ຄວາມລັງກຽດທາງສັງຄົມຕໍ່ກັບໂຄວິດ-19 ມີຜົນຕໍ່ການລະບາດຢ່າງຮ້າຍແຮງ ແລະ ການຄວບຄຸມໂລກ

ຄວາມລັງກຽດທາງສັງຄົມແມ່ນຫຍັງ?: ໃນມຸມມອງດ້ານສາທາລະນະສຸກ ຄວາມລັງກຽດທາງສັງຄົມ (Social stigma) ໝາຍເຖິງການເຊື່ອມໂຍງສາຍພົວພັນລະຫວ່າງບຸກຄົນ ຫຼື ກຸ່ມບຸກຄົນກັບລັກສະນະບາງຢ່າງທີ່ມີຮ່ວມກັນ ຫຼື ເປັນໂລກບາງຊະນິດທີ່ເປັນຄືກັນ ໃນດ້ານຂອງການລະບາດຂອງໂລກ ຄຳນີ້ອາດໝາຍເຖິງການປະຕິບັດຕໍ່ກຸ່ມບຸກຄົນດ້ວຍການຮຽກຊື່ແບບດູໝິ່ນ, ການເໝົາລວມ, ການເລືອກປະຕິບັດ, ການປະຕິບັດແຍກຈາກຄົນອື່ນ ແລະ/ຫຼື ການສູນເສຍສະຖານະບາງຢ່າງເນື່ອງຈາກການເຊື່ອມໂຍງກັບໂລກລະບາດຊະນິດໜຶ່ງທີ່ເກີດຂຶ້ນຈາກການຮັບຮູ້.

ການປະຕິບັດດັ່ງກ່າວອາດມີຜົນກະທົບຕໍ່ຄົນເຈັບ, ຜູ້ເບິ່ງແຍງຄົນເຈັບ, ຄອບຄົວ, ໝູ່ເພື່ອນ ແລະ ຊຸມຊົນຄົນທີ່ບໍ່ເປັນໂລກແຕ່ມີລັກສະນະອື່ນຄືກັບຄົນກຸ່ມນີ້ກໍ່ອາດໄດ້ຮັບຄວາມທຸກຮ້ອນໃຈຈາກຄວາມລັງກຽດທາງສັງຄົມ, ຈາກການລະບາດໃນປັດຈຸບັນຂອງໂຄວິດ-19 ທີ່ກໍ່ໃຫ້ເກີດຄວາມລັງກຽດທາງສັງຄົມ ແລະ ພຶດຕິກຳເລືອກປະຕິບັດທີ່ມີຜົນຕໍ່ກຸ່ມຄົນບາງເຊື້ອຊາດ ແລະ ທຸກຄົນທີ່ສັງຄົມເຂົ້າໃຈວ່າສຳຜັດກັບເຊື້ອໂຄວິີດ-19.

ເປັນຫຍັງໂຄວິດ-19 ຈຶ່ງກໍ່ໃຫ້ເກີດຄວາມລັງກຽດທາງສັງຄົມຫຼາຍຂຶ້ນ: ລະດັບຄວາມກຽດຊາງທາງສັງຄົມທີ່ກ່ຽວຂ້ອງກັບໂຄວິດ-19 ມີຄວາມສຳພັນກັບປັດໄຈຫຼັກ 3 ຢ່າງຄື:

  • ໂຄວິດ-19 ເປັນໂລກລະບາດໃໝ່ ແລະ ມີຫຼາຍຢ່າງທີ່ເຮົາຍັງບໍ່ຮູ້ກຽວກັບໂລກລະບາດນີ້
  • ຮົາມັກຢ້ານສິ່ງທີ່ເຮົາບໍ່ຮູ້
  • ການສະແດງຄວາມຮູ້ສຶກຢ້ານ “ຄົນອື່ນ” ເຮັດໄດ້ງ່າຍ

ເປັນສິ່ງທີ່ເຂົ້າໃຈໄດ້ວ່າມີຄວາມສັບສົນ, ຄວາມກັງວົນ ແລະ ຄວາມຢ້ານເກີດຂຶ້ນໃນສັງຄົມ ເຊິ່ງປັດໄຈເຫຼົ່ານີ້ໄດ້ແຜ່ຄວາມຄິດແບບເໝົາລວມທີ່ອັນຕະລາຍໃຫ້ເພີ່ມຂຶ້ນອີກດ້ວຍ.

ຜົນກະທົບແມ່ນຫຍັງ?: ຄວາມລັງກຽດທາງສັງຄົມ ໄດ້ທຳລາຍຄວາມສາມັກຄີໃນສັງຄົມ ແລະ ເຮັດໃຫ້ເກີດການແຍກຕົວທາງສັງຄົມຂອງກຸ່ມຄົນ ເຊິ່ງອາດເປັນປັດໄຈສົ່ງເສີມໃຫ້ເກີດສະຖານະການທີ່ອຳນວຍຕໍ່ການແຜ່ລະບາດຂອງໄວຣັສຫຼາຍຂຶ້ນ ບໍ່ແມ່ນໜ້ອຍລົງ ຜົນທີ່ຈະຕາມມາຄືບັນຫາສຸຂະພາບທີ່ຮຸນແຮງຂຶ້ນ ແລະ ການຄວບຄຸມການລະບາດທີ່ຍາກລຳບາກຂຶ້ນ.

ຄວາມລັງກຽດທາງສັງຄົມ

  • ອາດເຮັດໃຫ້ປະຊາຊົນປົກປິດອາກາດເຈັບເປັນ ເພື່ອຫຼີກລ້ຽງການເລືອກປະຕິບັດ
  • ອາດຂັດຂວາງບໍ່ໃຫ້ປະຊາຊົນເຂົ້າຮັບການປິ່ນປົວໄດ້ທັນການ
  • ອາດເຮັດໃຫ້ປະຊາຊົນໝົດກຳລັງໃຈ ທີ່ຈະປ່ຽນພຶດຕິກຳເພື່ອສຸຂະພາບທີ່ດີ

ຜົນວິໄຈສະແດງໃຫ້ເຫັນຊັດເຈນວ່າ ຄວາມລັງກຽດທາງສັງຄົມ ແລະ ຄວາມຢ້ານໂລກຕິດຕໍ່ເປັນອຸປະສັກຕໍ່ການປ້ອງກັນ ແລະ ຄວບຄຸມໂລກ, ມາດຕະການທີ່ມີປະສິດທິຜົນປະກອບດ້ວຍ ການສ້າງຄວາມເຊື່ອໝັ້ນໃນການບໍລິການສຸຂະພາບ ແລະ ຄຳແນະນຳກ່ຽວກັບສຸຂະພາບທີ່ເຊື່ອຖືໄດ້, ການສະແດງຄວາມເຫັນອົກເຫັນໃຈຜູ້ໄດ້ຮັບຜົກະທົບ, ການເຂົ້າໃນໂລກລະບາດ ແລະ ການດຳເນີນມາດຕະການທີ່ມີປະສິດທິຜົນ ແລະ ປະຕິບັດໄດ້ແທ້ ເພື່ອໃຫ້ປະຊາຊົນສາມາດຊ່ວຍເບິ່ງແຍງຕົນເອງ ແລະ ຄົນໃກ້ຊິດໃຫ້ປອດໄພ.

ວິທີການສື່ສານກ່ຽວກັບໂຄວິດ-19 ມີຄວາມສຳຄັນຫຼາຍໃນການສະໜັບສະໜູນໃຫ້ປະຊາຊົນປະຕິບັດຕົນຢ່າງເໝາະສົມ ເພື່ອຊ່ວຍຕໍ່ສູ້ກັບໂລກລະບາດ ແລະ ຫຼີກລ້ຽງການເຮັດໃຫ້ເກີດຄວາມຢ້ານ ແລະ ຄວາມລັງກຽດທາງສັງຄົມແຜ່ກະຈາຍຫຼາຍຂຶ້ນ, ພວກເຮົາຈຳເປັນຕ້ອງສ້າງສະພາບແວດລ້ອມ ທີ່ອຳນວຍຕໍ່ການເວົ້າເຖິງໂລກລະບາດ ແລະ ຜົນກະທົບ ລວມທັງການແກ້ໄຂບັນຫາຢ່າງເປີດເຜີຍກົງໄປກົງມາ ແລະ ມີປະສິດທິຜົນ.

ການໃຊ້ຄຳເວົ້ານັ້ນສຳຄັນ: ເວລາເວົ້າເຖິງໂຄວິດ-19 ຄຳບາງຄຳ ແລະ ພາສາທີ່ໃຊ້ອາດກາຍເປັນຄວາມໝາຍທີ່ບໍ່ດີໃນສັງຄົມ ແລະ ສ້າງທັດສະນະແບບເໝົາລວມ ຄຳເຫຼົ່ານີ້ອາດເຮັດໃຫ້ເກີດຄວາມຄິດແບບເໝົາລວມ ຫຼື ການຄິດໄປເອງໃນດ້ານລົບຢູ່ຕະຫຼອດວເລາ ເຊັ່ນການຮຽກວ່າ ໄວຣັສອູຮັນ, ໄວຣັສຈີນ ຫຼື ໄວຣັສເອເຊຍ ອັນເປັນການຢ້ຳເຖິງຄວາມສຳພັນລະຫວ່າງໂລກລະບາດກັບປັດໄຈອື່ນທີ່ບໍ່ມີຢູ່ຈິງ, ສ້າງຄວາມຢ້ານກົວໃນວົງກວ້າງ ຫຼື ເຮັດໃຫ້ສັງຄົມບໍ່ມີຄວາມຮູ້ສຶກເຫັນອົກເຫັນໃຈຢູ່ຕິດເຊື້ອ.

ຈາກສະພາບດັ່ງກ່າວນັ້ນ ມັນໄດ້ບີບບັງຄັບໃຫ້ປະຊາຊົນຫຼີກລ້ຽງການຄັດກອງ, ການກວດ ແລະ ການກັກຕົວ ດັ່ງນັ້ນ, ຈຶ່ງແນະນຳໃຫ້ໃຊ້ພາສາທີ່ີຄຳນຶງເຖິງຄວາມເປັນມະນຸດ (people-first language) ທີ່ໃຫ້ຄວາມເຄົາລົບ ແລະ ບໍ່ຈຳກັດສິດທິຄົນໃນທຸກຊ່ອງທາງການສື່ສານ ຮ່ວມທັງສື່ຕ່າງໆ ຄຳທີ່ໃຊ້ໃນສື່ສຳຄັນເປັນຢ່າງຍິ່ງ ເພາະຄຳເຫຼົ່ານີ້ມີອິດທິພົນຕໍ່ພາສາທີ່ນິຍົມໃຊ້ ແລະ ການສື່ສານກ່ຽວກັບຕິດໂຄວິດ-19, ການລາຍງານຂໍ້ມູນດ້ານລົບອາດມີອິດທິພົນຕໍ່ຄວາມຮູ້ສຶກນຶກຄິດກ່ຽວກັບ ແລະ ການປະຕິບັດຕໍ່ບຸກຄົນຕ້ອງສົງໄສຕິດເຊື້ອໂຄວິດ-19, ຜູ້ຕິດເຊື້ອ, ຄອບຄົວຂອງຜູ້ຕິດເຊື້ອ ແລະ ຊຸມຊົນທີ່ໄດ້ຮັບຜົນກະທົບ.

ທຸກຄົນຕ້ອງຄິດຢ່າງຮອບຄອບກ່ອນສື່ສານຂໍ້ຄວາມທາງສື່ສັງຄົມອອນລາຍ ຫຼື ຊ່ອງທາງການສື່ສານອື່ນ ທີ່ສຳຄັນຄວນສະແດງພຶດຕິກຳສະໜັບສະໜູນການແກ້ໄຂບັນຫາໂຄວິດ-19.

ເຜີຍແຜ່ຄວາມຈິງ: ຄວາມລັງກຽດທາງສັງຄົມອາດເພີ່ມຂຶ້ນ ເນື່ອງຈາກຂາດຄວາມຮູ້ຄວາມເຂົ້າໃຈທີ່ພຽງພໍກ່ຽວກັບການແຜ່ລະບາດ, ການປິ່ນປົວ ແລະ ການປ້ອງກັນການຕິດເຊື້ອ ມາດຕະການປ້ອງກັນ ແລະ ຄວບຄຸມໂລກລະບາດ ປະກອບດ້ວຍການຈັດລຳດັບຄວາມສຳຄັນຂອງການເກັບຮວມຮວມ, ການຈຳແນກ ແລະ ການແຜີຍແຜ່ຂໍ້ມູນທີ່ຖືກຕ້ອງກ່ຽວກັບພື້ນທີ່ໆມີການລະບາດໃນປະເທດ ແລະ ຊຸມຊົນ ລວມທັງບຸກຄົນ ແລະ ກຸ່ມຄົນທີ່ສ່ຽງຕິດໂຄວິດ-19, ທາງເລືອກໃນການປິ່ນປົວ ແລະ ຊ່ອງທາງການເຂົ້າເຖິງການປິ່ນປົວ ແລະ ຂໍ້ມູນການເບິ່ງແຍງສຸຂະພາບ ຄວນໃຊ້ພາສາທີ່ເຂົ້າໃຈງ່າຍ ແລະ ຫຼີກລ້ຽງຄຳສັບວິຊາການທາງການແພດ, ສື່ສັງຄົມອອນລາຍ ມີປະໂຫຍດຫຼາຍໃນດ້ານການສື່ສານຂໍ້ມູນການເບິ່ງແຍງສຸຂະພາບໄປຍັງຄົນຈຳນວນຫຼາຍ ແຕ່ມີຄ່າໃຊ້ຈ່າຍໜ້ອຍ.

ຈະລິຍະທຳໃນການລາຍງານຂ່າວ: ການລາຍງານຂ່າວທີ່ກ່າວຢ້ຳເຖິງພຶດຕິກຳຂອງບຸກຄົນ ແລະ ຄວາມຮັບຜິດຊອບຂອງຜູ້ຕິດເຊື້ອທີ່ມີອາກາດປ່ວຍ ແລະ ແຜ່ເຊື້ອໂຄວິດ-19 ຫຼາຍເກີນໄປອາດເພີ່ມທະວີຄວາມລັງກຽດທາງສັງຄົມຕໍ່ບຸກຄົນທີ່ອາດຕິດເຊື້ອ ຕົວຢ່າງເຊັ່ນ: ສື່ມວນຊົນບາງລາຍມຸ່ງເນັ້ນລາຍງານຂ່າວທີ່ມີການຄາດເດົາແຫຼ່ງແຜ່ເຊື້ອໂຄວິດ-19 ພະຍາຍາມຊີ້ໂຕວ່າຜູ້ຕິດເຊື້ອໂຄວິດ-19 ຄົນທຳອິດທີ່ແຜ່ເຊື້ອໃນແຕ່ລະປະເທດ, ການເນັ້ນລາຍງານຂ່າວຄວາມເພະຍາຍາມຄິດຄົ້ນວັກແຊັງ ແລະ ວິທີການປິ່ນປົວອາດເຮັດໃຫ້ຄວາມຢ້ານກົວເພີ່ມຂຶ້ນ ແລະ ເຮັດໃຫ້ເກີດຄວາມຮູ້ສຶກວ່າ ຂະນະນີ້ເຮົາບໍ່ມີຫົນທາງທີ່ຈະຢຸດຢັ້ງການຕິດເຊື້ອ, ໃນການກົງກັນຂ້າມກັນ ຕ້ອງສົ່ງເສີມການລາຍງານຂ່າວກ່ຽວກັບວິທີປະຕິບັດ ເພື່ອປ້ອງກັນການຕິດເຊື້ອ, ອາກາດຂອງໂຄວິດ-19 ແລະ ຈັງຫວະເວລາທີ່ຄວນໄປກວດຫາເຊື້ອ ແລະ ປິ່ນປົວ.

ການກະຈາຍຂ່າວປອມ ຫຼື ຂ່າວລື (infodemic) ທີ່ສ້າງຄວາມເຂົ້າໃຈຜິດແຜ່ໄວກວ່າການລະບາດຂອງໂລກຕິດຕໍ່ ປາກົດການນີ້ກໍ່ໃຫ້ເກີດຜົນເສຍຫຼາຍຢ່າງ ລວມທັງຄວາມລັງກຽດທາງສັງຄົມ ແລະ ເລືອກປະຕິບັດຄົນທີ່ມາຈາກພື້ນທີ່ລະບາດ ພວກເຮົາຈຳເປັນຕ້ອງສ້າງຄວາມສາມັກຄີ ແລະ ຊ່ວຍສື່ສານຂໍ້ມູນທີ່ເຂົ້າໃຈງ່າຍ ແລະ ປະຕິບັດໄດ້ແທ້ ເພື່ອສະໜັບສະໜູນຊຸມຊົນ ແລະ ຜູ້ໄດ້ຮັບຜົນກະທົບຈາກການລະບາດຄັ້ງນີ້.