ລາຍງານ 12 ສິງຫາ 2020, ລັດເຊຍໄດ້ຕັ້ງຊື້ວັກແຊັງປ້ອງກັນພະຍາດໂຄວິດ-19 ທີ່ໄດ້ຮັບການອະນຸມັດເປັນປະເທດທຳອິດຂອງໂລກວ່າ Spuinik V (ສະປຸດນິກ V) ສຳລັບຕະຫຼາດຕ່າງປະເທດ ໂດຍຕັ້ງຊື້ຕາມດາວທຽມດວງທຳອິດຂອງໂລກ ແລະ ຖືເປັນຄວາມສຳເລັດຂອງລັດຖະບານລັດເຊຍໃນການເປັນປະເທດທຳອິດທີ່ໄດ້ອະນຸມັດວັກແຊັງ.
ຈາກການເປີດເຜີຍຂອງທ່ານ ຄິຣິວ ເດີມິດທຣີບ (Kirill Dmitriev) ຫົວໜ້າກອງທຶນຄວາມໝັ້ນຄົງແຫ່ງຊາດ (RDIF:Russian Direct Investment Fund) ຂອງລັດເຊຍ ຍັງໃຫ້ຮູ້ວ່າ ໄດ້ຮັບຄຳຮ້ອງຂໍແລ້ວຈາກ 20 ກວ່າປະເທດ ເປັນຈຳນວນວັກແຊັງ 1 ພັນລ້ານຫຼອດແລ້ວ.
ຄຳຖະແຫຼງຂອງຫົວໜ້າ RDIF ເກີດຂຶ້ນພາຍຫຼັງທີ່ເຂົ້າພົບກັບທ່ານ ວະລາດິເມຍ ປູຕິນ ປະທານປະເທດລັດເຊຍ ຫຼັງຈາກການທົດລອງກັບຄົນໄດ້ບໍ່ເຖິງສອງເດືອນ.
ການເລັ່ງຜະລິດວັກແຊັງຂອງລັດເຊຍເຮັດໃຫ້ນັກວິທະຍາສາດນານາຊາດ ພາກັນສົງໄສວ່າເປັນຫຍັງລັດເຊຍຈຶ່ຶງຍອມເອົາຊື່ສຽງຂອງປະເທດຊາດມາແລກກັບການປະກາດໄປທົ່ວໂລກ ກ່ອນທີ່ຈະມີຜົນຢືນຢັນໃນທາງວິທະຍາສາດ ແລະ ຄວາມປອດໄພ.