຊາສຳພັນກ່ອນການນຳສະເໜີ.
• ບົດເນື້ອໃນທີ່ໃຫ້ການສະໜັບສະໜູນ ຈະຕ້ອງໄດ້ລະບຸຢ່າງຊັດເຈນວ່າ ເນື້ອໃນດັ່ງກ່າວຜະລິດໂດຍບຸກຄົນ ຫຼື ນິຕິບຸກຄົນພາຍນອກ ທີ່ເປັນອິດສະຫຼະໃນການສ້າງ ຫຼື ຜະລິດເນື້ອໃນ

ນະໂຍບາຍ ແລະ ແນວທາງປະຕິບັດໃນການໂຄສະນາ

ນະໂຍບາຍການໂຄສະນາທົ່ວໄປ
• ໂຄສະນາຕ້ອງສອດຄ່ອງກັບຂໍ້ກຳນົດທາງເຕັກນິກ ຕາມການນຳກົດຂອງ ອິດສະຫຼະ.ຄອມ
• ໂຄສະນາຕ້ອງບໍ່ເປັນການເຮັດໃຫ້ເຂົ້າໃຈຜິດ ຫຼື ເປັນການຫຼອກລວງ
• ໂຄສະນາຕ້ອງເປັນໄປຕາມລະບຽບກົດໝາຍ ແລະ ຮີດຄອງປະເພນີ
• ຜູ້ໂຄສະນາຕ້ອງຍອມຮັບຂໍ້ຕົກລົງ ແລະ ເງື່ອນໄຂການໂຄສະນາຂອງ ອິດສະຫຼະ.ຄອມ
• ອິດສະຫຼະ.ຄອມ ອາດຕ້ອງຈຳກັດຄວາມຮັບຜິດຊອບ ເພື່ອແຍກຄວາມແຕກຕ່າງການໂຄສະນາຈາກເນື້ອໃນຂອງ ອິດສະຫຼະ.ຄອມ ແລະ ຈະມີການລະບຸວ່າເປັນການໂຄສະນາທີ່ໄດ້ຮັບຜົນຕອບແທນ ເພື່ອສະແດງໃຫ້ເຫັນວ່າ ນັ້ນບໍ່ແມ່ນມຸມມອງ ຫຼື ທັດສະນະຂອງພວກເຮົາ
• ອິດສະຫຼະ.ຄອມ ຂໍສະຫງວນສິດທີ່ຈະປະຕິເສດການໂຄສະນາໃດໆກໍ່ຕາມ ດ້ວຍເຫດຜົນໃດກໍ່ຕາມທີ່ຂຶ້ນຢູ່ກັບການຕັດສິນໃຈຂອງພວກເຮົາ
• ຜູ້ໂຄສະນາຕ້ອງຢືນຢັນເປັນລາຍລັກອັກສອນ ວ່າຕົນມີສິດໃຊ້ຊັບສິນທາງປັນຍາຂອງບຸກຄົນທີ່ສາມເຊັ່ນ: ເຄື່ອງໝາຍການຄ້າ, ກຣາບຟິກ ແລະ ອື່ນໆ
• ເຄື່ອງໝາຍຂອງ ອິດສະຫຼະ.ຄອມ ບໍ່ສາມາດໃຊ້ໃນການໂຄສະນາໄດ້ ຫາກບໍ່ໄດ້ຮັບການຍິນຍອມເປັນລາຍລັກອັນສອນລ່ວງໜ້າ

ນະໂຍບາຍໂຄສະນາສະເພາະ
• ການແບ່ງແຍກ: ບໍ່ຮັບໂຄສະນາທີ່ມີຮູບພາບ ຫຼື ຂໍ້ຄວາມທີ່ເຮັດໃຫ້ເກີດອະຄະຕິ, ການເລືອກປະຕິບັດຕໍ່ເຊື້ອຊາດ, ສາສະໜາ, ຄວາມພິການ, ເພດ, ອາຍຸ ຫຼື ລົດສະນິຍົມທາງເພດ.
• ການພະນັນ: ບໍ່ຮັບໂຄສະນາທີ່ເປັນການສົ່ງເສີມການພະນັນທຸກຮູບແບບທັງຖືກ ແລະ ຜິດກົດໝາຍ.
• ຢາສູບ: ບໍ່ຮັບໂຄສະນາຢາສູບ, ຍີ່ຫໍ້ຢາສູບ ຫຼື ຜະລິດຕະພັນຢາສູບ.
• ເຄື່ອງດື່ມມຶນເມົາ:  ບໍ່ຮັບໂຄສະນາເຄື່ອງດື່ມມຶນເມົາ, ຍີ່ຫໍ້ເຄື່ອງດື່ມມຶນເມົາ ຫຼື ຜະລິດຕະພັນມຶນເມົາ.
• ອາວຸດ ແລະ ວັດຖຸລະເບີດ:  ບໍ່ຮັບໂຄສະນາອາວຸດ ແລະ ວັດຖຸລະເບີດ.
• ສາສະໜາ:  ບໍ່ຮັບໂຄສະນາຈາກອົງກອນທາງສາສະໜາ.
• ການເມືອງ: ບໍ່ຮັບໂຄສະນາຈາກພັກການເມືອງ ຫຼື ນັກການເມືອງ, ແຕ່ ອິດສະຫຼະ.ຄອມ ຈະເຜີຍແຜ່ນະໂຍບາຍຕ່າງໆ ທີ່ຜ່ານການຮັບຮອງໂດຍພັກ-ລັດຖະບານ ທັງສູນກາງ ແລະ ທ້ອງຖິ່ນ.

*ຄຳເຕືອນ: ອິດສະຫຼະ.ຄອມ ບໍ່ເໝາະສົມກັບນັກອັກສອນຜູ້ອ່ອນໄຫວທາງພາສາ, ຜູ້ບ້າຊາດສາສະໜາ ແລະ ຜູ້ມີພາວະວິປະຫຼິດ, ຜູ້ຢຶດຕິດວ່າຕົນເອງຄືສູນກາງຈັກກະວານໂດຍບໍ່ຍອມຮັບສິ່ງທີ່ແຕກຕ່າງຢ່າງສ້າງສັນ.


Powered by Blogger.