ລາຍງານ 19 ກັນຍາ 2020, ກຸ່ມແກນນຳນັກສຶກສາພາຍໃຕ້ຊື່ “ແນວຮ່ວມທຳມະສາດ” ແລະ ຜູ້ປະທ້ວງຈຳນວນຫຼາຍ ໄດ້ໂຮມຊຸມນຸມຈັດກິດຈະກຳ “19 ກັນຍາ ທວງອຳນາດຄືນລາຊະດອນ” ເຊິ່ງໃນຕອນເຊົ້າ ຫາຕອນບ່າຍໄດ້ໂຮມນຸມຢູ່ມະຫາວິທະຍາໄລທຳມະສາດ ຕໍ່ມາໄດ້ມີການເຄື່ອນເຂົ້າໄປປັກຫຼັກຢູ່ສະໜາມຫຼວງ ໃຈກາງນະຄອນຫຼວງກາງກອກ.
ແກນນຳນັກສຶກສາຢືນຢັນຈະບໍ່ຫຼຸດຜ່ອນຄຳປະກາດ ທີ່ເຄີຍປະກາດ 10 ຂໍ້ຮຽກຮ້ອງກ່ຽວກັບການປະຕິຮູບສະຖາບັນກະສັດ ຈາກການໂຮມຊຸມນຸມ “ທຳມະສາດຈະບໍ່ທົນ” ເມື່ອວັນທີ 10 ສິງຫາ ທີ່ຜ່ານມາຄື:
- ຍົກເລີກມາດຕາ 6 ຂອງລັດຖະທຳມະນູນ ທີ່ວ່າຜູ້ໃດຈະກ່າວຫາຮ້ອງຟ້ອງກະສັດບໍ່ໄດ້ ແລ້ວເພີ່ມບົດບັນຍັດໃຫ້ສະພາຜູ້ແທນປະຊາຊົນສາມາດພິຈາລະນາຄວາມຜິດຂອງກະສັດໄດ້ ເຊັ່ນດຽວກັບທີ່ເຄີຍບັນຍັດໄວ້ໃນລັດຖະທຳມະນູນ ສະບັບທຳອິດແຫ່ງລາຊະອານາຈັກໄທ ໂດຍຄະນະລາຊະດອນ ເມື່ອປີ 1932.
- ຍົກເລີກປະມວນກົດໝາຍອາຍາ ມາດຕາ 112 ລວມເຖິງເປີດໃຫ້ປະຊາຊົນໄດ້ໃຊ້ສິດເສລີພາບສະແດງຄວາມຄິດເຫັນຕໍ່ສະຖາບັນກະສັດໄດ້ ແລະ ຍົກເລີກໂທດຜູ້ຖືກດຳເນີນຄະດີເພາະວິພາກວິຈານສະຖາບັນກະສັດທຸກຄົນ.
- ຍົກເລີກ ພະລາຊະບັນຍັດ (ລັດຖະບັນຍັດ) ຈັດລະບຽບຊັບສິນໃນສ່ວນຂອງພະມະຫາກະສັດ ປີ 2018 ແລະ ໃຫ້ແບ່ງຊັບສິນອອກເປັນຊັບສິນສ່ວນຂອງພະມະຫາກະສັດທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງກະຊວງການເງິນ ແລະ ຊັບສິນສ່ວນຕົວຂອງກະສັດອອກຈາກກັນຢ່າງຊັດເຈນ.
- ຕັດ-ຫຼຸດງົບປະມານແຜ່ນດິນ (ງົບປະມານແຫ່ງລັດ) ທີ່ຈັດສັນໃຫ້ກັບສະຖາບັນກະສັດໃຫ້ສອດຄ່ອງກັບສະພາບເສດຖະກິດຂອງປະເທດ.
- ຍົກເລີກໜ່ວຍງານຂ້າລາຊະການໃນສະຖາບັນກະສັດ ທີ່ມີໜ້າທີ່ຊັດເຈນຄືກັບໜ່ວຍງານລັດທີ່ມີຢູ່ແລ້ວເຊັ່ນ: ໜ່ວຍຮັກສາຄວາມປອດໄພສະຖາບັນກະສັດ ໃຫ້ຍ້າຍໄປສັງກັດໜ່ວຍງານອື່ນ ແລະ ໜ່ວຍງານທີ່ບໍ່ມີຄວາມຈຳເປັນເຊັ່ນ ຄະນະອົງຄະມົນຕີໃຫ້ຍົກເລີກ.
- ຍົກເລີກການບໍລິຈາກ ແລະ ຮັບບໍລິຈາກໂດຍລາຊະວົງທັງໝົດ ເພື່ອຄຸ້ມຄອງການເງິນຂອງສະຖາບັນກະສັດໃຫ້ຢູ່ພາຍໃຕ້ການກວດສອບທັງໝົດ.
- ຍົກເລີກພະລາຊະອຳນາດໃນການສະແດງຄວາມຄິດເຫັນທາງການເມືອງໃນທີ່ສາທາລະນະ.
- ຍົກເລີກການປະຊາສຳພັນ ແລະ ການໃຫ້ການສຶກສາທີ່ເຊີດຊູສະຖາບັນກະສັດແຕ່ພຽງດ້ານດຽວຈົນເກີນງາມທັງໝົດ.
- ສືບຫາຄວາມຈິງກ່ຽວກັບການສັງຫານເຂັ່ນຂ້າປະຊາຊົນຜູ້ວິພາກວິຈານ ຫຼື ມີສ່ວນກ່ຽວຂ້ອງໃດໆກ່ຽວກັບສະຖາບັນກະສັດ.
- ຫ້າມບໍ່ໄດ້ລົງນາມຮັບຮອງການກໍ່ລັດຖະປະຫານອີກຕໍ່ໄປ.
ນອກຈາກນັ້ນ, ການໂຮມຊຸມນຸມຄັ້ງນີ້ ຍັງເປັນວັນຄົບຮອບ 14 ປີ ຂອງການກໍ່ລັດຖະປະຫານຍຶດອຳນາດຈາກລັດຖະບານ ພາຍໃຕ້ການນຳຂອງທ່ານ ທັກສິນ ຊິນນະວັດ ເມື່ອວັນທີ 19 ກັນຍາ 2006.
ໃນດ້ານຂອງທ່ານ ທັກສິນ ຊິນນະວັດ ໄດ້ລົງພາບຂໍ້ຄວາມລາຍມື ຜ່ານເຟສບຸກສ່ວນຕົວວ່າ: ປະເທດໄທກ້າວໄປຮອດໃສ່ແລ້ວ ໂດຍມີເນື້ອໃນຕອນໜຶ່ງລະບຸວ່າ: ເຖິງເວລາຫຼືບໍ່ ທີ່ພວກເຮົາຈະປັບປ່ຽນວິທີຄິດ ທັງຝ່າຍບໍລິຫານບ້ານເມືອງ ແລະ ການເມືອງ ເພາະທີ່ຜ່ານມາ 14 ປີແລ້ວ ທີ່ພວກເຮົາກ້າວບໍ່ທັນໂລກແທ້ໆ ມີແຕ່ຖືກເອົາປຽບ ໂລກບໍ່ຄືເກົ່າ ຄິດແບບເກົ່າບໍ່ໄດ້, ນະໂຍບາຍທີ່ເຄີຍໃຊ້ໄດ້ໃນອະດີດ ປັດຈຸບັນຍິ່ງໃຊ້ຍິ່ງຕົກຕ່ຳ ໂດຍສະເພາະໂລກຫຼັງໂຄວິດ-19 ຈະເປັນໂລກທີ່ເຫັນແກ່ຕົວຫຼາຍຂຶ້ນກວ່າເກົ່າ ໝູ່ຄູ່ທີ່ແສນດີຈະຫາຍາກຂຶ້ນ ຂ້າພະເຈົ້າໝາຍເຖິງການເມືອງລະຫວ່າງປະເທດ.
ໃນດ້ານຂອງເຈົ້າໜ້າທີ່ຕຳຫຼວດ ໄດ້ປະຈຳການຕັ້ງເປັນແນວຮັບ ເພື່ອບໍ່ໃຫ້ກຸ່ມຜູ້ປະທ້ວງເຂົ້າໃກ້ພະລາຊະວັງ ພ້ອມຮົ້ວເຫຼັກ ຕິດປ້າຍປະກາດວ່າ ເປັນໄລຍະ 150 ແມັດຈາກພະລາຊະວັງ ໂດຍຖືເປັນເຂດຫ້າມໂຮມຊຸມນຸມ ຕາມລັດຖະບັນຍັດການໂຮມຊຸມນຸມສາທາລະນະ, ພ້ອມປະກາດວ່າໃຫ້ຍຸດຕິການໂຮມຊຸມນຸມ ເນື່ອງຈາກເປັນການໂຮມຊຸມນຸມທີ່ບໍ່ຖືກຕ້ອງຕາມກົດໝາຍ ເພາະຜູ້ຈັດບໍ່ໄດ້ແຈ້ງຕໍ່ເຈົ້າໜ້າທີ່ລ່ວງໜ້າຢ່າງໜ້ອຍ 24 ຊົ່ວໂມງ ຕາມທີ່ກົດໝາຍກຳນົດ.
ໃນດ້ານຂອງທ່ານພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີຂອງໄທ ໄດ້ຖະແຫຼງຜ່ານໂທລະພາບແຫ່ງຊາດ ເຕືອນວ່າການໂຮມຊຸມນຸມຄັ້ງນີ້ເຮັດໃຫ້ມີຄວາມສ່ຽງທີ່ຈະເກີດການລະບາດຂອງພະຍາດໂຄວິດ-19 ຄັ້ງໃໝ່.