ສິ່ງທີ່ປະຊາຊົນລາວທຸກຄົນຕ້ອງຮູ້ ຫາກບໍ່ໄດ້ຮັບຄວາມເປັນທຳ ຈາກຜົນກະທົບຂອງໂຄງການ

ຈາກດຳລັດນາຍົກລັດຖະມົນຕີວ່າດ້ວຍການຊົດເຊີຍ ແລະ ການຍົກຍ້າຍຈັດສັນທີ່ຢູ່ອາໄສຈາກໂຄງການພັດທະນາ ແລະ ຂໍ້ກຳນົດກ່ຽວກັບການຈັດຕັ້ງປະຕິບັດດຳລັດເລກທີ 192/ລບ, ໄດ້ປົກປ້ອງສິດທິຂອງປະຊາຊົນຜູ້ທີ່ຈະໄດ້ຖືກຍົກຍ້າຍຈັດສັນທີ່ຢູ່ອາໄສໃໝ່. ອີງຕາມດຳລັດ ແລະ ຂໍ້ກຳນົດດັ່ງກ່າວ, ເຈົ້າຂອງໂຄງການຕ້ອງຊົດເຊີຍແກ່ປະຊາຊົນທຸກຄົນທີ່ໄດ້ຮັບຜົນກະທົບ ແລະ ສູນເສຍຊັບສິນຂອງຕົນເອງຍ້ອນໂຄງການເຊັ່ນ: ການຊົດເຊີຍສຳລັບບ້ານເຮືອນ ຫຼື ສິ່ງກໍ່ສ້າງ, ຜົນລະປູກ, ຕົ້ນໄມ້ ແລະ ຊັບສິນອື່ນໆ ລວມທັງດິນຂອງປະຊາຊົນທີ່ໄດ້ສູນເສຍໄປ. ນອກຈາກນັ້ນ, ດຳລັດ ແລະ ຂໍ້ກຳນົດດັ່ງກ່າວກໍ່ຍັງໄດ້ປົກປ້ອງສິດທິອື່ນໆຫຼາຍດ້ານຂອງປະຊາຊົນ. ການສູນເສຍສິ່ງຕ່າງໆທີ່ຖືວ່າສຳຄັນທີ່ສຸດທີ່ໂຄງການຈະຕ້ອງໃຫ້ການຊົດເຊີຍມີຄື:

– ຖ້າວ່າທີ່ດິນ, ຜົນລະປູກ ຫຼື ຊັບສິນໄດ້ຮັບຜົນກະທົບໃນໄລຍະສັ້ນຈາກໂຄງການ: ໂຄງການຕ້ອງຈ່າຍຄ່າລາຍໄດ້ທີ່ທ່ານໄດ້ສູນເສຍໄປ ແລະ ຕ້ອງປົວແປງ ຫຼື ໃຊ້ແທນຄືນຊັບສິນຕ່າງໆຂອງທ່ານທີ່ໂຄງການເຮັດໃຫ້ເກີດຄວາມເສຍຫາຍນັ້ນໃຫ້ກັບຄືນສູ່ສະພາບເດີມຄືເກົ່າ. ພ້ອມກັນນັ້ນ, ໂຄງການກໍ່ຕ້ອງຊົດເຊີຍຄ່າເສຍຫາຍທັງໝົດທີ່ເກີດຂຶ້ນກັບທີ່ດິນ ແລະ ຊັບສິນຂອງທ່ານ.

– ຖ້າຫາກທ່ານເສຍທີ່ດິນກະສິກຳຍ້ອນໂຄງການ: ອີງຕາມລະບຽບການທີ່ເອີ້ນວ່າ “ດິນແທນດິນ” ໂຄງການຈະຕ້ອງເອົາດິນກະສິກຳບ່ອນໃໝ່ຢູ່ໃນສະພາບດີຄືເກົ່າ ແທນດິນກະສິກຳທີ່ທ່ານໄດ້ເສຍໄປຍ້ອນໂຄງການ. ຖ້າວ່າໂຄງການບໍ່ສາມາດຫາດິນກະສິກຳບ່ອນໃໝ່ມາແທນໄດ້, ໂຄງການກໍ່ຕ້ອງຈ່າຍເງິນພຽງພໍໃຫ້ແກ່ທ່ານເພື່ອໄປຊື້ດິນກະສິກຳບ່ອນໃໝ່ໃຫ້ໄດ້ຕາມເນື້ອທີ່ ແລະ ຄືສະພາບດິນກະສິກຳບ່ອນເກົ່າທີ່ທ່ານໄດ້ສູນເສຍໄປ. ຖ້າວ່າດິນຂອງທ່ານເສຍຫາຍໄປແຕ່ສ່ວນໃດສ່ວນໜຶ່ງ ແລະ ສ່ວນທີ່ຍັງເຫຼືອບໍ່ໄດ້ຮັບຄວາມເສຍຫາຍແຕ່ກໍ່ບໍ່ສາມາດນຳໃຊ້ໄດ້ຄືເກົ່າ ໂຄງການຕ້ອງຊອກຫາດິນຕອນໃໝ່ທີ່ມີເນື້ອທີ່ ແລະ ມີຄວາມອຸດົມສົມບູນຄືກັບດິນຕອນເກົ່າຂອງທ່ານ (ນັບທັງສ່ວນທີ່ເສຍຫາຍ ແລະ ສ່ວນທີ່ນຳໃຊ້ບໍ່ໄດ້) ມາແທນຄືນໃຫ້ແກ່ທ່ານ. ຄ່າໃຊ້ຈ່າຍທັງໝົດລວມທັງຄ່າພາສີ, ຄ່າອາກອນ ຫຼື ຄ່າໃຊ້ຈ່າຍອື່ນໆທີ່ກ່ຽວຂ້ອງກັບດິນທີ່ໂຄງການນຳມາໃຊ້ແທນຄືນໃຫ້ແກ່ທ່ານັ້ນ, ໂຄງການຕ້ອງເປັນຜູ້ຮັບຜິດຊອບທັງໝົດ.

– ຖ້າຫາກທ່ານສູນເສຍເຮືອນຊານ ຫຼື ທຸລະກິດຂອງທ່ານ: ອີງຕາມກົດໝາຍຂອງລາວ, ໂຄງການຕ້ອງປຸກສ້າງເຮືອນໃຫ້ແກ່ປະຊາຊົນທຸກຄົນທີ່ສູນເສຍເຮືອນຊານ ຫຼື ຕ້ອງໄດ້ຍົກຍ້າຍໄປຕັ້ງຖິ່ນຖານຢູ່ບ່ອນໃໝ່. ຖ້າວ່າເຮືອນ ຫຼື ທຸລະກິດຂອງທ່ານຖືກທຳລາຍ ຫຼື ໄດ້ຮັບຜົນເສຍຫາຍຮ້າຍແຮງ ເຈົ້າຂອງໂຄງການຕ້ອງຈ່າຍຄ່າເຮືອນ ຫຼື ທຸລະກິດທີ່ຖືກທຳລາຍ ຫຼື ໄດ້ຮັບຜົນເສຍຫາຍຮ້າຍແຮງນັ້ນໃຫ້ແກ່ທ່ານ. ຖ້າວ່າທ່ານເປັນເຈົ້າຂອງທີ່ດິນເຊິ່ງເປັນທີ່ຕັ້ງຂອງເຮືອນ ຫຼື ທີ່ຕັ້ງທຸລະກິດຂອງທ່ານ ເຈົ້າຂອງໂຄງການຕ້ອງເອົາດິນບ່ອນໃໝ່ທີ່ມີເນື້ອທີ່ ແລະ ສະພາບເງື່ອນໄຂທີ່ສາມາດປຸກເຮືອນ ແລະ ດຳເນີນທຸລະກິດໄດ້ຄືແຕ່ກ່ອນແທນໃຫ້ແກ່ທ່ານພ້ອມທັງຈ່າຍພາສີ, ອາກອນ ຫຼື ຄ່າໃຊ້ຈ່າຍອື່ນໆທັງໝົດທີ່ກ່ຽວຂ້ອງກັບດິນ. ນອກຈາກນັ້ນ ເຈົ້າຂອງໂຄງການກໍ່ຕ້ອງຈ່າຍຄ່າຊົດເຊີຍສຳລັບການສູນເສຍສິ່ງກໍ່ສ້າງ ແລະ ລາຍໄດ້ທັງໝົດໃຫ້ແກ່ທ່ານ. ຄຸນນະພາບຂອງໄມ້ປຸກເຮືອນຫຼັງໃໝ່ກໍ່ຕ້ອງໃຫ້ຄືກັບຄຸນນະພາບໄມ້ເຮືອນເກົ່າຂອງທ່ານທີ່ໄດ້ສູນເສຍໄປນັ້ນ.

– ຖ້າຫາກທ່ານສູນເສຍຜົນລະປູກ, ຕົ້ນໄມ້ໃຊ້ສອຍສຳລັບປຸກສ້າງ ຫຼື ຕົ້ນໄມ້ໃຫ້ໝາກ: ໂຄງການຕ້ອງຈ່າຍຄ່າຊົດເຈຍແກ່ຄວາມເສຍຫາຍສຳລັບຜົນລະປູກຂອງທ່ານຕາມລາຄາຊື້ຂາຍກັນໃນຕະຫຼາດປັດຈຸບັນ. ຖ້າວ່າຕົ້ນໄມ້ໃຊ້ສອຍສຳລັບການປຸກສ້າງຂອງທ່ານຖືກທຳລາຍຍ້ອນໂຄງການ ໂຄງການກໍ່ຕ້ອງຈ່າຍແກ່ຄ່າເສຍຫາຍລາຍໄດ້ໃຫ້ແກ່ທ່ານ ພ້ອມທັງຊອກຫາດິນຕອນໃໝ່ທີ່ມີເງື່ອນໄຂ ແລະ ຄຸນນະພາບດີຄືເກົ່າເພື່ອປູກຕົ້ນໄມ້ໃຊ້ສອຍສຳລັບປຸກສ້າງໃຫ້ແກ່ທ່ານ. ຄຽງຄູ່ກັນນັ້ນ, ເຈົ້າຂອງໂຄງການກໍ່ຕ້ອງຈ່າຍຊົດເຊີຍລາຍໄດ້ທີ່ທ່ານເສຍໄປ ແລະ ທັງຈ່າຍຄ່າບຸກເບີກ ແລະ ສັບຊ່າວທີ່ດິນເຮັດສວນປຸກຕົ້ນໄມ້ໃຫ້ແກ່ທ່ານທັງໝົດ. ຖ້າວ່າທ່ານສູນເສຍພືດຜົນ ຫຼື ຕົ້ນໄມ້ໃຫ້ໝາກ ໂຄງການກໍ່ຕ້ອງຈ່າຍຄ່າຊົດເຊີຍເປັນເງິນພຽງພໍກັບມູນຄ່າຂອງຜົນລະປູກທັງໝົດ ແລະ ເອົາມູນຄ່າຜົນລະປູກທັງໝົດປະຈຳປີມາຄູນໃຫ້ຈຳນວນປີທີ່ຄາດວ່າຕົ້ນໄມ້ເຫຼົ່ານັ້ນຍັງສາມາດໃຫ້ໝາກຜົນຕໍ່ໄປໄດ້. ດັ່ງນັ້ນ, ເຈົ້າຂອງໂຄງການຕ້ອງຈ່າຍຊົດເຊີຍຕົ້ນໄມ້ໃຫ້ໝາກທີ່ທ່ານໄດ້ສູນເສຍໄປນັ້ນໃຫ້ແກ່ທ່ານຈົນຄົບອາຍຸທີ່ຕົ້ນໄມ້ເຫຼົ່ານັ້ນສາມາດໃຫ້ໝາກຜົນໄດ້.

– ຖ້າຫາກທ່ານສູນເສຍສິ່ງກໍ່ສ້າງໃນຊຸມຊົນຂອງຕົນ: ສິ່ງກໍ່ສ້າງຂອງຊຸມຊົນໃນນີ້ໝາຍເຖິງຄອງຊົນລະປະທານ, ນ້ຳປະປາ, ລະບົບຄອງລະບາຍນ້ຳ, ໂຮງຮຽນ, ວັດວາອາຮາມທີ່ເປັນບ່ອນສັກກາລະບູຊາ ແລະ ສິ່ງກໍ່ສ້າງຕ່າງໆລວມທັງຕະຫຼາດ ແລະ ສາລາຊຸມຊົນ. ຖ້າວ່າສິ່ງກໍ່ສ້າງໃດໜຶ່ງທີ່ກ່າວມານີ້ໄດ້ຮັບຄວາມເສຍຫາຍ ຫຼື ຖືກທຳລາຍ ເຈົ້າຂອງໂຄງການຕ້ອງກໍ່ສ້າງແທນໃຫ້ຢູ່ໃນສະພາບດີຄືແຕ່ກ່ອນ.

– ຖ້າຫາກທ່ານບໍ່ມີໜັງສືກຳມະສິດທີ່ດິນ ຫຼື ກຳມະສິດຊັບສິນ: ຖ້າຫາກທ່ານບໍ່ມີໜັງສືກຳມະສິດທີ່ດິນ ຫຼື ກຳມະສິດຊັບສິນຖືກຕ້ອງຕາມກົດໝາຍກໍ່ຕາມ ເຈົ້າຂອງໂຄງການກໍ່ຕ້ອງໄດ້ຈ່າຍຄ່າຊົດເຊີຍເຕັມສ່ວນສຳລັບສິດທິການນຳໃຊ້ທີ່ດິນ ຫຼື ຊັບສິນອື່ນໆທີ່ໄດ້ຮັບຄວາມເສຍຫາຍຈາກໂຄງການໃຫ້ແກ່ທ່ານຄືກັນ. ເຖິງຢ່າງໃດກໍ່ຕາມ ຖ້າທ່ານບໍ່ມີໜັງສືຢັ້ງຢືນກຳມະສິດ ຫຼື ຫຼັກຖານອ້າງອີງການເປັນເຈົ້າຂອງທີ່ດິນ ຫຼື ຊັບສິນທີ່ໄດ້ຮັບຄວາມເສຍຫາຍນັ້ນ ມັນເປັນການຍາກທີ່ຈະຮຽກທວງເອົາຄ່າຊົດເຊີຍຈາກເຈົ້າຂອງໂຄງການ. ສະນັ້ນ, ກ່ອນການກໍ່ສ້າງເຂື່ອນທ່ານຕ້ອງເຮັດບົດບັນທຶກລາຍການຊັບສິນ ແລະ ສິ່ງຂອງທັງໝົດທີ່ທ່ານມີ ຫຼື ໄດ້ນຳໃຊ້ມາ ໃນນັ້ນກໍ່ແມ່ນລວມທັງທີ່ດິນ, ຕົ້ນໄມ້ໃຫ້ໝາກ ແລະ ສັດລ້ຽງຂອງທ່ານ ການສ້າງບົດບັນທຶກຊັບສິນຕ່າງໆກ່າວມານີ້ມີຄວາມສຳຄັນຫຼາຍເພື່ອທ່ານຈະໄດ້ນຳເອົາໄປເປັນຫຼັກຖານຢັ້ງຢືນກັບເຈົ້າຂອງໂຄງການໃຫ້ຊົດເຊີຍຄ່າເສຍຫາຍແກ່ທ່ານດ້ວຍຄວາມເປັນທຳ.

– ຖ້າວ່າສະຖານທີ່ຫາປາ ຫຼື ທີ່ດິນສ່ວນລວມຂອງຊຸມຊົນພວກທ່ານໄດ້ຮັບຄວາມເສຍຫາຍ ຫຼື ພວກທ່ານບໍ່ສາມາດນຳໃຊ້ໄດ້ຄືເກົ່າ: ເຈົ້າຂອງໂຄງການຕ້ອງຈ່າຍຄ່າຊົດເຊີຍຕໍ່ຄວາມເສຍຫາຍໃຫ້ແກ່ພວກທ່ານດ້ວຍເງິນສົດ. ນອກນັ້ນ, ໂຄງການກໍ່ຕ້ອງຈ່າຍເງິນສົດ ແລະ ອຸປະກອນ ພ້ອມທັງຈັດຕັ້ງການເຝິກອົບຮົມໃຫ້ແກ່ພວກທ່ານເພື່ອຊ່ວຍເຫຼືອປົວແປງຊີວິດການເປັນຢູ່ຂອງພວກທ່ານໃຫ້ສາມາດກັບຄືນສູ່ສະພາບປົກກະຕິຄືກັນກັບແຕ່ຕອນບໍ່ທັນມີໂຄງການ.

– ຖ້າວ່າໂຄງການໃຫ້ທ່ານຍົກຍ້າຍ: ດິນທີ່ໂຄງການນຳມາໃຊ້ທົດແທນແກ່ທ່ານນັ້ນຕ້ອງໃຫ້ຢູ່ໃກ້ກັບດິນທີ່ທ່ານໄດ້ສູນເສຍໄປເທົ່າໃດຍິ່ງດີ ຫຼື ຖ້າຫາກຢູ່ໄກຈາກບ່ອນເກົ່າກໍ່ຕ້ອງເປັນດິນເໝາະສົມ ແລະ ສາມາດຮັບເອົາໄດ້. ສິ່ງສຳຄັນ, ດິນຕອນໃໝ່ທີ່ເຈົ້າຂອງໂຄງການນຳມາທົດແທນໃຫ້ທ່ານນັ້ນຕອງມີໜັງສືກຳມະສິດອອກໃຫ້ທ່ານໂດຍທີ່ທ່ານບໍ່ຕ້ອງຈ່າຍຫຍັງ. ເຂດທີ່ຕັ້ງບ້ານຍົກຍ້າຍໃໝ່ທັງໝົດຕ້ອງມີແຫຼ່ງນ້ຳກິນນ້ຳໃຊ້, ມີລະບົບອະນາໄມ, ຄອງລະບາຍນ້ຳເປື້ອນ, ຖະໜົນທົນທາງ, ໄຟຟ້າ,​ ໂຮງຮຽນ, ໂຮງໝໍ ແລະ ສະຖານທີ່ສັກກາລະບູຊາທາງສາສະໜາຢ່າງຄົບຖ້ວນ ເຈົ້າຂອງໂຄງການຈະຕ້ອງຈັດຫາສິ່ງອຳນວຍຄວາມສະດວກທັງໝົດເຫຼົ່ານີ້ໃຫ້ຄົບຖ້ວນກ່ອນທີ່ຈະຍົກຍ້າຍເອົາຜູ້ໄດ້ຮັບຜົນກະທົບຈາກໂຄງການເຂົ້າໄປຢູ່.

ເຂດທີ່ຕັ້ງຖິ່ນຖານໃໝ່ສຳລັບຜູ້ໄດ້ຮັບຜົນກະທົບຈາກໂຄງການຕ້ອງເປັນເຂດທີ່ມີເງື່ອນໄຂສະດວກໃຫ້ແກ່ການເຮັດທຸລະກິດ ແລະ ການພັດທະນາຊີວິດການເປັນຢູ່ຂອງເຂົາເຈົ້າ. ເຂດທີ່ຕັ້ງບ້ານໃໝ່ຊົນນະບົດກໍ່ຕ້ອງມີເນື້ອທີ່ດິນພຽງພໍເພື່ອເກັບຮັກສາຜົນຜະລິດກະສິກຳ, ເພື່ອສັດລ້ຽງ ແລະ ເຮັດສວນຄົວ.

– ຖ້າວ່າການຍົກຍ້າຍຫາກເຮັດໃຫ້ທ່ານບໍ່ມີບ່ອນທຳມາຫາກິນສຳລັບຊຸມຊົນຂອງທ່ານເຊັ່ນວ່າປ່າໄມ້ ຫຼື ບ່ອນຫາປາ: ເຂດທີ່ດິນບ່ອນທີ່ທ່ານຈະຍົກຍ້າຍໄປຕັ້ງຖິ່ນຖານໃໝ່ນັ້ນຕ້ອງມີປ່າໄມ້, ທົ່ງຫຍ້າ ແລະ ສະຖານທີ່ລ້ຽງສັດ ແລະ ຊັບພະຍາກອນສ່ວນລວມອື່ນໆທີ່ມີເງື່ອນໄຂໃຫ້ທ່ານສາມາດທຳມາຫາກິນໄດ້.

– ຖ້າວ່າເຈົ້າຂອງໂຄງການຍ້າຍເອົາຜູ້ໄດ້ຮັບຜົນກະທົບຈາກໂຄງການມາຢູ່ຮ່ວມໃນບ້ານຂອງທ່ານ: ແນ່ນອນວ່າ ຖ້າມີຄົນຈາກບ້ານອື່ນຍົກຍ້າຍເຂົ້າມາຢູ່ໃນບ້ານຂອງທ່ານ, ທ່ານກໍ່ອາດຈະໄດ້ຮັບຄວາມຫຍຸ້ງຍາກ. ສະນັ້ນ, ເຈົ້າຂອງໂຄງການກໍ່ຕ້ອງໄດ້ຮັບຜິດຊອບໃຫ້ການຊ່ວຍເຫຼືອ ແລະ ໃຫ້ຄ່າຊົດເຊີຍແກ່ທ່ານຄືກັນກັບຄົນອື່ນໆ ທີ່ໄດ້ຮັບຜົນກະທົບຈາກໂຄງການເພື່ອໃຫ້ທ່ານທີ່ເປັນເຈົ້າຂອງບ້ານມາແຕ່ກ່ອນນັ້ນມີໂອກາດ ແລະ ເງື່ອນໄຂພຽງພໍໃນການຊົມໃຊ້ດິນ,​ປ່າໄມ້, ນ້ຳ ຕະຫຼອດຮອດຊັບພະຍາກອນທຳມະຊາດອື່ນໆຄືກັນກັບຕອນບໍ່ທັນມີຜູ້ຍົກຍ້າຍມາຢູ່ຮ່ວມນຳ. ນອກຈາກນັ້ນ, ເຈົ້າຂອງໂຄງການຕ້ອງເປັນຜູ້ຮັບຜິດຊອບຊ່ວຍເຫຼືອແກ້ໄຂບັນຫາຂໍ້ຂັດແຍ່ງທັງໝົດທີ່ອາດຈະເກີດຂຶ້ນພາຍໃນບ້ານ.

+ ການໃຫ້ຄວາມຊ່ວຍເຫຼືອໃນໄລຍະຍົກຍ້າຍ ແລະ ໄລຍະຂ້າມຜ່ານ:
– ການຍົກຍ້າຍຈັດສັນທີ່ຢູ່ອາໄສໃໝ່ໃຫ້ແກ່ປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໂຄງການຕ້ອງໃຫ້ສຳເລັດກ່ອນການລົງມືກໍ່ສ້າງເຂື່ອນຢ່າງຕ່ຳສຸດໜຶ່ງເດືອນ.
– ການກໍ່ສ້າງ ແລະ ພັດທະນາບ້ານໃໝ່ບ່ອນທີ່ໂຄງການຈະຍົກຍ້າຍເອົາທ່ານເຂົ້າໄປຢູ່ນັ້ນກໍ່ຕ້ອງໃຫ້ສຳເລັດກ່ອນທີ່ທ່ານຈະເຂົ້າໄປຢູ່.
– ໄລຍະຂ້າມຜ່ານໃນລະຫວ່າງທີ່ທ່ານຍົກຍ້າຍເຂົ້າໄປຢູ່ບ່ອນໃໝ່ (ໝາຍເຖິງໄລຍະເວລາສຳລັບການປັບຕົວຂອງທ່ານໃຫ້ລຶ້ງເຄີຍກັບຊີວິດໃໝ່ ແລະ ຟື້ນຟູການດຳລົງຊີວິດຂອງທ່ານໃຫ້ກັບຄືນສູ່ສະພາບປົກກະຕິຄືແຕ່ກ່ອນ) ຕ້ອງເປັນໄລຍະເວລາສັ້ນເທົ່າໃດຍິ່ງດີ.

+ ໃນໄລຍະຂ້າມຜ່ານໃນການຕັ້ງຖິ່ນຖານໃໝ່ຂອງຜູ້ໄດ້ຮັບຜົນກະທົບຈາກໂຄງການນັ້ນ, ເຈົ້າຂອງໂຄງການຕ້ອງ:
– ຊ່ວຍເຫຼືອ ແລະ ໃຫ້ເງິນສະໜັບສະໜູນການຍົກຍ້າຍທ່ານໄປຢູ່ບ່ອນໃໝ່
– ໃຫ້ອາຫານ ຫຼື ເງິນເພື່ອຊື້ອາຫານແກ່ຜູ້ຍົກຍ້າຍຈົນວ່າການຍົກຍ້າຍຈັດສັນທີ່ຢູ່ອາໄສຈະສຳເລັດລົງ
– ໃຫ້ການຊ່ວຍເຫຼືອພັດທະນາເຂດທີ່ຕັ້ງຖິ່ນຖານໃໝ່ຈົນກວ່າທ່ານຈະສາມາດປັບປຸງຊີວິດການເປັນຂອງທ່ານໃຫ້ກັບຄືນສູ່ສະພາບປົກກະຕິດີຄືແຕ່ກ່ອນ.

– ຖ້າຫາກທ່ານມີບັນຫາຮ້ອງທຸກ: ໃນໄລຍະການກໍ່ສ້າງໂຄງການ ແລະ ການຍົກຍ້າຍຈັດສັນທີ່ຢູ່ອາໄສນັ້ນ ໂຄງການຕ້ອງເປີດໂອກາດໃຫ້ແກ່ທ່ານສະເໜີບັນຫາຂໍ້ຂ້ອງໃຈຕ່າງໆທີ່ທ່ານມີ ແລະ ໂຄງການຕ້ອງເປັນຜູ້ແກ້ໄຂບັນຫາທັງໝົດເຫຼົ່ານັ້ນແທນທ່ານ. ເຈົ້າຂອງໂຄງການຕ້ອງເຮັດບົດບັນທຶກທຸກຂໍ້ຂ້ອງໃຈ ແລະ ຄຳຮ້ອງທຸກຂອງທ່ານເປັນລາຍລັກອັກສອນ.

ທຸກໆເມືອງທີ່ໄດ້ຮັບຜົນກະທົບຈາກໂຄງການຕ້ອງຈັດຕັ້ງກຸ່ມປະຊາຊົນຂຶ້ນມາເພື່ອແກ້ໄຂບັນຫາຂອງປະຊາຊົນ. ກຸ່ມຕ່າງໆເຫຼົ່ານີ້ເອີ້ນວ່າ ຄະນະກຳມະການແກ້ໄຂການຮ້ອງທຸກຂອງປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການ. ຄະນະກຳມະການແຕ່ລະຄະນະຕ້ອງປະກອບດ້ວຍບຸກຄົນດັ່ງຕໍ່ໄປນີ້:

– ຜູ້ຕ່າງໜ້າລັດຖະບານຂັ້ນທ້ອງຖິ່ນ (ຈາກເມືອງ ແລະ/ຫຼື ແຂວງ)
– ນາຍບ້ານ
– ຜູ້ຕາງໜ້າຄົວເຮືອນທີ່ໄດ້ຮັບຜົນກະທົບ (ບໍ່ແມ່ນາຍບ້ານ)
– ແນວໂຮມບ້ານ ຫຼື ຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນຂັ້ນທ້ອງຖິ່ນ
– ຜູ້ຕ່າງໜ້າເຈົ້າຂອງໂຄງການ

ຖ້າວ່າຄຳຮ້ອງທຸກຂອງທ່ານບໍ່ໄດ້ຮັບການແກ້ໄຂຈາກໂຄງການພາຍໃນ 15 ວັນ ນັບຕັ້ງແຕ່ມື້ຍື່ນຄຳຮ້ອງທຸກເປັນຕົ້ນໄປ ຫຼື ຖ້າຫາກວ່າທ່ານບໍ່ເຫັນດີກັບສິ່ງທີ່ເຈົ້າຂອງໂຄງການຕົກລົງຕອບສະໜອງໃຫ້ແກ່ທ່ານ, ທ່ານກໍ່ສາມາດຍື່ນຄຳຮ້ອງທຸກຂອງຕົນໄປຫາຫ້ອງການໃຫຍ່ຂອງເຈົ້າຂອງໂຄງການ ແລະ ຫ້ອງການຄຸ້ມຄອງຊັບພະຍາກອນແຫຼ່ງນ້ຳ ແລະ ສິ່ງແວດລ້ອມໃນຂັ້ນເມືອງ ຫຼື ແຂວງຂອງຕົນ ຫຼື ບໍ່ກໍ່ຍື່ນໄປຫາຫ້ອງການຂັ້ນສູນກາງໄດ້.

ຖ້າວ່າທ່ານຍື່ນຄຳຮ້ອງທຸກໄປຫາຫ້ອງການດັ່ງກ່າວຕາມລຳດັບ ແຕ່ບໍ່ໄດ້ຮັບຄຳຕອບ ຫຼື ບໍ່ໄດ້ຮັບການແກ້ໄຂພາຍໃນ 20 ວັນ, ທ່ານສາມາດນຳເອົາຄຳຮ້ອງທຸກຂອງຕົນຍື່ນຕໍ່ສານທີ່ຮັບຜິດຊອບທາງດ້ານກົດໝາຍ.

ການຍື່ນຄຳຮ້ອງທຸກຂອງທ່ານຕໍ່ເຈົ້າຂອງໂຄງການ ຫຼື ຕໍ່ສານນັ້ນບໍ່ຕ້ອງເສຍຄ່າໃຊ້ຈ່າຍໃດໆ.

ນອກຈາກນັ້ນ, ທ່ານຍັງສາມາດໃຊ້ໂທລະສັບສາທາລະນະໂທເຂົ້າໄປຫາສະພາແຫ່ງຊາດ ເພື່ອສະເໜີຄຳຮ້ອງທຸກກ່ຽວກັບການສຳປະທານທີ່ດິນໃນເຂດຂອງຕົນ. ບຸກຄົນໃດກໍ່ໄດ້ສາມາດຕາງໜ້າໃຫ້ແກ່ຊຸມຊົນ ແລະ ກຸ່ມຊຸມຊົນໂທລະສັບໄປຫາສະພາແຫ່ງຊາດ ເພື່ອໃຫ້ສະພາແຫ່ງຊາດໄດ້ຮັບຮູ້ຄຳຮ້ອງທຸກຂອງຊຸມຊົນສ່ວນລວມ.

ບ່ອນຕິດຕໍ່ພົວພັນໃນເວລາທີ່ທ່ານມີບັນຫາ
– ສະພາແຫ່ງຊາດ: ກົມຄົ້ນຄວ້າຮ້ອງຂໍຄວາມເປັນທຳ ແລະ ບັນຫາສັນຊາດ ໂທລະສັບ 021 413 504 ຫຼື ສາຍດ່ວນ 156
– ລັດຖະບານ ສາຍດ່ວນ 1516
– ເຄືອຂ່າຍສະມາຄົມລາວທີ່ບໍ່ຫວັງຜົນກຳໄລ: 021 213 578, 020 5562-0793
– ອົງການແມ່ນ້ຳສາກົນ +1 510 848 1155 (ພາສາອັງກິດ)