ລາຍງານ 11 ກັນຍາ 2020, ທ່ານ ຫວັງ ອີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນ ແລະ ທ່ານ ສຸພົມມະນະຍຳ ໄຊສັງກະ ລັດຖະມົນຕີກະຊວງການຕ່າງປະເທດອິນເດຍ ພົບປະຫາລືກັນເມື່ອວັນພະຫັດ (10 ກັນຍາ) ທີ່ຜ່ານມາ ນອກຮອບກອງປະຊຸມອົງການການຮ່ວມມືຊຽງໄຮ (SCO) ທີ່ນະຄອນຫຼວງມົດສະກູ ໂດຍໜຶ່ຶງໃນຫົວຂໍ້ສຳຄັນຂອງການປຶກສາຫາລື ຄືຂໍ້ຂັດແຍ່ງເລື່ອງດິນແດນ ໂດຍສະເພາະແມ່ນຢູ່ພູມມິພາກລາດັກ ທາງພາກຕາເວັນອອກສຽງເໜືອຂອງອິນເດຍ ເຊິ່ງຕິດກັບເຂດອັກໄສຊິນ ທາງພາກຕາເວັນຕົກສຽງໃຕ້ຂອງຈີນ.
ຫຼັງຈາກນັ້ນທັງສອງຝ່າຍອອກຖະແຫຼງການຮ່ວມກັນ ກ່ຽວກັບ “ຂໍ້ຕົກລົງ 5 ຂໍ້” ເພື່ອນຳໄປສູ່ການຍົກລະດັບສາຍພົວພັນຮ່ວມມືສອງຝ່າຍ ມີເນື້ອໃນຄຳສັນວ່າ ບັນຍາກາດຄວາມເຄັ່ງຕຶງທີ່ເກີດຂຶ້ນຕາມແນວຊາຍແດນທີ່ມີຄວາມຂັດແຍ່ງຢູ່ສາຍພູຫິມາໄລ ເປັນສິ່ງທີ່ຈີນ ແລະ ອິນເດຍເຫັນກົງກັນວ່າບໍ່ຄວນເກີດຂຶ້ນອີກ ທັງສອງຝ່າຍຄວນປະສານງານກັນຢ່າງສະໝ່ຳສະເໝີ ແລະ ໃກ້ຊິດ ຕາມກົນໄກການຮ່ວມມືທີ່ລົງນາມຮ່ວມກັນ ເມື່ອປີ 2012.
ໃນດ້ານຂອງກະຊວງການຕ່າງປະເທດຈີນ ມີຖະແຫຼງການເພີ່ມເຕີມວ່າ ທ່ານ ຫວັງ ອີ້ ຮຽກຮ້ອງກັບທ່ານ ສຸພົມມະນະຍຳ ໄຊສັງກະ ວ່າຈີນ ແລະ ອິນເດຍຄວນຖອນກຳລັງພົນ ແລະ ອາວຸດຍຸດໂທປະກອນທີ່ຕ່າງຝ່າຍຕ່າງນຳມາປະຈຳການໃກ້ກັບຊາຍແດນເສັ້ນແບ່ງຄວບຄຸມ (LAC) ອອກໄປກ່ອນ ເຊິ່ງຈະຊ່ວຍຫຼຸດຜ່ອນບັນຍາກາດຄວາມເຄັ່ງຕຶງໄດ້ໄວ້ຂຶ້ນ.
ຂະນະທີ່ທ່ານ ສຸພົມມະນະຍຳ ໄຊສັງກະ ກ່າວວ່າສາຍພົວພັນລະຫວ່າງອິນເດຍ ແລະ ຈີນພັດທະນາໄປໃນທິດທາງທີ່ດີຂຶ້ນຫຼາຍໃນໄລຍະຫຼັງໆມານີ້ ໂດຍເຈົ້າໜ້າທີ່ລະດັບສູງຂອງທັງສອງຝ່າຍເດີນທາງໄປມາຫາສູ່ກັນຫຼາຍຄັ້ງ ແລະ ລັດຖະບານອິນເດຍພ້ອມໃຫ້ການຮ່ວມມືກັບລັດຖະບານຈີນ ໃນການແກ້ໄຂຂໍ້ຂັດແຍ່ງຜ່ານການເຈລະຈາ ແຕ່ອິນເດຍບໍ່ຕ້ອງການກ້າວຖອຍຫຼັງອີກ.