ລາຍງານ 8 ຕຸລາ 2020, ທ່ານເຊີເກ ລາວາຣົບ ລັດຖະມົນຕີກະຊວງການຕ່າງປະເທດລັດເຊຍໄດ້ຂຽນບົດຄວາມ 60 ປີ ແຫ່ງການພົວພັນມິດຕະພານ ແລະ ການຮ່ວມມືລັດເຊຍ-ສປປ.ລາວ ໂດຍມີເນື້ອໃນວ່າ: ໃນປີນີ້້, ສອງປະເທດພວກເຮົາສະເຫຼີມສະຫຼອງວັນສຳຄັນຄົບຮອບ 60 ປີແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງ ສະຫະພາບໂຊວຽດ ຫຼື ສະຫະພັນລັດດເຊຍ ແລະ ສປປ.ລາວ ນັບແຕ່ວັນທີ 7 ຕຸລາ 1960 ເປັນຕົ້ນມາ.
75 ປີ ແຫ່ງໄຊຊະນະປົກປ້ອງປິຕຸພູມ ແມ່ນສັນຍາລັກທີ່ມີຄວາມສໍາຄັນອັນຍິ່ງໃຫຍ່, ເຊິ່ງເປັນການສິ້ນສຸດສົງຄາມ ໂລກຄັ້ງທີ 2 ພາຍຫລັງການປະລາໄຊ ຂອງນາຊີ, ອັນເປັນແຮງດັນຊຸກຍູ້ໃຫ້ແກ່ຂະບວນການຕໍ່ສູ້ປົດປ່ອຍຊາດ ແລະ ປະຊາຊົນໃຫ້ພົ້ນຫລຸດອອກຈາກອານານິຄົມ ໃນ ອາຊີ. ລາວໄດ້ມີຄວາມພະຍາຍາມຕໍ່ສູ້ເປັນເວລາຫຼາຍທົດສະວັດຢ່າງໜັກໜ່ວງ ເພື່ອປົດປ່ອຍຕົນເອງ ແລະ ຕໍ່ມາໃນເດືອນ ຕຸລາ 1945 ຈຶ່ງໄດ້ປະກາດເອກະລາດເພື່ອປົກປັກຮັກສາດິນແດນຂອງຕົນ. ໃນປີ 1954 ໃນກອງປະຊຸມເຊີແນວ, ສະຫະພາບສັງຄົມນິຍົມໂຊວຽດ ໄດ້ມີສ່ວນຮ່ວມໃນການເຄື່ອນໄຫວ ໂດຍສະເໜີໃຫ້ຢຸດຕິການຮຸກຮານຂອງຝຣັ່ງຕໍ່ຕ້ານປະຊາຊົນອິນດູຈີນ ແລະ ຮັບປະກັນຄວາມເປັນກາງຂອງປະເທດລາວ ໃນປີຕໍ່ໆມາ. ການສະເໜີສ້າງຕັ້ງສາຍພົວພັນທາງການທູດຂອງລັດຖະບານລາວ ໂດຍໄດ້ຮັບການຕອບສະໜອງເປັນຢ່າງດີຈາກການນໍາຂອງສະຫະພາບໂຊວຽດ ໃນເດືອນ ສິງຫາ 1960.
ບາດກ້າວໃນການເລີ່ມຕົ້ນແຫ່ງການພົວພັນສອງຝ່າຍ ໄດ້ມີບົດບາດຕົວຈິງ ໂດຍສະຫະພາບໂຊວຽດໄດ້ຈັດຕັ້ງປະຕິບັດໂດຍການສ້າງຂົວ-ທາງ ແລະ ເປີດການບໍລິການຂົນສົ່ງທາງອາກາດ ເຊື່ອມຕໍ່ລະຫວ່າງຮ່າໂນຍ-ວຽງຈັນ ເພື່ອສະໜັບສະໜຸນໃນການນໍາສົ່ງວັດຖຸອຸປະກອນຕ່າງໆໃຫ້ແກ່ກອງກຳລັງແນວລາວຮັກຊາດ.
ພວກເຮົາມີຄຳສຸພາສິດທີ່ວ່າ: “ຖ້າເຈົ້າບໍ່ມີໝູ່ – ຈົ່ງຊອກຫາ, ເມື່ອຊອກຫາໄດ້ແລ້ວ – ຈົ່ງຮັກສາໄວ້ໃຫ້ດີ”. ພາຍຫຼັງການສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນປີ 1975, ສະຫະພາບໂຊວຽດ ໄດ້ໃຫ້ການສະໜັບສະໜຸນ ສປປ.ລາວ ທັງທາງດ້ານຍານພາຫະນະ, ນ້ຳມັນເຊື້ອໄຟ, ອາຫານ ແລະ ເຄື່ອງອຸປະໂພກ-ບໍລິໂພກ ທຸກຢ່າງທີ່ຂາດເຂີນໃນປະເທດ ແລະ ສູນເສຍໄປໃນປາງສົງຄາມ ຍ້ອນການຮຸກຮານທີ່ຍາວນານຈາກຕ່າງປະເທດ. ພາຍຫຼັງ ປີ 1978 ຢູ່ວຽງຈັນໄດ້ມີໂຮງໝໍ-ຄລີນິກ ພ້ອມອຸປະກອນການແພດທີ່ທັນສະໄໝ. ບັນດາຊ່ຽວຊານ ໄດ້ຖ່າຍທອດປະສົບການດ້ານກະສິກຳປ່າໄມ້, ສາທາລະນະສຸກ, ການສຶກສາ ແລະ ຂະແໜງອື່ນໆ ໂດຍໄດ້ຮັບການຊ່ວຍເຫຼືອຈາກສະຫະພາບໂຊວຽດ, ເຊິ່ງໄດ້ຄຽງບ່າຄຽງໄຫຼ່ກັບປະຊາຊົນລາວ ໃນການຟື້ນຟູເສັ້ນທາງທີ່ຖືກທຳລາຍຈາກສົງຄາມ, ໄດ້ສ້າງຂົວ ແລະ ດຳເນີນການສຳຫຼວດທາງທໍລະນີສາດ. ພ້ອມກັນນັ້ນ, ກໍ່ໄດ້ສ້າງສິ່ງອຳນວຍຄວາມສະດວກທາງດ້ານເສດຖະກິດສັງຄົມແຫ່ງຊາດຫຼາຍຢ່າງ, ທາງດ້ານການສຶກສາ ໄດ້ສ້າງສະຖາບັນການສຶກສາຊັບພະວິຊາຊັ້ນກາງ ສຳລັບການເຝິກອົບຮົມຊ່ຽວຊານດ້ານເຕັກນິກ, ດ້ານສາທາລະນະສຸກ ກໍ່ໄດ້ມີການກໍ່ສ້າງໂຮງໝໍມິດຕະພາບລາວ-ລັດເຊຍ (ໂຮງໝໍ 150 ຕຽງ), ມາເຖິງປັດຈຸບັນ ຍັງເປັນປະໂຫຍດຊ່ວຍໃຫ້ປະຊາຊົນລາວ ສາມາດພັດທະນາສ້າງສາປະເທດຊາດຂອງຕົນຕາມທິດການພັດທະນາແບບຍືນຍົງ.
ໃນປັດຈຸບັນ, ການພົວພັນລະຫວ່າງລັດເຊຍ-ລາວ ແມ່ນໄດ້ຮັບການຂະຫຍາຍຕົວຢ່າງຕັ້ງໜ້າ, ການປຶກສາຫາລືແລກປ່ຽນທາງດ້ານການເມືອງ, ການພັດທະນາແມ່ນມີການຮ່ວມມືກັນຢ່າງຕໍ່ເນື່ອງ. ໃນປີ 2015 ປະມຸກລັດຂອງສອງປະເທດໄດ້ພົບກັນ ທີ່ນະຄອນຫຼວງປັກກິ່ງ, ເນື່ອງໃນໂອກາດສະເຫຼີມສະຫຼອງ ແລະ ສັນສະເສີນວັນສິ້ນສຸດສົງຄາມໂລກຄັ້ງທີ 2 ຄົບຮອບ 70 ປີ. ນອກຈາກນັ້ນ, ທ່ານ ວະລາດີເມຍ ປູຕິນ ປະທານປະເທດເຊຍ ໄດ້ພົບປະກັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຂອງລາວ ແບບສ່ວນຕົວ ໃນກອງປະຊຸມສຸດຍອດ ລັດເຊຍ-ອາຊຽນ ທີ່ ໂຊຈີ ແລະ ຢູ່ສີງກະໂປ ໃນເດືອນ ພະຈິກ 2018.
ໃນເດືອນ ກັນຍາ ປີ 2017 ທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະໄດ້ເດີນທາງຢ້ຽມຢາມລັດເຊຍ ຢ່າງເປັນທາງການ ເພື່ອສືບຕໍ່ເສີມສ້າງການພົວພັນຮ່ວມມືສອງຝ່າຍ, ກໍ່ຄືການຢ້ຽມຢາມໃນສາຍລັດຖະສະພາ, ອົງການຊາວໜຸ່ມ ແລະ ອົງການຈັດຕັ້ງສັງຄົມ ລວມທັງ ສະມາຄົມມິດຕະພາບ.
ເງື່ອນໄຂບູລິມະສິດທັງສອງຝ່າຍ ແມ່ນການເສີມສ້າງການຮ່ວມມືທາງດ້ານເສດຖະກິດ ແລະ ການຄ້າ, ຈັດຕັ້ງປະຕິບັດໂຄງການຮ່ວມມືຂະໜາດໃຫຍ່, ໂດຍສະເພາະແມ່ນໂຄງການເຂື່ອນໄຟຟ້າພະລັງານນໍ້າ, ສ້າງເງື່ອນໄຂເສີມທ່າແຮງໃຫ້ແກ່ໂຄງການຂະໜາດນ້ອຍ ແລະ ຂະໜາດກາງ ໃນຂົງເຂດອຸດສາຫະກຳ ເຊັ່ນ: ການສຳຫຼວດ ແລະ ການຂຸດຄົ້ນແຮ່ທາດ, ການພິມທະນາບັດ ແລະ ການຜະລິດຢາ.
ບົດບາດອັນສຳຄັນໃນພາກປະຕິບັດຕົວຈິງ ກ່ຽວກັບການເສີມຂະຫຍາຍການຮ່ວມມື ແມ່ນຄະນະກຳມາທິການຮ່ວມມື ດ້ານເສດຖະກິດ-ການຄ້າ, ວິທະຍາສາດ ແລະ ເຕັກນິກລະຫວ່າງລັດຖະບານລາວ-ລັດເຊຍ. ໃນກອງປະຊຸມຄັ້ງວັນທີ 15 ເຊິ່ງຈັດຂຶ້ນໃນເດືອນ ກໍລະກົດ 2019 ທີ່ມົດສະກູ ຜ່ານມາ, ຄະນະກຳມະການຮ່ວມມືສອງຝ່າຍ ໄດ້ລະບຸວຽກງານທີ່ເປັນກຸນແຈ ສຳຄັນໃນການຈັດຕັ້ງປະຕິບັດ ຕາມຂໍ້ຕົກລົງ ແລະ ສືບຕໍ່ແຜນການໃນຕໍ່ໜ້າ.
ຂະແໜງການສຶກສາ ເປັນສິ່ງທີ່ສຳຄັນໃນການພົວພັນສອງຝ່າຍ, ທ່ານລັດຖະມົນຕີ ເຊີເກ ລາວາຣົບ ໄດ້ມີຄວາມພາກພູມໃຈ ທີ່ເຫັນຄົນລາວຫຼາຍຄົນໄດ້ຜ່ານການສຶກສາຢູ່ປະເທດລັດເຊຍ ແລະ ອະດີດສະຫະພາບໂຊວຽດ. ໃນປັດຈຸບັນ ທຸກຄົນໄດ້ມີຖານະຕຳແໜ່ງ ມີຄວາມຮັບຜິດຊອບໃນການນຳຂັ້ນສູງ ແລະ ລະດັບອື່ນໆ ຂອງ ສປປ.ລາວ. ໃນນັ້ນມີ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແລະ ເພື່ອນຮ່ວມງານຂອງເພີ່ນເອງ ກໍ່ຄື ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ. ການຈັດກອງປະຊຸມເວທີພາກພື້ນ ໃນເດືອນ ພະຈິກ 2019 ເປັນສີ່ງທີ່ບໍ່ແມ່ນຄວາມບັງເອີນ, ໂດຍມີຜູ້ແທນເຂົ້າຮ່ວມຮ້ອຍກວ່າຄົນ ຈາກ 15 ປະເທດ, ທີ່ເປັນອາດິດນັກສຶກສາຮຽນຈົບມາແຕ່ ສະຫະພາບໂຊວຽດ ແລະ ລັດເຊຍ. ທ່ານ ລາວາຣົບ ຫວັງວ່າ ຜູ້ຕາງໜ້າຊາວໜຸ່ມລາວຍຸກໃໝ່ ຈະສືບທອດເອົາແບບຢ່າງຈາກ ສິດເກົ່າທີ່ເຕັມໄປດ້ວຍຄວາມຮູ້ຄວາມສາມາດ. ໃນສົກຮຽນ 2020-2021 ທີ່ຈະມາເຖີງນີ້ ພວກເຮົາໄດ້ສະໜັບສະໜູນທຶນການສຶກສາ ຈໍານວນ 92 ທຶນ ໃຫ້ແກ່ ສປປ.ລາວ, ເຊິ່ງເຫັນວ່າໄດ້ເພີ່ມຂຶ້ນເກືອບ 3 ເທົ່າ ໃນໄລຍະ 5 ປີ ທີ່ຜ່ານມາ.
ປະຊາຊົນລັດເຊຍ ໄດ້ໃຫ້ຄວາມນັບຖືຕໍ່ສາຍການພົວພັນຖານອ້າຍນ້ອງລາວ-ລັດເຊຍ, ຕໍ່ເຫດການອັນສໍາຄັນຂອງສອງປະເທດ ໃນໂອກາດຄົບຮອບ 75 ປີ ແຫ່ງ ໄຊຊະນະປົກປ້ອງປິຕຸພູມ, ພວກເຮົາຮັບຮູ້ການປະກອບສ່ວນທີ່ສຳຄັນຂອງ ສປປ.ລາວ ໃນການປົກປັກຮັກສາຄວາມຈິງທາງປະຫວັດສາດ, ລວມທັງການປະຕິເສດຕໍ່ກັບຄວາມພະຍາຍາມກ່າວຫາທີ່ບິດເບືອນຕໍ່ປະຫວັດສາດ.
ສອງປະເທດພວກເຮົາ ໄດ້ມີການພົວພັນກັນຢ່າງໃກ້ຊິດໃນເວທີສາກົນ, ມີທັດສະນະຄ້າຍຄືກັນຕໍ່ບັນຫາສຳຄັນທັງໃນພາກພື້ນ ແລະ ສາກົນ. ພວກເຮົາມີຄວາມສາມັກຄີ ແລະ ຄວາມມຸ່ງໝັ້ນໃນການສ້າງລະບຽບການປົກຄອງໂລກທີ່ມີຄວາມຍຸດຕິທຳ ແລະ ໂລກຫຼາຍຂົ້ວ ທີ່ມີປະຊາທິປະໄຕ ບົນພື້ນຖານຫຼັກການ ຂອງກົດບັດສະຫະປະຊາຊາດ ແລະ ເຄົາລົບສິດທິຂອງປະຊາຊົນ ຕໍ່ແບບແຜນພັດທະນາທີ່ໂດດເດັ່ນຂອງຕົນເອງ. ພວກເຮົາ ພ້ອມທີ່ຈະເສີມຂະຫຍາຍການປຶກສາຫາລື ກັບ ສປປ.ລາວ, ເຂົ້າຮ່ວມຢ່າງຕັ້ງໜ້າໃນເວທີພາກພື້ນ ອາຊຽນ ດ້ານຄວາມໝັ້ນຄົງ, ກອງປະຊຸມສຸດຍອດອາຊີຕາເວັນອອກເພື່ອຜົນປະໂຫຍດໃນການສົ່ງເສີມຂໍ້ລິເລີ່ມກ່ຽວກັບຮູບແບບຂອງສະຖາປັດຕະຍາກຳ ແຫ່ງຄວາມໝັ້ນຄົງທີ່ເທົ່າທຽມກັນແລະ ບໍ່ສາມາດແບ່ງແຍກໄດ້ໃນພາກພື້ນອາຊີ-ປາຊີຟິກ, ຮັກສາການເຕີບໂຕແບບຍືນຍົງ ຂອງທຸກໆປະເທດໃນພາກພື້ນ, ຮັບປະກັນການເຊື່ອມໂຍງຂອງແຕ່ລະປະເທດໃນຂອບເຂດຂະບວນການເຊື່ອມໂຍງ “ເຢວຼາຊີ”. ຂ້າພະເຈົ້າ ຂໍຖືໂອກາດນີ້ ສະແດງຄວາມຊົມເຊີຍ ແລະ ອວຍພອນມາຍັງບັນດາເພື່ອນຮ່ວມງານຝ່າຍລາວ ເນື່ອງໃນໂອກາດຄົບຮອບ 75 ປີ ວັນການທູດລາວ (12 ຕຸລາ 1945-12 ຕຸລາ 2020).
ການພົວພັນຮ່ວມມືທາງດ້ານການທະຫານ ລາວ-ລັດເຊຍ ກໍ່ໄດ້ຮັບການເສີມຂະຫຍາຍ ນັບມື້ນັບເລິກເຊິ່ງ. ໃນປີຜ່ານມາ, ໄດ້ມີການຊ້ອມຮົບຮ່ວມກັນທີ່ເອີ້ນວ່າ “ລາຣົສ 2019”, ເຊິ່ງຈັດຂື້ນໃນດິນແດນ ສປປ.ລາວ ເປັນຄັ້ງທຳອິດ. ນັບແຕ່ປີ 2018 ເປັນຕົ້ນມາ ມີຊ່ຽວຊານຈາກສູນປະຕິບັດງານດ້ານລະເບີດຝັງດິນສາກົນ ຂອງກຳລັງປະກອບອາວຸດລັດເຊຍ ໄດ້ມາດຳເນີນການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ ເຊິ່ງຍັງຫຼົງເຫຼືອຈາກການຖິ້ມລະເບີດຂອງ ສ.ອາເມລິກາ ໃນຊຸມປີ 1964-1973 ຢູ່ແຂວງ ບໍລິຄຳໄຊ ແລະ ແຂວງຊຽງຂວາງ. ການຈັດສົ່ງລົດຕັງ T-34 ຈຳນວນ 30 ຄັນ ໃຫ້ປະເທດພວກເຮົາໃນເດືອນ ມັງກອນປີ 2019 ຜ່ານມາ ທີ່ເປັນຂອງຂວັນ ຈາກລັດຖະບານ ສປປ.ລາວ ໄດ້ຮັບການຕອບຮັບ ຈາກປະຊາຊົນຊາວລັດເຊຍຢ່າງຫຼວງຫຼາຍ.
ໃນເວລາທີ່ຫຍຸ້ງຍາກສົບສົນ, ເພື່ອນສະຫາຍລາວ ສາມາດເພິ່ງພາອາໄສການຊ່ວຍເຫຼືອຈາກລັດເຊຍໄດ້ສະເໝີ. ໃນເດືອນສິງຫາປີ 2018, ຄະນະສະເພາະກິດ ຂອງກະຊວງສະຖານະການສຸກເສີນ ໄດ້ຈັດສົ່ງ-ມອບເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳໃຫ້ແກ່ປະຊາຊົນລາວ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຂະໜາດໃຫຍ່ ຢູ່ແຂວງອັດຕະປືແລະ ໃນເດືອນ ພຶດສະພາ ປີ 2020, ໄດ້ມອບອຸປະກອນລະບົບການກວດພະຍາດ ໂຄວິດ-19, ເຊິ່ງຜະລິດໂດຍລັດເຊຍຈຳນວນ 1,000 ເຄື່ອງມອບໃຫ້ຝ່າຍລາວ ເພື່ອສະກັດກັ້ນການແຜ່ລະບາດການຕິດເຊື້ອພະຍາດໂຄວິດ-19 ແລະ ການຊ່ວຍເຫລືອຍັງຈະສືບຕໍ່ໃນອະນາຄົດ.
ເປັນເວລາ 60 ປີທີ່ພວກເຮົາບໍ່ພຽງແຕ່ສາມາດປົກປັກຮັກສາ, ແຕ່ຍັງເສີມຂະຫຍາຍມູນເຊື້ອແຫ່ງມິດຕະພາບ, ຄວາມສາມັກຄີແລະການສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ. ມື້ນີ້ພວກເຮົາປະເຊີນໜ້າກັບພາລະໜ້າທີ່ທີ່ມີຄວາມ ທະເຍີທະຍານໃໝ່ໃນການສ້າງການຮ່ວມມືຮອບດ້ານ ແລະ ນຳໄປສູ່ຂອບເຂດໃໝ່. ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນພວກເຮົາຈະສາມາດບັນລຸຜົນສຳເລັດທີ່ສຳຄັນໃນທຸກຂົງເຂດ ເພື່ອຜົນປະໂຫຍດຂອງປະເທດ ແລະ ປະຊາຊົນ ຂອງພວກເຮົາ ກໍ່ຄືເພື່ອຜົນປະໂຫຍດໃນການຄໍ້າປະກັນສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນອາຊີ-ປາຊີຟິກ.