
ລາຍງານ 25 ກໍລະກົດ 2018, ຈາກກໍລະນີເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ເຮັດໃຫ້ມວນນ້ຳມະຫາສານໄຫຼເຂົ້າຖ້ວມບ້ານເຮືອນປະຊາຊົນໃນເຂດເມືອງສະໜາມໄຊ ແຂວງອັດຕະປື ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດ ແລະ ສູນຫາຍເປັນຈຳນວນຫຼາຍ, ລວມທັງຫຼາຍກວ່າ 6,000 ຄົນບໍ່ມີທີ່ພັກອາໄສ.
ຫຼ້າສຸດທ່ານ ສະຕີເຟັນ ດູຮາຣິກ ໂຄສົກອົງການສະຫະປະຊາຊາດຖະແຫຼງວ່າ: ເລຂາທິການໃຫຍ່ອົງການສະຫະປະຊາຊາດ ເສຍໃຈກໍ່ກັບການສູນເສຍຊີວິດ ແລະ ຊັບສິນອັນເກີດຈາກເຫດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ເນື່ອງມາຈາກພາຍຸຝົນຕົກໜັກ, ເຊິ່ງເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ສະແດງຄວາມເສຍໃຈໄປຍັງຄອບຄົວຂອງຜູ້ປະສົບໄພ ແລະ ຕໍ່ລັດຖະບານ ກໍ່ຄືປະຊາຊົນໃນອາຊີຕາເວັນອອກສຽງໃຕ້ ພ້ອມທັງສະແດງຄວາມພ້ອມທີ່ຈະໃຫ້ການຊ່ວຍເຫຼືອ ແລະ ບັນເທົາທຸກແກ່ ສປປ.ລາວ.
Laos: @antonioguterres is saddened by the loss of life and significant damage caused by a break in the hydroelectric dam under construction https://t.co/QvWpeGbJAo— UN News (@UN_News_Centre) July 24, 2018
ຕໍ່ກັບບັນຫາດັ່ງກ່າວ, ຫຼາຍປະເທດໃນໂລກກໍ່ໄດ້ສະແດງເຈດຈຳນົງທີ່ຈະໃຫ້ການຊ່ວຍເຫຼືອແກ່ ສປປ.ລາວ ໂດຍສະເພາະບັນດາປະເທດໃນອາຊີເຊັ່ນ: ໄທ ແລະ ເກົາຫຼີໃຕ້ ແມ່ນໄດ້ສົ່ງທີມກູ້ໄພທີ່ຊ່ຽວຊານ ພ້ອມທັງເຮລິຄັອບແຕ, ເຮືອ ແລະ ອຸປະກອນທີ່ຈຳເປັນເຂົ້າມາໃນລາວແລ້ວ, ສ່ວນສິງກະໂປ ແລະ ມາເລເຊຍກໍ່ໄດ້ສະແດງເຈດຈຳນົງທີ່ພ້ອມຈະໃຫ້ການຊ່ວຍເຫຼືອເທົ່າທີ່ຈະຊ່ວຍໄດ້.
ໃນດ້ານຂອງລັດຖະບານລາວ, ທ່ານ ທອງລຸນ ສີລຸສິດ ນາຍົກລັດຖະມົນຕີ ແລະ ຄະນະກໍ່ໄດ້ລົງຕິດຕາມສະຖານະການການຊ່ວຍເຫຼືອປະຊາຊົນຜູ້ປະສົບໄພພິບັດຢ່າງໃກ້ຊິດ ຢູ່ທີ່ເມືອງສະໜາມໄຊ ແຂວງອັດຕະປື ພ້ອມທັງໄດ້ມອບເງິນຊ່ວຍເຫຼືອເບື້ອງຕົ້ນ 1.2 ຕື້ກີບ.
