ສປປ.ລາວ ກຳລັງປະສົບກັບບັນຫາອັດຕາແລກປ່ຽນ ແລະ ເງິນເຟີ້ຢ່າງໜັກ ທີ່ມາຈາກຫຼາຍປັດໄຈ

ລາຍງານ 27 ມິຖຸນາ 2020, ອີງຕາມການລາຍງານຂອງທະນາຄານແຫ່ງ ສປປ.ລາວ, ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ.ລາວ (BOL) ໄດ້ຊີ້ແຈງກ່ຽວກັບສະພາບເງິນຕາຕ່າງປະເທດ, ອັດຕາແລກປ່ຽນ-ອັດຕາເງິນເຟີ້ ແລະ ມາດຕະການແກ້ໄຂ ໂດຍນັບແຕ່ທ້າຍປີ 2018 ເປັນຕົ້ນມາ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ສະພາແຫ່ງຊາດ ຊຸດທີ VIII ເມື່ອວັນທີ 25 ມີຖຸນາ ທີ່ຜ່ານມາວ່າ: ການຮັກສາສະຖຽນລະພາບເງິນຕາແຫ່ງຊາດຂອງ ສປປ.ລາວ ປະເຊີນກັບສິ່ງທ້າທ້າຍຢ່າງຫຼວງຫຼາຍມາຢ່າງຕໍ່ເນື່ອງ ໂດຍສະເພາະໃນໄລຍະທີ່ຄ່າເງິນໂດລາ ແລະ ຄ່າເງິນບາດແຂງຄ່າແຮງຢ່າງຕໍ່ເນື່ອງໃນຕະຫຼາດສາກົນ, ໃນຂະນະທີ່ພື້ນຖານເສດຖະກິດຂອງລາວຍັງອາໄສການນຳເຂົ້າສິນຄ້າ ແລະ ການບໍລິການຈາກຕ່າງປະເທດໃນລະດັບສູງ ແລະ ພັນທະໃນການຊຳລະໜີ້ສິນຕໍ່ຕ່າງປະເທດສືບຕໍ່ເພີ່ມຂຶ້ນ ແຕ່ລາຍຮັບທີ່ເປັນເງິນຕາຕ່າງປະເທດຜັດຫຼຸດລົງ ເປັນຕົ້ນກະແສເງິນຊ່ວຍເຫຼືອລ້າ, ເງິນລົງທຶນຈາກຕ່າງປະເທດທີ່ໄດ້ຮັບຜົນກະທົບຈາກເສດຖະກິດໂລກທີ່ຝືດເຄືອງ ໂດຍໃນປີ 2019 ມີເງິນທຶນໂດຍກົງຈາກຕ່າງປະເທດເຂົ້າ ສປປ.ລາວ ພຽງ 755 ລ້ານໂດລາສະຫະລັດ ຫຼຸດລົງເກືອບ 44% ເມື່ອທຽບໃສ່ປີ 2018 (ປະມານ 1.3 ພັນລ້ານໂດລາສະຫະລັດ) ແລະ ຫຼຸດລົງ 55% ເມື່ອທຽບໃສ່ປີ 2017 (ປະມານ 1.7 ພັນລ້ານໂດລາສະຫະລັດ).

ຈາກສະພາບຄວາມຕ້ອງການເງິນຕາຕ່າງປະເທດທີ່ສູງຂຶ້ນ ແຕ່ແຫຼ່ງເງິນຕາຕ່າງປະເທດຂອງປະເທດຜັດຫຼຸດລົງ ແມ່ນເປັນໄປໄດ້ຍາກທີ່ສຸດທີ່ປະເທດຈະສາມາດເພີ່ມຄັງສຳຮອງເງິນຕາຕ່າງປະເທດ ເຮັດໃຫ້ຄວາມສາມາດໃນການສະໜອງເງິນຕາຕ່າງປະເທດຂອງຂະແໜງການທະນຄານກໍ່ຄືພາກລັດມີຂໍ້ຈຳກັດ, ໂດຍແຕ່ປີ 2018 ເປັນຕົ້ນມາທະນາຄານທຸລະກິດສາມາດເກັບຊື້ໄດ້ຈາກສັງຄົມບໍ່ເກີນ 2 ຕື້ໂດລາສະຫະລັດ ຫຼຸດລົງເກືອບ 53% ເມື່ອທຽບໃສ່ 3 ປີກ່ອນໜ້ານັ້ນ ແຕ່ຄວາມຕ້ອງການຂອງສັງຄົມເພື່ອນຳເຂົ້າສິນຄ້າຈາກຕ່າງປະເທດມີບໍ່ຫຼຸດ 4 ຕື້ໂດລາສະຫະລັດ ເຊິ່ງຍັງບໍ່ໄດ້ລວມການນຳເຂົ້າບໍລິການ ແລະ ພັນທະໃນການຊຳລະໜີ້ສິນກັບຕ່າງປະເທດ.

ສະເພາະ 6 ເດືອນຕົ້ນປີ 2020, ຈາກສະພາບການລະບາດຂອງພະຍາດໂຄວິດ-19 ທີ່ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ເສດຖະກິດ-ສັງຄົມໃນທົ່ວໂລກນັ້ນ ຍິ່ງເປັນສິ່ງທ້າທາຍໃນການຮັກສາສະຖຽນລະພາບເງິນຕາແຫ່ງຊາດຂອງ ສປປ.ລາວ ຂຶ້ນຕື່ມອີກ, ໃນສະພາບຄວາມບໍ່ແນ່ນອນຂອງເສດຖະກິດໂລກ ໄດ້ສົ່ງຜົນໃຫ້ລາຄ້າຮຸ້ນ, ລາຄາຄຳ, ລາຄານ້ຳມັນ ແລະ ຄ່າເງິນຢູ່ໃນຕະຫຼາດສາກົນມີຄວາມຜັນຜວນແຮງຫຼາຍເຮັດໃຫ້ການລົງທຶນມີຄວາມສ່ຽງຮອບດ້ານ, ກະແສເງິນທຶນທີ່ຈໍຈະຈອນຢູ່ໃນທົ່ວໂລກກໍ່ໄດ້ຫຼຸດລົງຢ່າງມະຫາສານ ເນື່ອງຈາກທຸກປະເທດຕ້ອງສຸມທຶນຮອນເຂົ້າໃນດ້ານສາທາລະນະສຸກ ແລະ ຟື້ນຟູເສດຖະກິດພາຍໃນຂອງຕົນທົດແທນລາຍຮັບທີ່ສູນເສຍໄປໃນໄລຍະທີ່ມີການປິດປະເທດຢຸດການດຳເນີນການຜະລິດ ແລະ ກິດຈະກຳທາງທຸລະກິດ, ສະພາບດັ່ງກ່າວໄດ້ເຮັດໃຫ້ຄົນສ່ວນຫຼາຍມີການຫັນປ່ຽນຈາກການລົງທຶນໃນຊັບສິນມາເປັນການຖືຄອງເງິນສົດຫຼາຍຂຶ້ນ ໂດຍສະເພາະສະກຸນເງິນໂດລາສະຫະລັດ ຍັງເປັນສະກຸນເງິນທີ່ໄດ້ຮັບຄວາມເຊື່ອໝັ້ນສູງສຸດໃນສາກົນ ແລະ ເຮັດໃຫ້ເງິນໂດລາແຂງຄ່າທຽບກັບເງິນເອີໂຣ ແລະ ທຽບກັບ 6 ສະກຸນເງິນຫຼັກ (ເອີໂຣ, ເຢນ, ປອນສະເຕີຣີິງ, ໂດລາການາຄາ, ສະເວດິສໂຄຣນາ ແລະ ສະວິສຟຣັງ) ພ້ອມກັນນີ້, ເງິນບາດກໍ່ເປັນອີກສະກຸນເງິນໜຶ່ງທີ່ໄດ້ຮັບຄວາມເຊື່ອໝັ້ນສູງໃນພາກພື້ນ ເຮັດໃຫ້ເງິນບາດແຂງຄ່າທຽບກັບເງິນໂດລາສະຫະລັດຢ່າງຕໍ່ເນື່ອງ ເລີ່ມແຕ່ເດືອນເມສາເປັນຕົ້ນມາ.

ຈາກສະພາບຄືດັ່ງກ່າວ, ການຮັກສາສະຖຽນລະພາບເງິນຕາແຫ່ງຊາດຍິ່ງໄດ້ຮັບຜົນກະທົບຢ່າງໜັກໜ່ວງ ເນື່ອງຈາກປັດໄຈພາຍໃນຂອງປະເທດຍັງມີຄວາມສ່ຽງສູງໃນຫຼາຍດ້ານຈາກພື້ນຖານເສດຖະກິດທີ່ບໍ່ເຂັ້ມແຂງ ເພິ່ງພາການນຳເຂົ້າສິນຄ້າ-ການບໍລິການເປັນສ່ວນໃຫຍ່ ມີມູນຄ່າການຂາດດຸນການຄ້າ-ການບໍລິການເດືອນພຶຶດສະພາ 2020 ເກືອບ 60 ລ້ານໂດລາສະຫະລັດ (ລະດັບສະເລ່ຍ 5 ປີກ່ອນໜ້ານີ້ ຂາດດຸນປະມານ 106 ລ້ານໂດລາສະຫະລັດຕໍ່ເດືອນ ຫຼຸດລົງຍ້ອນຢູ່ໃນໄລຍະທີ່ບັນດາປະເທດຍັງປະຕິບັດມາດຕະການຈຳກັດການເຄື່ອນຍ້ານຜູ້ຄົນ) ເຊິ່ງຄູ່ຄ່າຕົ້ນຕໍແມ່ນປະເທດໄທ, ຄວາມຕ້ອງການນຳເຂົ້າສິນຄ່າສະເລ່ຍຕໍ່ເດືອນໃນປີ 2020 ຫຼຸດລົງເລັກໜ້ອຍຍ້ອນມາດຕະການປິດປະເທດ ເມື່ອທຽບໃສ່ປີຜ່ານມາ ແຕ່ກໍ່ຢູ່ໃນລະດັບປະມານ 432 ລ້ານໂດລາສະຫະລັດຕໍ່ເດືອນ (ສະເພາະຈາກປະເທດໄທ ສະເລ່ຍປະມານ 255 ລ້ານໂດລາສະຫະລັດຕໍ່ເດືອນ) ແລະ ພາລະການຊຳລະໜີ້ສິນຕໍ່ຕ່າງປະເທຂອງປະເທດຍັງຢູ່ໃນລະດັບທີ່ສູງ.

ໃນຂະນະທີ່ແຫຼ່ງເງິນຕາຕ່າງປະເທດເຂົ້າປະເທດມີຢ່າງຈຳກັດ ສະເລ່ຍກະແສເງິນລົງທຶນໂດຍກົງຈາກຕ່າງປະເທດເຂົ້າສຸດທິ ຜ່ານລະບົບທະນາຄານໃນ 5 ເດືອນຕົ້ນປີ 2020 ປະມານ 103 ລ້ານໂດລາສະຫະລັດຕໍ່ເດືອນ ເຊິ່ງການລົງທຶນໂດຍກົງຈາກຕ່າງປະເທດແມ່ນປະກອບມີ 2 ສ່ວນຄື: ສ່ວນທີ່ເປັນເງິນລົງທຶນຮູບແບບຮ່ວມຮຸ້ນ (Equity) ແລະ ເງິນທີ່ກູ້ຢືມຈາກພາຍນອກມາລົງທຶນ (Debt) ເຊິ່ງໃນຫຼາຍໂຄງການລົງທຶນໃຫຍ່ໆ ແມ່ນມີເງິນລົງທຶນໃນຮູບແບບເງິນຮ່ວມຮຸ້ນບໍ່ເກີນ 40% ແລະ 60% ຂອງມູນຄ່າການລົງທຶນນັ້ນເປັນການກູ້ຢືມທີ່ຕ້ອງມີພັນທະໃນການຊຳລະໜີ້ຕໍ່ຕ່າງປະເທດ, ພ້ອມດຽວກັນນີ້ ທະນາຄານທຸລະກິດສາມາດເກັບຊື້ເງິນຕາຕ່າງປະເທດຈາກລູກຄ້າໄດ້ສະເລ່ຍພຽງ 174 ລ້ານໂດລາສະຫະລັດຕໍ່ເດືອນ, ໃນສະພາບທີ່ການສະໜອງເງິນຕາຕ່າງປະເທດບໍ່ພຽງພໍກັບຄວາມຕ້ອງການ ໃນສະພາບທີ່ກຳລັງແຮງດັດສົມຂອງທະນາຄານແຫ່ງ ສປປ.ລາວ ມີຈຳກັດ ເຊິ່ງໃນໄລຍະ 6 ເດືອນຕົ້ນປີ 2020 ການດັດສົມເງິນຕາຕ່າງປະເທດສະເລ່ຍຕໍ່ເດືອນໃຫ້ແກ່ການນຳເຂົ້າສິນຄ້າທີ່ຈຳເປັນຂອງທະນາຄານແຫ່ງ ສປປ.ລາວ ຫຼຸດລົງເກືອບ 50% ແລະ ກຳລັງການສະໜອງເງິນຕາຕ່າງປະເທດຂອງທະນາຄານທຸລະກິດສະເລ່ຍຕໍ່ເດືອນຫຼຸດລົງເກືອບ 41% ທຽບໃສ່ລະດັບສະເລ່ຍຕໍ່ເດືອນໃນໄລຍະ 5 ປີກ່ອນໜ້າ.

ຈາກເມື່ອກ່ອນໃນໄລຍະແຕ່ປີ 2013-2017 ແຫຼ່ງເງິນຕາຕ່າງປະເທດເພື່ອຮອງຮັບການນຳເຂົ້າໂດຍສະເພາະເກືອບ 80% ມາຈາກຂະແໜງການທະນາຄານ ແລະ ສ່ວນທີ່ເຫຼືອມາຈາກການສະໜອງກັນເອງຂອງສັງຄົມ ແຕ່ມາໃນໄລຍະຕົ້ນປີ 2020 ຂະແໜງການທະນາຄານສາມາດສະໜອງເງິນຕາຕ່າງປະເທດ ເພື່ອຮອງຮັບການນຳເຂົ້າໄດ້ສະເລ່ຍພຽງ 50% ເຮັດໃຫ້ສັງຄົມຕ້ອງຊອກແຫຼ່ງສະໜອງກັນເອງສູງຂຶ້ນ ສະພາບດັ່ງກ່າວໄດ້ສົ່ງຜົນໃຫ້ຄວາມຕ້ອງການເງິນຕາຕ່າງປະເທດຍິ່ງເພີ່ມສູງ ໂດຍສະເພາະເງິນໂດລາສະຫະລັດສົ່ງຜົນໃຫ້ຢູ່ຕະຫຼາດມີການສະເໜີຂໍຊື້ໃນອັດຕາສູງກາຍ 9,700 ກີບ/ໂດລາສະຫະລັດ ເຊິ່ງເຮັດໃຫ້ສ່ວນຕ່າງລະຫວ່າງອັດຕາແລກປ່ຽນທະນາຄານ ແລະ ຕະຫຼາດສະເລ່ຍ 6 ເດືອນຢູ່ໃນລະດັບ 5.52% ສຳລັບເງິນກີບທຽບກັບໂດລາສະຫະລັດ.

ຈາກສະພາບການອ່ອນຄ່າຂອງເງິນກີບທຽບກັບໂດລາສະຫະລັດ ແລະ ທຽບກັບເງິນບາດຄືແນວນັ້ນ ພາຍໃຕ້ເງື່ອນໄຂຂອງປະເທດເຮົາທີ່ການຜະລິດພາຍໃນບໍ່ສາມາດຕອບສະໜອງຄວາມຕ້ອງການຂອງການຊົມໃຊ້ ຍັງຈຳເປັນຕ້ອງໄດ້ນຳເຂົ້າສິນຄ້າທີ່ຈຳເປັນຕໍ່ການດຳລົງຊີວິດສ່ວນໃຫຍ່ຈາກຕ່າງປະເທດ ແນ່ນອນວ່າຕົ້ນທຶນໃນການນຳເຂົ້າສິນຄ້າເຫຼົ່ານັ້ນ ຍ່ອມໄດ້ຮັບຜົນກະທົບຢ່າງຫຼີກລ້ຽງບໍ່ໄດ້ໃນອະນາຄົດ, ແຕ່ເຖິງຢ່າງໃດກໍ່ຕາມ ໃນປັດຈຸບັນນີ້ ການອ່ອນຄ່າຂອງອັດຕາແລກປ່ຽນບໍ່ແມ່ນປັດໄຈຕົ້ນຕໍ່ທີ່ສົ່ງຜົນກະທົບຕໍ່ລະດັບລາຄາ ກໍ່ຄືອັດຕາເງິນເຟີ້ໃນ ສປປ.ລາວ.

ໃນການຄິດໄລ່ດັດສະນີລາຄາການຊົມໃຊ້ລວມຂອງປະເທດ ລາຍການສິນຄ້ານຳເຂົ້າ (255 ລາຍການຈາກທັງໝົດ 485 ລາຍການ) ທີ່ໄດ້ຮັບຜົນກະທົບຈາກການອ່ອນຄ່າຂອງອັດຕາແລກປ່ຽນນັ້ນ ກວມເອົານ້ຳໜັກພຽງແຕ່ 30.7% ໃນການຄິດໄລ່ດັດສະນີລາຄາຊົມໃຊ້ລວມເຊິ່ງສະເລ່ຍ 5 ເດືອນຕົ້ນປີ 2020, ອັດຕາເງິນເຟີ້ສຳລັບດັດສະນີຜະລິດຕະພັນນຳເຂົ້າຢູ່ໃນລະດັບ 3.62%, ອັດຕາເງິນເຟີ້ສຳລັບດັດສະນີຜະລິດຕະພັນສິນຄ້າພາຍໃນຢູ່ໃລະດັບ 7.25% ເຮັດໃຫ້ອັດຕາເງິນເຟີ້ລວມຢູ່ໃນລະດັບ 6.12% ອັດຕາເງິນເຟີ້ຂອງ ສປປ.ລາວ ໂດຍລວມມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງນັ້ບແຕ່ທ້າຍປີ 2018 ເປັນຕົ້ນມາ ທີ່ໄດ້ເໜັງຕີງກ່າວກະໂດດແຮງໃນໄລຍະເດືອນຕຸລາ 2019 ຈາກລະດັບ 3.92% ໃນເດືອນກັນຍາ 2019 ມາເປັນ 5.34% ໃນເດືອນຕຸລາ 2019 ແລະ ໄດ້ສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ເພີ່ມຂຶ້ນສູງສຸດຮອດ 6.94% ໃນເດືອນມັງກອນ 2020 ຈາກລະດັບ 6.29 ໃນເດືອນທັນວາ 2019.

ສາເຫດຫຼັກທີ່ເຮັດໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນແຮງ ຍ້ອນການເພີ່ມຂຶ້ນສູງຫຼາຍຂອງດັດສະນີລາຄາໝວດສະບຽງອາຫານ ແລະ ເຄື່ອງດື່ມທີ່ບໍ່ແມ່ນເຫຼົ້າ ທີ່ເປັນຜົນທະທ້ອນຈາກການເພີ່ມຂຶ້ນຂອງລາຄາຊີ້ນ, ເຂົ້າສານ, ປາ ຍ້ອນໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໃນໄລຍະກ່ອນໜ້າ, ໂລກລະບາດໃນສັດເຮັດໃຫ້ການສະໜອງສະບຽນອາຫານບໍ່ພຽງພໍກັບຄວາມຕ້ອງການທີ່ຢູ່ໃນລະດັບສູງ ໂດຍສະເພາະໃນໄລຍະບຸນປີໃໝ່ຂອງຄົນຈີນ-ຫວຽດນາມ.

ສັງລວມແລ້ວ ໃນໄລຍະ 5 ເດືອນຕົ້ນປີ 2020 ປັດໄຈຕົ້ນຕໍ່ທີ່ພາໃຫ້ອັດຕາເງິນເຟີ້ຂອງ ສປປ.ລາວ ເພີ່ມຂຶ້ນແມ່ນໄດ້ຮັບແຮງກົດດັນຈາກທັງເບື້ອງຄວາມຕ້ອງການ (Demand Pull) ໃນສະພາບທີ່ພື້ນຖານການຜະລິດພາຍໃນບໍ່ເຂັ້ມແຂງ ສົມທັບກັບທຸກປະເທດທີ່ປະຕິບັດມາດຕະການປິດປະເທດ ແລະ ສຸມໃສ່ແກ້ໄຂບັນຫາພະຍາດລະບາດໂຄວິດ-19 ໄດ້ເຮັດໃຫ້ຄວາມຕ້ອງການໂດຍສະເພາະສະບຽງອາຫານ, ສິນຄ້າອຸປະໂພກບໍລິໂພກທີ່ຈຳເປັນພື້ນຖານໃນຊີວິດປະຈຳວັນ, ສິນຄ້າປະເທດຢາ ແລະ ອຸປະກອນປ້ອງກັນພະຍາດຍິ່ງມີສູງຂຶ້ນ ໃນຂະນະທີ່ຕ້ອງໂສ້ການຜະລິດ ແລະ ການຈໍລະຈອນຂອງຫຼາຍສິນຄ້າໄດ້ຮັບຜົນກະທົບ ແລະ ມີການຢຸດສະງັກ.

ພ້ອມກັນນັ້ນປັດໄຈຈາກແຮງກົດດັນດ້ານຕົ້ນທຶນ (Cost Push) ກໍ່ມີຜົນເນື່ອງຈາກການປັບຂຶ້ນລາຄາຂອງສິນຄ້າບາງປະເພດຢູ່ປະເທດຜູ້ສົ່ງອອກ ຕາມສະພາບກົນໄກການສະໜອງທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ສົມທົບກັບການອ່ອນຄ່າຂອງເງິນກີບທຽບໃສ່ປີຜ່ານມາ ໄດ້ສົ່ງຜົນເຮັດໃຫ້ລາຄາສິນຄ້ານຳເຂົ້າເພີ່ມຂຶ້ນ ສົ່ງຜົນໃຫ້ຕົ້ນທຶນການຜະລິດສິນຄ້າບາງສ່ວນເພີ່ມຂຶ້ນ ຍ້ອນສິນຄ້າປະເພດວັດຖຸດິບຕ່າງໆເຊັ່ນ: ປຸ໋ຍວິທະຍາສາດ, ແນວພັນພືດ, ແນວພັນສັດ, ຢາປ້ອງກັນພະຍາດຍັງຕ້ອງໄດ້ອາໄສການນຳເຂົ້າເປັນຫຼັກ.

ນອກຈາກນີ້, ອັດຕາເງິນເຟີ້ຂອງ ສປປ.ລາວ ຍັງໄດ້ຜົນມາຈາກປັດໄຈດ້ານຈິດຕະສາດ ທີ່ມີຜົນມາຈາກສະພາບຄວາມກັງວົນຕໍ່ສະພາບການລະບາດຂອງພະຍາດໂຄວິດ-19 ຄວາມກັງວັນຕໍ່ໄລຍະເວລາໃນການປິດປະເທດ, ຄວາມບໍ່ເຊື່ອໝັ້ນຕໍ່ພື້ນຖານການຜະລິດຂອງປະເທດ ແລະ ອື່ນໆ ທີ່ພາໃຫ້ເກີດປາກົດການກັກຕຸນສິນຄ້າອຸປະໂພກ-ບໍລິໂພກ ສົ່ງຜົນກະທົບໃຫ້ສິນຄ້າບາງປະເພດຂາດຕະຫຼາດ ແລະ ມີຄາລຄາສູງຂຶ້ນຢ່າງກ່າວກະໂດດ ອັນໄດ້ສົ່ງຜົນໃຫ້ດັດສະນີລາຄາສິນຄ້າໝວດສະບຽງອາຫານ ແລະ ເຄື່ອງດື່ມທີ່ບໍ່ແມ່ນເຫຼົ້າເພີ່ມຂຶ້ນສູງສະເລ່ຍກາຍ 10% ເປັນຕົ້ນແມ່ນລາຄາເຂົ້າສານທີ່ເພີ່ມຂຶ້ນ 22%, ຊິ້ນໝູເພີ່ມຂຶ້ນ 19%, ສັດປີເພີ່ມຂຶ້ນເກືອບ 12%, ພ້ອມທັງຍັງສົ່ງຜົນໃຫ້ດັດສະນີລາຄາໃນໝວດເຄື່ອງໃຊ້ໃນເຮືອນ, ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ, ໝວດຮັກສາສຸຂະພາບ ແລະ ຢາ ໄດ້ເພີ່ມຂຶ້ນສະເລ່ຍ 4.79%, 4.66%, 4.24% ຕາມລຳດັບ.

ຈາກສະພາບຄືດັ່ງກ່າວ, ທະນາຄານແຫ່ງ ສປປ.ລາວ ຊີ້ແຈ້ງວ່າ ຈະຈັດຕັ້ງປະຕິບັດນະໂຍບາຍເງິນຕາ ແລະ ອັດຕາແລກປ່ຽນໃຫ້ໄດ້ຕາມແຜນທີ່ກຳນົດໄວ້, ຈະຈັດຕັ້ງປະຕິບັດມາດຕະການກະຕຸ້ນເສດຖະກິດ ດ້ວຍການສະໜອງແຫຼ່ງທຶນຜ່ານທະນາຄານທຸລະກິດ ເພື່ອປ່ອຍກູ້ໃຫ້ບຸກຄົນ-ນິຕິບຸກຄົນທີ່ເຮັດແທ້ທຳຈິງ ໃຫ້ສາມາດເຂົ້າຫາແຫຼ່ງຂຶ້ນທີ່ມີຕົ້ນທຶນຕ່ຳໄດ້ສະດວກຍິ່ງຂຶ້ນຢ່າງເປັນຮູບປະທຳ ໂດຍສະເພາະແມ່ນການປູກຝັງ, ລ້ຽງສັດ, ການຜະລິດ ແລະ ປຸງແຕ່ງຜະລິດຕະພັນກະສິກຳ ແລະ ອຸດສາຫະກຳ, ຜະລິດສິນຄ້າອຸປະໂພກ-ບໍລິໂພກ, ຂະແໜງທ່ອງທ່ຽວ ແລະ ການບໍລິການປິ້ນອ້ອມ, ຫັດຖະກຳ ແລະ ທຸລະກິດອື່ນໆ ທີ່ສົ່ງເສີມການຜະລິດ ແລະ ການສົ່ງອອກ.

ເຊິ່ງທະນຄານແຫ່ງ ສປປ.ລາວ ຊີ້ແຈງຕື່ມວ່າ ຈະເລັ່ງໃຫ້ສາມາດປະຕິບັດກົນໄກການແລກປ່ຽນສະກຸນເງິນທ້ອງຖິ່ນກີບ/ຢວນ ກັບທະນຄານກາງຂອງ ສປ.ຈີນ ແລະ ເສີມຂະຫຍາຍໄປສູ່ທະນາຄານກາງປະເທດຄູ່ຄ້າ ເພີ່ມເຕີມເພື່ອສ້າງເງື່ອນໄຂເພີ່ມສະພາບຄ່ອງດ້ານເງິນຕາຕ່າງປະເທດໃຫ້ແກ່ປະເທດ ແລະ ຫຼຸດຜ່ອນແຮງກົດດັນຈາກການເອື່ອຍອີງເງິນຕາຕ່າງປະເທດສະກຸນໃດໜຶ່ງໃນອັດຕາສ່ວນທີ່ຫຼາຍ ແລະ ສືບຕໍ່ປະສານຂໍການຮ່ວມມືກັບທຸກພາກສ່ວນກ່ຍວຂ້ອງໃນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດຢ່າງເຂັ້ມງວດ ເພື່ອຄຸ້ມຄອງກະແສເງິນເຂົ້າ-ອອກປະເທດໃຫ້ໄດ້ດີຍິ່ງຂຶ້ນ.

ພ້ອມດຽວກັນນີ້, ເພື່ອເຮັດໃຫ້ນະໂຍບາຍເງິນຕາ ແລະ ນະໂຍບາຍການເງິນມີຄວາມກົມກຽວເປັນວິທະຍາສາດ ແລະ ສອດຄ່ອງກັບກົນໄກຕະຫຼາດ, ທະນາຄານແຫ່ງ ສປປ.ລາວ ຈະປະສານສົມທົບກັບກະຊວງການເງິນ ເພື່ອໃຫ້ກະຊວງການເງິນອອກພັນທະບັດຄັງເງິນ ໂດຍຜ່ານການປະມູນຢູ່ທະນາຄານແຫ່ງ ສປປ.ລາວ ເພື່ອດຸ່ນດ່ຽງງົບປະມານ, ກົນໄສດັ່ງກ່າວນີ້ຈະສາມາດຫຼຸດຜ່ອນຜົນກະທົບ-ຄວາມກົດດັນຕໍ່ກັບຄວາມສ່ຽງດ້ານອັດຕາແລກປ່ຽນ ແລະ ອັດຕາເງິນເຟີ້ທີ່ຈະເພີ່ມສູງຂຶ້ນນັ້ນໄດ້, ໃນທາງກົງກັນຂ້າມ ຖ້າຫາກນຳໃຊ້ກົນໄກດຸ່ນດ່ຽງດ້ວຍການລ່ວງໜ້າຈາກທະນາຄານແຫ່ງ ສປປ.ລາວ ໂດຍກົງຄືດັ່ງທີ່ໄດ້ປະຕິບັດຜ່ານມາ ແມ່ນຍິ່ງຈະເພີ່ມຄວາມສ່ຽງທງທັງສອງດ້ານຂຶ້ນອີກ.

HTML tutorial