ການລົງທຶນຢ່າງມີຄວາມຮັບຜິດຊອບ ຄືປັດໄຈສູ່ການພັດທະນາແບບຍືນຍົງ ໂດຍສະເພາະດ້ານກະສິກຳ

“ບໍ່ແມ່ນທຸກການລົງທຶນ” ຈະຊ່ວຍໃຫ້ຫຼຸດພົ້ນຈາກໄພອຶດຫິວ ແລະ ຄວາມທຸກຍາກໄດ້ຢ່າງຍືນຍົງ ແຕ່ຕ້ອງເປັນການລົງທຶນຢ່າງມີຄວາມຮັບຜິດຊອບ ໂດຍບໍ່ມີການລະເມີດສິດຄອບຄອງການນຳໃຊ້ທີ່ດິນ ທີ່ຖືກຕ້ອງຕາມກົດໝາຍ, ການລ່ວງລະເມີດສິດທິແຮງງານ ຫຼື ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ສິ່ງແວດລ້ອມ, ສຸຂະພາບ ແລະ ຄວາມປອດໄພໃນການເຮັດວຽກງານ.

ການລົງທຶນຢ່າງມີຄວາມຮັບຜິດຊອບ ໃນດ້ານສະບຽງອາຫານ, ກະສິກຳ ແລະ ປ່າໄມ້ ໃນ ສປປ.ລາວ ເປັນຫຍັງຈຶ່ງສຳຄັນ? : ການພັດທະນາທາງດ້ານກະສິກຳ ແລະ ຊົນນະບົດ ຖືວ່າເປັນສອງເຄື່ອງມືຫຼັກໃນການຕໍ່ສູ້ການກັບໄພອຶດຫິວ ແລະ ການລົບລ້າງຄວາມທຸກຍາກແບບຍືນຍົງ ແລະ ຫຼຸດຜ່ອນຜົນກະທົບດ້ານລົບທາງດ້ານເສດຖະກິດ-ສັງຄົມ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ, ການປ່ຽນແປ່ງສະພາບດິນຟ້າອາກາດ ແລະ ການແຕກຕື່ນຈາກການແຜ່ລະບາດຂອງພະຍາດຕ່າງໆ ໂດຍສະເພາະພະຍາດໂຄວິດ-19.

ຂະແໜງການກະສກຳ (ລວມທັງປ່າໄມ້) ແມ່ນພື້ນຖານຫຼັກຂອງຍຸດດທະສາດການພັດທະນາຂອງ ສປປ.ລາວ ເຊິ່ງມັນໄດ້ກວມເອົາຂະແໜງແຮງງານ 70% ຂອງພົນລະເມືອງລາວ.

ເຖິງຢ່າງໃດກໍ່ຕາມ, ຂະແໜງກະສິກຳ ແມ່ນປະກອບສ່ວນແຕ່ 16% GDP ຂອງປະເທດ ເນື່ອງຈາກມີຫຼາຍປັດໄຈ ລວມທັງຜົນຜະລິດທີ່ຕ່ຳ ແລະ ການຜະລິດທີ່ບໍ່ທັນສະໄໝ ທີ່ນອນຢູ່ໃນຫຼາຍໆບັນຫາ.

ເພື່ອແກ້ໄຂບັນຫາຕ່າງໆນີ້, ການລົງທຶນທັງພາກລັດ ແລະ ເອກະຊົນ ແມ່ນມີຄວາມຈຳເປັນເພື່ອຍົກສູງສະມັດຕະພາບຂອງການຜະລິດ ແລະ ລາຍຮັບທາງດ້ານກະສິກຳ ໂດຍສະເພາະໃນເຂດຊົນນະບົດ.

ການລົງທຶນທີ່ດີແມ່ນຫຍັງ?

ການລົງທຶນທີ່ມີຄວາມຮັບຜິດຊອບໃນລະບົບກະສິກຳ ແລະ ສະບຽງອາຫານ ທີ່ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງ ເພື່ອຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ໂພສະນາການ, ສົ່ງເສີມຜົນຜະລິດໃຫ້ເພີ່ມຂຶ້ນ, ຍືນຍົງຂຶ້ນ ແລະ ມີສ່ວນຮ່ວມໃນລະບົບສະບຽງອາຫານ ແລະ ການນັບຖືສິດທິມະນຸດ.

ໃນເວລາດຽວກັນ, ມັນເປັນສິ່ງທີ່ສຳຄັນທີ່ຕ້ອງເຂົ້າໃຈວ່າ “ບໍ່ແມ່ນ” ການລົງທຶນທຸກປະເພດທີ່ສາມາດປະກອບສ່ວນເພື່ອບັນລຸເປົ້າໝາຍເຫຼົ່ານີ້.

ການລົງທຶນບາງຢ່າງກ່ຽວຂ້ອງກັບການກໍ່ໃຫ້ເກີດຄວາມສ່ຽງສູງຕໍ່ກັບຜູ້ກ່ຽວຂ້ອງ ເຊັ່ນວ່າການລະເມີດສິດຄອບຄອງການນຳໃຊ້ທີ່ດິນ ທີ່ຖືກຕ້ອງຕາມກົດໝາຍ, ການລ່ວງລະເມີດສິດທິແຮງງານ ຫຼື ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ສິ່ງແວດລ້ອມ, ສຸຂະພາບ ແລະ ຄວາມປອດໄພໃນການເຮັດວຽກງານ.

ຜົນກະທົບຂອງການແຜ່ລະບາດພະຍາດໂຄວິດ-19 ຕໍ່ຂະແໜງກະສິກຳໃນ ສປປ.ລາວ ເປັນເຫດຜົນຫຼາຍຢ່າງໃນການລົງທຶນຢ່າງມີຄວາມຮັບຜິດຊອບ.

ການແຜ່ລະບາດຂອງພະຍາດສົ່ງຜົນກະທົບຕໍ່ທັງທາງດ້ານເສດຖະກິດ-ສັງຄົມ ຍ້ອນວ່າຕ່ອງໂສ້ການສະໜອງພາຍໃນ ແລະ ພາກພື້ນພັງທະລາຍລົງ ພ້ອມທັງດ້ານລາຍຮັບຂອງຄົວເຮືອນ ແລະ ຄວາມຕ້ອງການຂອງຜູ້ບໍລິໂພກ.

ຂະແໜງອຸດສາຫະກຳທ່ອງທ່ຽວ ແລະ ການບໍລິການອື່ນໆ ແມ່ນໄດ້ຮັບຜົນກະທົບທີ່ສຸດ ມີການສູນເສຍທາງດ້ານເສດຖະກິດສູງ, ການເພີ່ມຂຶ້ນຂອງອັດຕາການຫວ່າງງານ (ເພີ່ມຈາກລະດັບສະເລ່ຍ 2% ເຖິງ 25%) ແລະ ການຄາດຄະເນການຂະຫຍາຍຕົວຂອງເສດຖະກິດທີ່ຫຼຸດລົງ.

ສິ່ງນີ້ອາດຈະເຮັດໃຫ້ປະຊາຊົນ 214,000 ຄົນ ກັບຄືນສູ່ຄວາມທຸກຍາກອີກ ເຊິ່ງເປັນສິ່ງທ້າທ້າຍຕໍ່ກັບການບັນລຸເເປົ້າໝາຍທີ 1 SDG (ຫຼຸດພົ້ນຈາກຄວາມທຸກຍາກໃນທຸກຮູບແບບທີ່ມີຢູ່ທຸກບ່ອນ) ແລະ ທີ 2 ( ການລົບລ້າງຄວາມອຶດຢາກເທົ່າສູນ).

ຂະແໜງກະສິກຳ ໄດ້ປະສົບກັບຄວາມຫຍຸ້ງຍາກຈາກໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ ກ່ອນການລະບາດຂອງພະຍາດດໂຄວິດ-19 ສະນັ້ນ, ມັນມີຄວາມສ່ຽງສູງ ມີຜົນກະທົບທາງລົບຕໍ່ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພຊະນາການ, ຊີວິດການເປັນຢູ່, ການເປັນໜີ້ສິນ ແລະ ລາຍໄດ້ຫຼຸດລົງ. ກຸ່ມທີ່ມີຄວາມສ່ຽງເຊັ່ນ: ເດັກນ້ອຍ ແລະ ໄວໜຸ່ມ, ຜູ້ທຸກຍາກ, ຊາວກະສິກອນຫາລ້ຽງຊີບ ແລະ ແມ່ຍິງ ແມ່ນມີຄວາມສ່ຽງສູງ.

ຕົວຢ່າງ ຜົນກະທົບທີ່ເປັນທາງລົບ ທີ່ບໍ່ພຽງແຕ່ກະທົບໃສ່ແຫຼ່ງນ້ຳ ແລະ ພື້ນດິນ, ແຕ່ຍັງສົ່ງຜົນກະທົບຕໍ່ກັບສຸຂະພາບຂອງມະນຸດ ເຊິ່ງເປັນຜົນມາຈາກການໃຊ້ສານເຄມີ ທີ່ບໍ່ມີຄວາມຍືນຍົງ ແລະ ຜິດກົດໝາຍ ໃນຂະບວນການຜະລິດກ້ວຍ ແລະ ສິນຄ້າກະສິກຳສົ່ງອອກອື່ນໆໃນ ສປປ.ລາວ ທີ່ເປັນບັນຫາທີ່ຕ້ອງໄດ້ເອົາໃຈໃສ່ໃນທົ່ວປະເທດໃນປັດຈຸບັນນີ້, ທີ່ເປັນຜົນໃຫ້ມີການອອກແຈ້ງການຂອງນາຍົກລັດຖະມົນທີ ທີ່ມີຈຸດປະສົງເພື່ອຫຼຸດຜ່ອນຜົນກະທົບດັ່ງກ່າວນີ້.

ເພື່ອສ້າງຜົນປະໂຫຍດທີ່ຍືນຍົງສຳລັບທຸກຄົນ, ມັນເປັນສິ່ງທີ່ສຳຄັນທີ່ສຸດທີ່ຈະຮັບປະກັນວ່າ “ບໍ່ພຽງແຕ່ໃຫ້ມີການລຶງທຶນທີ່ມີຈຳນວນຫຼາຍເທົ່ານັ້ນ” ແຕ່ຍັງຕ້ອງມີ “ການລົງທຶນທີ່ດີກວ່າເກົ່າ” ເພື່ອເສີມຂະຫຍາຍ ແລະ ສົ່ງເສີມການລົງທຶນທີ່ມີຄວາມຮັບຜິດຊອບ.