ລາຍງານ 20 ສິງຫາ 2020, ກະຊວງສາທາລະນະສຸກຫວຽດນາມອອກຖະແຫຼງການ ຢືນຢັນການພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ອີກ 14 ຄົນ ເພີ່ມສະຖິຕິຜູ້ຕິດເຊື້ອສະສົມເປັນ 1,007 ຄົນ ໂດຍສະຖິຕິການພົບຜູ້ຕິດເຊື້ອລາຍວັນຂອງຫວຽດນາມເພີ່ມຂຶ້ນຢ່າງຕໍ່ເນື່ອງ ນັບຕັ້ງແຕ່ມີການພົບຜູ້ຕິດເຊື້ອພາຍໃນປະເທດເປັນຄົນທຳອິດໃນຮອບ 99 ວັນທີ່ດານັງ ເຊິ່ງເປັນເມືອງທ່າ ແລະ ເມືອງໃຫຍ່ອັນດັບ 3 ຂອງປະເທດ ເມື່ອວັນທີ 25 ກໍລະກົດ ທີ່ຜ່ານມາ.
ຂະນະທີ່ສະຖິຕິຜູ້ເສຍຊີວິດຈາກໂຄວິດ-19 ໃນຫວຽດນາມເພີ່ມເປັນ 25 ຄົນແລ້ວ ກວມເອົາ 2.48% ຂອງຜູ້ຕິດເຊື້ອ ແລະ ຍັງມີຜູ້ຕິດເຊື້ອທີ່ຍັງປິ່ນປົວຢູ່ 439 ຄົນ.