ລາຍງານ 15 ກໍລະກົດ 2020, ທ່ານ ອັບດຸນກາວີ ອາເໝັດ ຢູຊູບ ປະທານຄະນະຕຸລາການສານຍຸຕິທຳລະຫວ່າງປະເທດ (ICJ) ອ່ານຄຳຕັດສິນ ເມື່ອວັນອັງຄານ (14 ກໍລະກົດ) ທີ່ຜ່ານມາ ກ່ຽວກັບຂໍ້ຂັດແຍ່ງເລື່ອງນ່ານຟ້າ ເຊິ່ງມີໂຈດຮ່ວມຄື: ອາຣັບບີ ຊາອູດິດ, ສະຫະນະຄອນ ເອເມຣັດ ອາຣັບ (UAE), ບາເຣນ ແລະ ເອຢິບ ກັບຄູ່ກໍລະນີຄືກາຕາ ວ່າຜູ້ພິພາກສາທັງ 16 ຄົນມີມະຕິເປັນເອກະພາບ ປະຕິເສດຄຳຮ້ອງຂອງກຸ່ມຜູ້ກ່າວຫາ ທີ່ຍື່ນເຂົ້າສູ່ຂະບວນຍຸຕິທຳເມື່ອເດືອນກໍລະກົດ 2018.
ຂະນະດຽວກັນ ກອງປະຊຸມ ICJ ມີມະຕິສຽງສ່ວນໃຫຍ່ 15 ຕໍ່ 1 ຢືນຢັນວ່າອົງການການບິນພົນລະເຮືອນລະຫວ່າງປະເທດ (ICAO) ເຊິ່ງເປັນໜ່ວຍງານທີ່ຊຳນານພິເສດຂອງສະຫະປະຊາຊາດ (UN) ໃນດ້ານການບິນທຸລະກິດລະຫວ່າງປະເທດ ຄືຜູ້ມີອຳນາດຊອບທຳໜຶ່ງດຽວ ໃນການຕັດສິນຊີ້ຂາດກໍລະນີຄວາມຂັດແຍ່ງເລື່ອງອຳນາດອະທິປະໄຕໃນຫ້ວງອາກາດ.
ເຊິ່ງ ICAO ມີສຳນັກງານໃຫຍ່ຢູ່ທີ່ເມືອງມອນທຣີອໍ ປະເທດການາດາ ມີມະຕິເມື່ອທ້າຍເດືອນມິຖຸນາ 2018 ວ່າເປັນໜ່ວຍງານທີ່ມີສິດຕາມກົດໝາຍລະຫວ່າງປະເທດ ໃນການພິຈາລະນາ ແລະ ຕັດສິນຄຳຮ້ອງຂອງກາຕາ ທີ່ກ່າວຫາກຸ່ມປະເທດເພື່ອນບ້ານໄດ້ແກ່: ອາຣັບບີ ຊາອູດິດ, UAE, ບາເຣນ ແລະ ເອຢິບ ລະເມີດອະນຸສັນຍາຊິຄາໂກ ວ່າດ້ວຍການບິນພົນລະເຮືອນລະຫວ່າງປະເທດ ສະບັບປີ 1944 ດ້ວຍການໃຊ້ອິດທິພົນຕາມລຳພັງໃຈ ຂັດຂວາງກິດຈະກຳການເດີນອະກາດຂອງກາຕາ ທີ່ຕອນນີ້ຕ້ອງເພິ່ງພາການບິນຜ່ານອີຣານເປັນຫຼັກ.
ເຖິງແມ່ນວ່າ ICAO ຍັງບໍ່ໄດ້ຕັດສິນຊີ້ຂາດໃນບັນຫາການປິດນ່ານຢ້າ ທີ່ແກ່ຍາວມາຕັ້ງແຕ່ເດືອນມິຖຸນາ 2017 ຈາກການທີ່ທັງສີ່ປະເທດ ພ້ອມໃຈກັນຕັດຂາດສາຍພົວພັນທາງການເມືອງ ແລະ ການຄ້າກັບກາຕາ ດ້ວຍເຫດຜົນວ່າກາຕາສະໜັບສະໜູນກຸ່ມກໍ່ການຮ້າຍ ແລະ ການມີສາຍພົວພັນທີ່ໃກ້ຊິດກັບອີຣານ, ແຕ່ອາຣັບບີ ຊາອູດິດ, UAE, ບາເຣນ ແລະ ເອຢິບ ສະແດງຄວາມບໍ່ພໍໃຈຕໍ່ຄຳຕັດສິນຂອງ ICJ ແລະ ຢືນຢັນວ່າ ICAO ບໍ່ມີອຳນາດຕັດສິນຊີ້ຂາດວ່າໃຜຄວນເປີດ ຫຼື ປິດນ່ານຟ້າ ເຊິ່ງເປັນເຂດອະທິປະໄຕຂອງປະເທດນັ້ນໆ, ໃນດ້ານຂອງລັດຖະບານກາຕາສະແດງຄວາມຊົມເຊີຍຕໍ່ມະຕິຂອງ ICJ.