ອົດສະຕຣາລີ ໜຶ່ງໃນຜູ້ໃຫ້ການຊ່ວຍເຫຼືອສຳຄັນແກ່ ສປປ.ລາວ, ຫຼ້າສຸດຊ່ວຍວັກແຊັງ 1 ລ້ານຫຼອດ

ອົດສະຕຣາລີ ໄດ້ໃຫ້ການຊ່ວຍເຫຼືອວັກແຊັງຕ້ານພະຍາດໂຄວິດ-19 ແລະ ການຊ່ວຍເຫຼືອດ້ານວິຊາການຕ່າງໆ ມູນຄ່າ 15.2 ລ້ານໂດລາອົດສະຕຣາລີ ແກ່ ສປປ.ລາວ ໂດຍໃຫ້ກຽດມອບຮັບການຊ່ວຍເຫຼືອຈາກທ່ານ ໂພລ ແຄລີ ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ.ລາວ ໂດຍທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ທີ່ຫໍ່ຄຳ, ນະຄອນຫຼວງວຽງຈັນ ເມື່ອວັນທີ 12 ພຶດສະພາ 2021 ທີ່ຜ່ານມາ.

ທ່ານ ໂພລ ແຄລີ ໄດ້ກ່າວວ່າ ອົດສະຕຣາລີ ມີຄວາມຍິນດີທີ່ໄດ້ໃຫ້ການຊ່ວຍເຫຼືອວັກແຊັງຕ້ານໂຄວິດ-19 ແກ່ປະຊາຊົນລາວ ເຊິ່ງຖືເປັນບູລິມະສິດທີ່ສຳຄັນ ແລະ ຮີບດ່ວນຂອງລັດຖະບານອົດສະຕຣາລີ, ການຊ່ວຍເຫຼືອຄັ້ງນີ້ ຈະສະໜອງວັກແຊັງຈຳນວນ 1 ລ້ານຫຼອດ, ການເຝິກອົບຮົບໃຫ້ແກ່ແພດໝໍໃນວຽກງານການບໍລິຫານການສັກວັກແຊັງທີ່ປອດໄພ ແລະ ການຊ່ວຍເຫຼືອດ້ານວິຊາການຈາກສະຖາບັນຄຸ້ມຄອງດ້ານສຸຂະພາບທີ່ມີຊື່ສຽງຂອງອົດສະຕຣາລີ, ການປະກອບສ່ວນໃນຄັ້ງນີ້ ຈະຊ່ວຍໃຫ້ລັດຖະບານລາວ ສາມາດເພີ່ມອັດຕາສ່ວນຂອງພົນລະເມືອງລາວ ທີ່ຈະໄດ້ຮັບວັກແຊັງປ້ອງກັນຫຼາຍຂຶ້ນກວ່າເກົ່າ ພ້ອມທັງການສະໜັບສະໜູນຄວາມປອດໄພດ້ານສຸຂະພາບໃຫ້ແກ່ ສປປ.ລາວ ໃນໄລຍະຍາວ.

ການຊ່ວຍເຫຼືອວັກແຊັງຂອງອົດສະຕຣາລີ ຄັ້ງນີ້ ແມ່ນການຊ່ວຍເຫຼືອເພີ່ມຈາກເບື້ອງຕົ້ນ ຈຳນວນ 4.8 ລ້ານໂດລາອົດສະຕຣາລີ ເພື່ອນຳໃຊ້ເຂົ້າໃນວຽກງານແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກຳລັງຈັດຕັ້ງປະຕິບັດຢູ່ໃນປັດຈຸບັນ.

ພາບ: ບັນຍາກາດການສົ່ງມອບວັກແຊັງຕ້ານພະຍາດໂຄວິດ-19 ຊຸດທຳອິດ ຈາກໂຄງການ COVAX ໃຫ້ແກ່ ສປປ.ລາວ ຈຳນວນ 132,000 ຫຼອດ ຍີ່ຫໍ້ AstraZeneca/Oxford, ນະຄອນຫຼວງວຽງຈັນ, 20 ມີນາ 2021.

ນອກຈາກນີ້, ລັດຖະບານອົດສະຕຣາລີ ຍັງໄດ້ປະກອບສ່ວນທຶນ 130 ລ້ານໂດລາອົດສະຕຣາລີ ເຂົ້າໃນໂຄງການໂຄແວັກ (COVAX) ເຊິ່ງຈະຊ່ວຍເພີ່ມຈຳນວນການສັກວັກແຊັງຕ້ານໂຄວິດ-19 ແກ່ປະຊາຊົນລາວ ໃຫ້ກວມເອົາອັດຕາສ່ວນກວ່າ 20% ໂດຍບໍ່ເສຍຄ່າໃຊ້ຈ່າຍ, ສະໜັບສະໜູນທຶນຈຳນວນ 100 ລ້ານໂດລາອົດສະຕຣາລີ ຜ່ານ Quad Vaccine Partnership ສຳລັບພູມມິພາກນີ້, ແລະ ສະໜອງທຶນຈຳນວນ 523.2 ລ້ານໂດລາອົດສະຕຣາລີ ພາຍໃຕ້ໂຄງການການເຂົ້າເຖິງວັກແຊັງ ແລະ ຄວາມໝັ້ນຄົງດ້ານສຸຂະພາບ (Vaccine Access and Health Security Initiative) ໃນນັ້ນລວມທັງການຊ່ວຍເຫຼືອຈຳນວນ 15.2 ລ້ານໂດລາອົດສະຕຣາລີ ເພື່ອຈັດຫາ ແລະ ສົ່ງມອບວັກແຊັງ ໃຫ້ແກ່ ສປປ.ລາວ.

ສປປ.ລາວ-ອິດສະຕຣາລີ ເປັນຄູ່ຮ່ວມມືທັງໃນລະດັບສອງຝ່າຍ ແລະ ໃນລະດັບພາກພື້ນມາຢ່າງຍາວນານ ດ້ວຍສາຍພົວພັນພາຍໃຕ້ການຮ່ວມມືດ້ານການພັດທະນາ, ສາຍພົວພັນດ້ານທຸລະກິດ ແລະ ການໄປມາຫາສູ່ຫວ່າງປະຊາຊົນຂອງທັງສອງປະເທດ, ໂດຍມີສາຍພົນທາງການທູດຮ່ວມກັນມາຕັ້ງແຕ່ວັນທີ 15 ມັງກອນ 1952 ເຊິ່ງເປັນໜຶ່ງໃນສາຍພົວພັນທາງການທູດທີ່ຍາວນານທີ່ສຸດ ທີ່ ສປປ.ລາວ ເຄີຍມີມາກັບປະເທດອື່ນໆ, ໂດຍຈະມີການສະເຫຼີມສະຫຼອງຄົບຮອບ 70 ປີ ວັນສ້າງຕັ້ງສາຍພົວພັນການທູດລະຫວ່າງອົດສະຕຣາລີ-ສປປ.ລາວ ໃນປີ 2022 ທີ່ຈະມາເຖິງນີ້.

ອົດຕະຣາລີ ແມ່ນຄູ່ເຈລະຈາທຳອິດຂອງອາຊຽນ ພ້ອມທັງໄດ້ຕີລາຄາສູງຕໍ່ການຮ່ວມມືກັບອາຊຽນ, ເຊິ່ງ ສປປ.ລາວ ຈະເຮັດໜ້າທີ່ເປັນຜູ້ປະສານງານຂອງອາຊຽນກັບອົດສະຕຣາລີ ໃນເດືອນຕຸລາ 2021 ທີ່ຈະມາເຖິງນີ້, ເຈົ້າໜ້າທີ່ລະດັບສູງຂອງອົດສະຕຣາລີ ແລະ ສປປ.ລາວ ໄດ້ມີການພົວພັນຮ່ວມມືປຶກສາຫາລືກັນຢ່າງສະໝ່ຳສະເໝີທັງໃນລະດັບສອງຝ່າຍ, ລະດັບພູມມິພາກ ແລະ ບັນຫາສິ່ງທ້າທາຍຕ່າງໆ.

ໃນປີ 2019, ອົດສະຕຣາລີ ຮ່ວມກັນ ສປປ.ລາວ ແລະ ໄທ ໄດ້ຈັດງານສະເຫຼີມສະຫຼອງ ຄົບຮອບ 25 ປີ ຂົວມິດຕະພາບລາວ-ໄທ ແຫ່ງທີ 1, ຂົວດັ່ງກ່າວເປັນສັນຍາລັກທີ່ຢັ້ງຢືນເຖິງຄວາມມຸ່ງໝັ້ນຂອງອົດຕຣາລີ ທີ່ມີຕໍ່ ສປປ.ລາວ ໃນການຊຸກຍູ້ໃຫ້ເກີດເຊື່ອມໂຍງ ແລະ ການພັດທະນາເສດຖກິດຂອງອາຊີຕາເວັນອອກສຽງໃຕ້.

ຕະຫຼອດໄລຍະເກືອບ 7 ທົດສະວັດຂອງສາຍພົວພັນສອງຝ່າຍ, ອົດສະຕຣາລີໄດ້ສະໜັບສະໜູນການພັດທະນາເສດຖກິດຂອງ ສປປ.ລາວ ຕະຫຼອດມາ ແລະ ເປັນໜຶ່ງໃນບັນດາຜູ້ໃຫ້ການຊ່ວຍເຫຼືອສອງຝ່າຍທີ່ສຳຄັນຂອງ ສປປ.ລາວ.

  • ໃນສົກປີ 2020-2021 ອົດສະຕຣາລີໄດ້ໃຫ້ການຊ່ວຍເຫຼືອດ້ານການພັດທະນາແກ່ ສປປ.ລາວ ຢ່າງເປັນທາງການທັງໝົດ 40.1 ລ້ານໂດລາອົດສະຕຣາລີ.
  • ໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳ ຕໍ່ກັບເຫດການເຂື່ອນເຊປ່ຽນ-ເຊນ້ຳນ້ອຍແຕກ ທີ່ແຂວງອັດຕະປີ ໃນປີ 2018 ມູນຄ່າ 3.4 ລ້ານໂດລາອົດສະຕຣາລີ.

ພາບ: ຍົນທະຫານ C-17A ຂອງອົດສະຕຣາລີ ໄດ້ນຳເອົາເຄື່ອງຊ່ວຍເຫຼືອບັນເທົາທຸກທີ່ຈຳເປັນ ແລະ ຮີບດ່ວນ ມາມອບແກ່ຜູ້ປະສົບໄພພິບັດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ທີ່ເມືອງສະໜາມໄຊ, ແຂວງອັດຕະປີ, ໃນລະຫວ່າງວັນທີ 27-29 ກໍລະກົດ 2018 ທີ່ສະໜາມບິນສາກົນປາກເຊ.

  • ໃນເດືອນພະຈິກ 2020 ອົດສະຕຣາລີ ໄດ້ປະກາດໃຫ້ທຶນຈຳນວນ 232 ລ້ານໂດລາອົດສະຕຣາລີໃຫ້ແກ່ MAP (Mekong Australia Partnership) ທີ່ມີຈຸດປະສົງເພື່ອສົ່ງເສີມການເຊື່ອມໂຍງ ແລະ ການພັດທະນາໃນອະນຸພາກພື້ນ ລວມທັງການຕອບສະໜອງຕໍ່ສິ່ງທ້າທາຍຕ່າງໆໃນພາກພື້ນ ເຊິ່ງໃນນັ້ນແມ່ນລວມມີ ສປປ.ລາວ ນຳ.

ສຳລັບແຜ່ນການຮ່ວມມືໃນອະນາຄົດນັ້ນ, ເພື່ອຟື້ນຟູ ແລະ ພັດທະນາຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19, ອົດຈະຕຣາລີ ຈະສືບຕໍ່ໃຫ້ການຊ່ວຍເຫຼືອແກ່ ສປປ.ລາວ ໂດຍກົງ ເພື່ອຕໍ່ສູ້ຂ້າມຜ່ານການແຜ່ລະບາດຂອງພະຍາດໂຄວິດ-19 ພ້ອມທັງຈະສືບຕໍ່ການຮ່ວມມື ແລະ ສະໜັບສະໜູນໃນບັນດາຂົງເຂດບູລິມະສິດ ໃນນັ້ນມີການສຶກສາຊັ້ນປະຖົມທີ່ມີຄຸນນະພາບ, ການພັດທະນາຄວາມສາມາດຂອງຊັບພະຍາກອນມະນຸດ, ການຄຸ້ມຄອງຊັບພະຍາກອນນ້ຳ, ເສີມສ້າງຄວາມເຂັ້ມແຂງທາງເສດຖກິດ, ຄວາມສະເໜີພາບທາງເພດ ແລະ ການມີສ່ວນຮ່ວມທາງສັງຄົມ.