ທະນາຄານໂລກອອກບົດລາຍງານເສດຖະກິດຂອງ ສປປ.ລາວ

ທະນາຄານໂລກໄດ້ອອກບົດລາຍງານເສດຖະກິດຂອງ ສປປ.ລາວ, ສິ່ງທ້າທາຍໃນການເພີ່ມທະວີການສົ່ງເສີມການເຕີບໃຫຍ່ໃຫ້ມີຄວາມສົມດູນ ແລະ ເທົ່າທຽມ ໃນເດືອນ ເມສາ 2017 ໂດຍມີສະຫຼຸບເນື້ອໃນດັ່ງນີ້:

1. ເສດຖະກິດຂອງ ສປປ.ລາວ ໃນປີ 2016 ຄາດວ່າຈະຂະຫຍາຍຕົວໃນອັດຕາປະມານ 7%, ຫຼຸດລົງຈາກອັດຕາ 7.4% ໃນປີທີ່ຜ່ານມາ. ການປະກອບສ່ວນຈາກຂະແໜງພະລັງງານທີ່ຊຸກຍູ້ການເຕີບໃຫຍ່ຂອງເສດຖະກິດໄດ້ເພີ່ມຂຶ້ນຢ່າງຈະແຈ້ງ ແລະ ການປະກອບສ່ວນຂອງຂະແໜງອຸດສາຫະກຳປຸງແຕ່ກໍ່ເພີ່ມຂຶ້ນເຊັ່ນກັນ ແຕ່ອັດຕາສ່ວນຂອງຂະແໜງກໍ່ສ້າງຫຼຸດລົງເລັກໜ້ອຍ, ຜົນຜະລິດຈາກຂະແໜງບໍ່ແຮ່ບໍ່ປ່ຽນແປງຫຼາຍ ແລະ ການໃຊ້ຈ່າຍພາກລັດກໍ່ບໍ່ໄດ້ເພີ່ມຂຶ້ນຫຼາຍ. ໃນປີ 2016 ຄາດວ່າຈະມີກຳລັງການຜະລິດໄຟຟ້າໄດ້ຕື່ມປະມານ 1,350 MW ເຊິ່ງຈະເຮັດໃຫ້ກຳລັງຕິດຕັ້ງໃນທົ່ວລະບົບເພີ່ມຂຶ້ນ 20% ເປັນຫຼາຍກວ່າ 6,000 MW. ຜົນຜະລິດກະສິກຳຄາດວ່າຈະຟື້ນຕົວຄືນຈາກຜົນກະທົບຈາກໄພແຫ້ງແລ້ງໃນປີທີ່ຜ່ານມາ. ການລົງທຶນໃນຂະແໜງກະສິກຳໃນວ່າງມໍ່ໆມານີ້ ໄດ້ເພີ່ມທະວີການຫັນໄປສູ່ການຜະລິດກະສິກຳເພື່ອເປັນສິນຄ້າ ແລະ ການສົ່ງອອກກະສິກຳທີ່ເພີ່ມຂຶ້ນ. ຜົນຜະລິດໃນຂະແໜງອຸດສາຫະກຳປຸງແຕ່ງເຫັນວ່າໄດ້ສືບຕໍ່ຂະຫຍາຍຕົວ, ເຖິງວ່າຜົນຜະລິດດັ່ງກ່າວຈະເພີ່ມຂຶ້ນຈາກຖານທີ່ຕ່ຳ ແລະ ສ່ວນໃຫຍ່ແມ່ນຜົນຜະລິດຈາກເຂດເສດຖະກິດພິເສດ. ກິດຈະກຳການກໍ່ສ້າງຈະຍັງສືບຕໍ່ຂະຫຍາຍຕົວໃນປີ 2016 ເນື່ອງຈາກມີໂຄງການຂອງຂະແໜງພະລັງງານທີ່ກຳລັງຢູ່ໃນໄລຍະກໍ່ສ້າງ ແລະ ການພັດທະນາທາງດ້ານອະສັງຫາລິມະຊັບ ເຖິງວ່າການກໍ່ສ້າງບາງໂຄງການໄດ້ສຳເລັດແລ້ວ. ແຕ່ກົງກັນຂ້າມ, ຜົນຜະລິດຂອງຂະແໜງບໍ່ແຮ່ບໍ່ໄດ້ເພີ່ມຂຶ້ນຫຼາຍ ເນື່ອງຈາກວ່າການຜະລິດທີ່ຍັງສືບຕໍ່ຢູ່ນັ້ນໄດ້ກ້າວໄປເຖິງຈຸດອີ່ມຕົວ ແລະ ຍັງບໍ່ມີການຈັດຕັ້ງປະຕິບັດໂຄງການຂະໜາດໃຫຍ່ແຫ່ງໃໝ່. ຈຳນວນນັກທ່ອງທ່ຽວທີ່ເຂົ້າມາໃນລາວໄດ້ຫຼຸດລົງໃນໄລຍະເກົ້າເດືອນຕົ້ນປີ 2016 ສາເຫດຫຼັກແມ່ນຍ້ອນນັກທ່ອງທ່ຽວຈາກພາກພື້ນໄດ້ຫຼຸດລົງ; ແຕ່ມີນັກທ່ອງທ່ຽວຈາກປະເທດຕາເວັນຕົກຫຼາຍຂຶ້ນ ເຊິ່ງປົກກະຕິແລ້ວເຂົາເຈົ້າໃຊ້ເວລາພັກເຊົາຢູ່ໃນປະເທດດົນກວ່າ ແລະ ມີການໃຊ້ຈ່າຍຕໍ່ມື້ສູງກວ່າ.

2. ຄວາມກົດດັນຕໍ່ອັດຕາເງິນເຟີ້ຍັງຕ່ຳ, ແຕ່ກໍ່ເລີ່ມເພີ່ມຂຶ້ນໃນຈັງຫວະທີ່ໄວ້ຂຶ້ນໃນໄລຍະຫົກເດືອນທ້າຍປີ ເນື່ອງຈາກລາຄານ້ຳມັນເພີ່ມຂຶ້ນ. ອັດຕາເງິນເຟີ້ປະຈຳປີໂດຍສະເລ່ຍແມ່ນຢູ່ໃນລະດັບ 1.8% ໃນປີ 2016 ທຽບໃສ່ 1.3% ໃນປີທີ່ຜ່ານມາ ເນື່ອງຈາກລາຄາຂອງນ້ຳມັນ ແລະ ອາຫານເພີ່ມຂຶ້ນໃນໄລຍະທ້າຍປີກາຍ. ອັດຕາເງິນເຟີ້ໝວດອາຫານໂດຍສະເລ່ຍແມ່ນ 4.5% ທຽບໃສ່ໃນປີຜ່ານມາໃນໄລຍະດຽວກັນແມ່ນ 4.7% ໃນຂະນະທີ່ອັດຕາເງິນເຟີ້ພື້ນຖານໃນປີ 2016 ແມ່ນ 1.1%

3. ການຂາດດຸນງົບປະມານເພີ່ມຂຶ້ນຢ່າງຫຼວງຫຼາຍໃນສົກປີ 2015/2016 ເນື່ອງຈາກການຈັດຕັ້ງປະຕິບັດທາງດ້ານລາຍຮັບບໍ່ທັນໄດ້ດີ. ການຂາດດຸນງົບປະມານຄາດວ່າຈະເພີ່ມຂຶ້ນມາເປັນ 6.2% ໃນສົກປີ 2015/2016, ເພີ່ມຈາກອັດຕາທີ່ຕ່ຳກວ່າ 4% ຂອງ GDP ໃນສອງສົກປີທີ່ຜ່ານມາ. ດ້ານລາຍຮັບ, ອັດຕາສ່ວນຂອງລາຍຮັບຕໍ່ GDP ຄາດວ່າຈະຫຼຸດລົງມາເປັນ 19% ຂອງ GDP ໃນສົກປີ 2015/2016, ຫຼຸດລົງຈາກ 23% ໃນສົກປີ 2014/2015 ເນື່ອງຈາກລາຄາຂອງຜະລິດຕະພັນຕ່າງໆ ແລະ ລາຄານ້ຳມັນຫຼຸດລົງ (ເຊິ່ງມີຜົນກະທົບຕໍ່ການເກັບຄ່າພາກຫຼວງ ແລະ ການເກັບອາກອນໃນຂະແໜງບໍ່ແຮ່, ແລະ ການເກັບອາກອນຊົມໃຊ້ ແລະ ພາສີການນຳເຂົ້ານ້ຳມັນ), ແລະ ຍ້ອນຈັງຫວະການຂະຫຍາຍຕົວທີ່ຊ້າລົງຂອງເສດຖະກິດ ແລະ ການນຳເຂົ້າ. ຕໍ່ກັບບັນຫາດັ່ງກ່າວ, ພາກສ່ວນທີ່ກ່ຽວຂ້ອງໄດ້ມີມາດຕະການເພື່ອເພີ່ມລາຍຮັບເຊັ່ນການຍົກເລີກນະໂຍບາຍຍົກເວັ້ນພາສີອາກອນສຳລັບການນຳເຂົ້ານ້ຳມັນເຊື້ອໄຟ ເພື່ອຮັບໃຊ້ໂຄງການລົງທຶນ ແລະ ສຸມໃສ່ການປັບປຸງການບໍລິຫານຄຸ້ມຄອງການເກັບລາຍຮັບຫຼາຍຂຶ້ນ. ໃນເວລາດຽວກັນນັ້ນ, ລາຍຈ່າຍຊ້ຳພັດບໍ່ສາມາດຫຼຸດຜ່ອນໄດ້ຢ່າງສົມສ່ວນທຽບກັບການເກັບລາຍຮັບ, ສ່ວນໜຶ່ງແມ່ນເນື່ອງຈາກມີການໃຊ້ຈ່າຍໄດ້ເກີດຂຶ້ນໃນໄລຍະທີ່ ສປປ.ລາວ ເປັນປະທານອາຊຽນໃນປີ 2016 ເຮັດໃຫ້ອັດຕາສ່ວນຂອງລາຍຈ່າຍຕໍ່ GDP ຫຼຸດລົງຊ້າກວ່າຈາກ 27% ໃນສົກປີ 2014/2015 ມາເປັນ 25% ໃນສົກປີ 2015/2016.

4. ການຂາດດຸນງົບປະມານໄດ້ຖືກດຸ່ນດ່ຽງໂດຍການກູ້ຢືມຂອງພາກລັດ ເຊິ່ງເຮັດໃຫ້ໜີ້ສິນພາກລັດເພີ່ມຂຶ້ນ ແລະ ເພີ່ມຄວາມສ່ຽງດ້ານພາລະໜີ້ສິນ. ລັດຖະບານໄດ້ຫັນສູ່ການກູ້ຢືມແບບສອງຝ່າຍ ແລະ ການກູ້ຢືມແບບທຸລະກິດຫຼາຍຂຶ້ນ. ຍອດໜີ້ສິນພາກລັດທັງໝົດໃນປີ 2016 ຄາດວ່າຈະກວມປະມານ 68% ຂອງ GDP, ເພີ່ມຂຶ້ນຈາກ 66% ຂອງ GDP ໃນສົກປີ 2015 ແລະ 57% ຂອງ GDP ໃນສົກປີ 2011. ຕໍ່ກັບບັນຫາດັ່ງກ່າວ, ໄດ້ເຮັດໃຫ້ ສປປ.ລາວ ຖືກຈັດຢູ່ໃນປະເທດທີ່ມີຄວາມສ່ຽງສູງທາງດ້ານໜີ້ສິນ ອີງຕາມຜົນການວິເຄາະຮ່ວມກັນລະຫວ່າງກອງທຶນການເງິນສາກົນ ແລະ ທະນາຄານໂລກກ່ຽວກັບຄວາມຍືນຍົງທາງດ້ານໜີ້ສິນ. ຍິ່ງກວ່ານັ້ນ, ບັນຫາໜີ້ສິນພາຍໃນທີ່ຕິດພັນກັບການລົງທຶນຂອງພາກລັດຍັງເປັນບັນຫາຄົງຄ້າງ. ຕໍ່ບັນຫາດັ່ງກ່າວ, ລັດຖະບານໄດ້ຈັດສັນງົບປະມານເຊິ່ງກວມ 30% ຂອງລາຍຈ່າຍທາງດ້ານການລົງທຶນທັງໝົດເພື່ອການຊຳລະໜີ້ສິນດັ່ງກ່າວ.

5. ນະໂຍບາຍທາງດ້ານເງິນຕາໄດ້ສຸມໃສ່ການສົ່ງເສີມການຂະຫຍາຍຕົວຂອງສິນເຊື່ອ ເຊິ່ງຜ່ານການຈັດຕັ້ງປະຕິບັດເຫັນວ່າມີຜົນສຳເລັດຈຳນວນໜຶ່ງ. ທະນາຄານແຫ່ງ ສປປ.ລາວ ໄດ້ຫຼຸດຜ່ອນອັດຕາດອກເບ້ຍນະໂຍບາຍຕື່ມອີກໃນເດືອນ ສິງຫາ 2016 ພາຍຫຼັງທີ່ໄດ້ມີການຫຼຸດອັດຕາດອກເບ້ຍລົງກ່ອນໜ້າແລ້ວໃນເດືອນກໍລະກົດ 2015. ເນື່ອງຈາກກົນໄກກະຕຸ້ນຜ່ານອັດຕາດອກແບ້ຍຍັງບໍ່ໄດ້ປະສິດທິພາບປານໃດ, ທະນາຄານກາງຈຶ່ງໄດ້ຫຼຸດຜ່ອນອັດຕາດອກເບ້ຍສຳລັບເງິນຝາກ ແລະ ເງິນກູ້ຢືມທີ່ເປັນເງິນກີບລົງ. ຮອດເດືອນກັນຍາ 2016, ອັດຕາການຂະຫຍາຍຕົວຂອງສິນເຊື່ອໄດ້ເພີ່ມຂຶ້ນມາເປັນ 21% ທຽບກັບໄລຍະດຽວກັນຂອງປີທີ່ຜ່ານມາອັດຕາການເຕີບໃຫຍ່ແມ່ນ 17% ອັນນີ້ ແມ່ນຍ້ອນມີການເພີ່ມຂຶ້ນຂອງການປ່ອຍເງິນກູ້ໃຫ້ແກ່ຂະແໜງອຸດສາຫະກຳ, ການຄ້າ ແລະ ການບໍລິການ ລວມທັງສິນເຊື່ອສຳລັບຜູ້ຊົມໃຊ້ ເຊິ່ງທົດແທນໃຫ້ແກ່ການຫຼຸດລົງຂອງສິນເຊື່ອໃນຂະແໜງກໍ່ສ້າງ ແລະ ຂົນສົ່ງ. ຢ່າງໃດກໍ່ຕາມ, ອັດຕາການຂະຫຍາຍຕົວຂອງສິນເຊື່ອດັ່ງກ່າວແມ່ນມີລັກສະນະຍືນຍົງກວ່າທຽບໃສ່ ອັດຕາສະເລ່ຍທີ່ສູງໃນໄລຍະຊຸມປີທີ່ຜ່ານມາ, ເຊິ່ງມີອັດຕາປະມມານ 35% ຕໍ່ປີ. ວ່າງມໍ່ໆມານີ້, ທະນາຄານກາງໄດ້ເພີ່ມຂອບເຂດຂອງການສະໜອງສິນເຊື່ອເປັນເງິນຕາຕ່າງປະເທດໃຫ້ຜູ້ທີ່ມີແຫຼ່ງລາຍຮັບເປັນເງິນຕາຕ່າງປະເທດ ແລະ ຜູ້ທີ່ບໍ່ມີລາຍຮັບເປັນເງິນຕາ ແຕ່ຕ້ອງການເງິນຕາເພື່ອຊຳລະສິນຄ້ານຳເຂົ້າບາງລາຍການ. ພ້ອມນັ້ນ, ທະນາຄານກາງຍັງໄດ້ສະໜອງເງິນກູ້ໄລຍະຍາວໃຫ້ແກ່ບາງທະນາຄານ.

6. ເຖິງວ່າຈຳນວນ ແລະ ຊັບສິນຂອງຂະແໜງສະຖາບັນການເງິນໄດ້ມີການເພີ່ມຂຶ້ນກໍ່ຕາມ, ບາງທະນາຄານກໍ່ຍັງພົບກັບບັນຫາເງິນທຶນທີ່ບໍ່ພຽງພໍຕາມກົດລະບຽບ ແລະ ການປ່ອຍກູ້ທີ່ຍັງຕ່ຳ. ໂດຍລວມເຫັນວ່າ ຂະແໜງທະນາຄານສາມາດສ້າງກຳໄລຢູ່ແຕ່ມີພຽງແຕ່ໜຶ່ງສ່ວນສີ່ຂອງທະນາຄານທັງໝົດເທົ່ານັ້ນ ທີ່ມີຜົນກຳໄລຕໍ່ຊັບສິນປະມານ 2% ຂຶ້ນໄປ. ທະນາຄານກາງໄດ້ມີແຜນທີ່ຈະປັບປຸງໂຄງສ້າງຂອງທະນາຄານທຸລະກິດລັດຢູ່ສອງແຫ່ງ ແລະ ໄດ້ຊຸກຍູ້ໃຫ້ທະນາຄານເອກະຊົນບາງແຫ່ງທີ່ມີທຶນຕ່ຳ ກະກຽມສ້າງແຜນເພື່ອເພີ່ມທຶນໃຫ້ເຖິງລະດັບຕ່ຳສຸດຕາມກົດລະບຽບໃຫ້ໄດ້ໃນໄລຍະກາງ. ຢ່າງໃດກໍ່ຕາມ, ຍັງຈຳເປັນຈະຕ້ອງສ້າງລະບົບທະນາຄານທີ່ເຂັ້ມແຂງກວ່ານີ້ ເພື່ອຮັບມືກັບສິ່ງທ້າທາຍ ດ້ວຍການປັບປຸງການເຜີຍແຜ່ຂໍ້ມູນທາງດ້ານການເງິນ ຂອງທະນາຄານທຸລະກິດໃຫ້ຫຼາຍຂຶ້ນກວ່າເກົ່າ, ການເພີ່ມລະບຽບວິໄນຕາມກົນໄກຕະຫຼາດ, ສ້າງເຄື່ອງມືຫຼາກຫຼາຍຂຶ້ນເພື່ອໃຫ້ທະນາຄານສາມາດນຳໃຊ້ກັບທະນາຄານທີ່ຍັງມີຄວາມຫຍຸ້ງຍາກ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການປະຕິບັດວຽກງານການຄ້ຳປະກັນເງິນຝາກ.

7. ນະໂຍບາຍທາງດ້ານອັດຕາແລກປ່ຽນຍັງສຸມໃສ່ການຄຸ້ມຄອງຢ່າງໃກ້ຊິດຕໍ່ ອັດຕາແລກປ່ຽນເງິນກີບ ຕໍ່ ເງິນໂດລາ. ຄ່າເງິນກີບຕໍ່ເງິນໂດລາ ແລະ ເງິນບາດໃນຫົກເດືອນທ້າຍປີ 2016 ເຫັນວ່າອ່ອນຄ່າ. ແຕ່ຢ່າງໃດກໍ່ຕາມ, ອັດຕາແລກປ່ຽນຕາມລາຄາປັດຈຸບັນໃນປີ 2016 ຂ້ອນຂ້າງມີສະຖຽນລະພາບ ທຽບກັບຄ່າເງິນກີບທີ່ແຂ່ງຄ່າຢ່າງໄວວາໃນປີ 2015. ເນື່ອງຈາກຄວາມກົດດັນທາງດ້ານອັດຕາເງິນເຟີ້ຫຼຸດລົງ, ເງິນກີບ ອີງຕາມອັດຕາແລກປ່ຽນທີ່ມີປະສິດທິພາບຕົວຈິງຈິ່ງອ່ອນຄ່າລົງໃນລະຫວ່າງປີ 2016; ຢ່າງໃດກໍ່ຕາມ, ຄ່າຂອງເງິນກີບທຽບໃສ່ໄລຍະຫ້າປີກ່ອນ ຄາດວ່າແຂງຄ່າຂຶ້ນເຖິງ 30%. ເນື່ອງຈາກຄວາມຈຳກັດດ້ານຄັງສຳຮອງເພື່ອການຄຸ້ມຄອງອັດຕາແລກປ່ຽນ ແລະ ການຈຳກັດການແລກປ່ຽນເງິນຕາຕ່າງປະເທດຂອງທະນາຄານທຸລະກິດ, ເງິນກີບຈຶ່ງອ່ອນຄ່າລົງໃນທ້ອງຕະຫຼາດໃນໄຕມາດສຸດທ້າຍຂອງປີ 2016 ເຊິ່ງເຮັດໃຫ້ຄວາມແຕກໂຕນກັນລະຫວ່າງອັດຕາແລກປ່ຽນທາງການ ແລະ ອັດຕາແລກປ່ຽນຢູ່ຮ້ານ ແມ່ນຢູ່ໃນລະຫວ່າງ 3-5%. ການອະນຸຍາດໃຫ້ມີການເໜັງຕີງຂອງອັດຕາແລກປ່ຽນຫຼາຍຂຶ້ນໃນຂອບເຂດທີ່ກຳນົດໄວ້ ແລະ ເພີ່ມການພິຈາລະນາກ່ຽວກັບການເໜັງຕີງຂອງອັດຕາແລກປ່ຽນຢູ່ບັນດາປະເທດຄູ່ຄ້າທີ່ສຳຄັນ ຈະສາມາດຊ່ວຍຫຼຸດຜ່ອນຄວາມກົດດັນຕໍ່ຄັງສຳຮອງ ແລະ ການແຂ່ງຄ່າຕົວຈິງຂອງເງິນກີບ, ແຕ່ຕ້ອງມີນະໂຍບາຍສະໜັບສະໜູນທາງດ້ານເງິນຕາ ແລະ ງົບປະມານນຳອີກ.

8. ການຂາດດຸນບັນຊີຊຳລະປົກກະຕິໄດ້ຫຼຸດລົງໃນປີ 2016. ການສົ່ງອອກໄຟຟ້າ ແລະ ຜະລິດຕະພັນປຸງແຕ່ງໄດ້ເພີ່ມຂຶ້ນ ແລະ ການນຳເຂົ້ານ້ຳມັນເຊື້ອໄຟໄດ້ຫຼຸດລົງຍ້ອນລາຄານ້ຳມັນຫຼຸດລົງ ເຊິ່ງຊ່ວຍທົດແທນໃຫ້ເກີນກວ່າຜົນກະທົບຈາກການສູນເສຍລາຍຮັບຍ້ອນລາຄາທອງທີ່ຕົກຕ່ຳ ແລະ ການສົ່ງອອກໄມ້ທີ່ຫຼຸດລົງ ເຊິ່ງເປັນຜົນເນື່ອງມາຈາກການປະຕິບັດມາດຕະການຫຼຸດຜ່ອນການຕັດໄມ້ແບບຜິດກົດໝາຍ. ຄັງສຳຮອງເງິນຕາຕ່າງປະເທດໃນເດືອນກັນຍາ 2016 ແມ່ນຢູ່ໃນລະດັບ 940 ລ້ານໂດລາ ແລະ ຄາດຄະເນວ່າຈະເພີ່ມຂຶ້ນເລັກໜ້ອຍໃນເດືອນ ທັນວາ ແຕ່ຍັງສາມາດກຸ້ມການນຳເຂົ້າໄດ້ຕ່ຳກວ່າ 2 ເດືອນ ແລະ ກວມປະມານ 25% ຂອງເງິນຝາກໃນສະກຸນເງິນຕ່າງປະເທດ ເຊິ່ງອາດຈຳກັດຄວາມສາມາດໃນການຕອບໂຕ້ໃນກໍລະນີມີວິກິດການ ໂດຍສະເພາະໃນສະພາບທີ່ການຄຸ້ມຄອງອັດຕາແລກປ່ຽນເງິນກີບຕໍ່ເງິນໂດລາບໍ່ໄດ້ເໜັງຕີງຫຼາຍ.

9. ທ່າອ່ຽງຂອງເສດຖະກິດໂດຍລວມຄາດວ່າຍັງຈະຢູ່ໃນທ່າບວກຢູ່. ອັດຕາການເຕີບໃຫຍ່ຂອງ GDP ຄາດວ່າຈະຍັງຢູ່ໃນລະດັບສະເລ່ຍປະມານ 7% ໃນປີ 2017 ແລະ 2018, ຍ້ອນມີຫຼາຍໂຄງການຜະລິດພະລັງງານທີ່ຢູ່ໃນແຜນ ແລະ ໂອກາດໃນການພັດທະນາຂະແໜງທີ່ບໍ່ຂຶ້ນກັບຊັບພະຍາກອນທີ່ຄາດວ່າຈະເພີ່ມສູງຂຶ້ນ ເຊິ່ງເປັນຜົນເນື່ອງມາຈາກການເພີ່ມທະວີການເຊື່ອມສານເຂົ້າໃນປະຊາຄົມອາຊຽນ ແລະ ເປັນຜົນເນື່ອງມາຈາກແວດລ້ອມການລົງທຶນທີ່ຈະໄດ້ຮັບການປັບປຸງໃຫ້ດີຂຶ້ນກວ່າເກົ່າ. ປັດຈຸບັນ, ມີເຂື່ອນໄຟຟ້າປະມານ 20 ແຫ່ງທີ່ກຳລັງຢູ່ໃນຂັ້ນຕອນການກໍ່ສ້າງຢູ່ ເຊິ່ງຄາດວ່າຈະສາມາດຜະລິດໄຟຟ້າໄດ້ປະມານ 600 MW ພາຍໃນສອງປີຕໍ່ໜ້າ, ເຊິ່ງຄາດວ່າຈະສາມາດສືບຕໍ່ກະຕຸ້ນເສດຖະກິດພາຍໃນ ແລະ ເພີ່ມການສົ່ງອອກໄຟຟ້າໄດ້. ສ່ວນຂະແໜງການເສດຖະກິດອື່ນໆ ອີງຕາມທ່າອ່ຽງຫຼ້າສຸດຄາດວ່າຈະຍັງສືບຕໍ່ຂະຫຍາຍຕົວ. ຕົວຢ່າງ: ຂະແໜງທ່ອງທ່ຽວຈະໄດ້ຮັບຜົນປະໂຫຍດຈາກການປັບປຸງການຂົນສົ່ງທາງອາກາດ, ການຄ້າຂາຍຍ່ອຍຈະເພີ່ມຂຶ້ນເມື່ອມີການຂະຫຍາຍຕົວຂອງທຸລະກິດແຟຼນຊາຍ (Franchises) ເພີ່ມຂຶ້ນຢູ່ໃນພາກພື້ນ ແລະ ການເປີດໃຫ້ມີຂະແໜງການບໍລິການທາງດ້ານປະກັນໄພໄດ້ເຂົ້າມາໃນວ່າງມໍ່ໆນີ້ ກໍ່ຄາດວ່າຈະສົ່ງຜົນໃຫ້ຂະແໜງການດັ່ງກ່າວຂະຫຍາຍຕົວຢ່າງແຂງແຮງ. ການເລີ່ມສ້າງທາງລົດໄຟເຊື່ອມຕໍ່ລະຫວ່າງນະຄອນຫຼວງວຽງຈັນຫາຊາຍແດນຈີນ ເຊິ່ງເປັນສ່ວນໜຶ່ງຂອງໂຄງການສ້າງທາງລົດໄຟແຕ່ຄຸນໜິງ ຫາສິງກະໂປນັ້ນຈະເພີ່ມຄວາມຕ້ອງການຊົມໃຊ້ພາຍໃນ, ໃນຂະນະດຽວກັນກໍ່ຈະເຮັດໃຫ້ການຂາດດຸນງົບປະມານ ແລະ ການຂາດດຸນການຊຳລະກັບຕ່າງປະເທດເພີ່ມຂຶ້ນ. ດ້ານການຂາດດຸນງົບປະມານ ຄາດວ່າຈະຄົງຢູ່ໃນລະດັບເກົ່າປະມານ 6 ສ່ວນຮ້ອຍໃນປີ 2017 ເຊິ່ງເປັນຜົນເນື່ອງມາຈາກຄວາມພະຍາຍາມຂອງລັດຖະບານໃນການຂຸ້ນຂ້ຽວເກັບລາຍຮັບອາກອນໃນຂະແໜງທີ່ບໍ່ຂຶ້ນກັບທຳມະຊາດ, ການທົບທວນນະໂຍບາຍຍົກເວັ້ນອາກອນ ແລະ ການປັບປຸງການຄຸ້ມຄອງທາງດ້ານການເງິນຂອງລັດ. ແຕ່ຢ່າງໃດກໍ່ຕາມ, ການກູ້ຢືມເພື່ອປະກອບສ່ວນເຂົ້າໃນການລົງທຶນໃສ່ໂຄງການສ້າງທາງລົດໄຟຈະຍັງເຮັດໃຫ້ການຂາດດຸນທາງດ້ານງົບປະມານສູງຢູ່.

10. ການຄວບຄຸມຂາດດຸນງົບປະມານໃຫ້ຫຼຸດລົງ ແລະ ການຄຸ້ມຄອງທາງດ້ານໜີ້ສິນພາກລັດທີ່ເຂັ້ມແຂງ ຈະຊ່ວຍເຮັດໃຫ້ວຽກງານການແກ້ໄຂບັນຫາທາງດ້ານໜີ້ສິນມີຄວາມຍືນຍົງ. ໃນການຫຼຸດຜ່ອນການຂາດດຸນທາງດ້ານງົບປະມານ ແມ່ນຈະຕ້ອງຂະຫຍາຍຖານທາງດ້ານລາຍຮັບຈາກອາກອນໃຫ້ເຂັ້ມແຂງກວ່າເກົ່າ (ການເພີ່ມບາງອັດຕາອາກອນຕາມກົດໝາຍອາກອນ, ການຊອກຫາແຫຼ່ງລາຍຮັບໃໝ່, ລົບລ້າງນະໂຍບາຍການຍົກເວັ້ນ) ລວມທັງການປັບປຸງວຽກງານການບໍລິຫານຂອງຂະແໜງອາກອນໃຫ້ດີຂຶ້ນກວ່າເກົ່າ (ການຕື່ມຂໍ້ມູນຫຼ້າສຸດໃສ່ລະບົບການຈົດທະບຽບຜູ້ຈ່າຍອາກອນ, ການເກັບຮັກສາຂໍ້ມູນທາງອີເລັກໂຕຼລິກ, ການກວດສອບອາກອນ ແລະ ອື່ນໆ). ທາງດ້ານລາຍຈ່າຍ ແມ່ນຄວນມີການປັບປຸງປະສິດທິພາບຂອງລາຍຈ່າຍພາກລັດ ແລະ ການປ້ອງກັນບໍ່ໃຫ້ມີໂຄງການນອກແຜນ. ທາງດ້ານການຄຸ້ມຄອງໜີ້ສິນພາກລັດ, ກົດໝາຍວ່າດ້ວຍງົບປະມານສະບັບປັບປຸງ ໄດ້ຕື່ມເງື່ອນໄຂສຳລັບການລາຍງານ ແລະ ການວິເຄາະໜີ້ສິນພາກລັດ, ໃນຂະນະທີ່ກົດໝາຍວ່າດ້ວຍໜີ້ສິນພາກລັດ ທີ່ຄາດວ່າຈະມີຜົນບັງຄັບໃຊ້ພາຍໃນປີ 2017 ແມ່ນຈະໄດ້ເພີ່ມບົດບາດຂອງກະຊວງການເງິນໃນການຄຸ້ມຄອງໜີ້ສິນພາກລັດ. ພ້ອມນັ້ນ ກໍ່ຄວນຄຳນຶງເຖິງຄວາມສ່ຽງທີ່ຕິດພັນກັບການກູ້ຢືມແບບບໍ່ມີການຜ່ອນຜັນຫຼາຍຂຶ້ນ ແລະ ຕ້ອງຮັບປະກັນໃຫ້ມີການຈັດສັນບູລິມະສິດ ເພື່ອຮັບປະກັນໃຫ້ທຶນທີ່ໄດ້ກູ້ຢືມມານັ້ນ ຖືກໃຊ້ເຂົ້າໃນວຽກງານທີ່ເປັນບູລິມະສິດແທ້ໆ ແລະ ຖືກໃຊ້ເຂົ້າໃນໂຄງການທີ່ມີອັດຕາຜົນຕອບແທນສູງທີ່ສຸດ. ສະນັ້ນ, ການມີຍຸດທະສາດການຄຸ້ມຄອງໜີ້ສິນໄລຍະກາງ ຈຶ່ງຖືເປັນບູລິມະສິດອັນໜຶ່ງ.

11. ຄວາມສ່ຽງໄດ້ເພີ່ມຂຶ້ນ. ເສດຖະກິດຢູ່ປະເທດອື່ນຄາດວ່າຈະມີທ່າອ່ຽງເພີ່ມທະວີຄວາມບໍ່ແນ່ນອນຫຼາຍຂຶ້ນກວ່າເກົ່າ. ຜົນກະທົບຈາກຫຼາຍປັດໄຈສ່ຽງພາຍນອກປະເທດ (ນະໂຍບາຍທາງດ້ານເສດຖະກິດຂອງລັດຖະບານໃໝ່ຂອງສະຫະລັດອາເມຣິກາ, ການອອກຈາກການເປັນສະມາຊິກສະຫະພາບເອີຣົບຂອງປະເທດອັງກິດ, ການປັບດຸ່ນດ່ຽງເສດຖະກິດຂອງປະເທດຈີນ, ອື່ນໆ) ອາດສົ່ງຜົນກະທົບຕໍ່ບັບດາຄູ່ຮ່ວມພັດທະນາຕົ້ນຕໍ່ທາງເສດຖະກິດຂອງ ສປປ.ລາວ ແລະ ອາດສົ່ງຜົນເຮັດໃຫ້ຄວາມຕ້ອງການຈາກຕະຫຼາດຕ່າງປະເທດ ແລະ ກະແສການລົງທຶນຫຼຸດລົງ. ນອກຈາກນັ້ນ ຍັງມີຄວາມສ່ຽງທີ່ຄາລາຂອງທອງ, ຄຳ, ກາເຟ ແລະ ຢາງພາລາທີ່ອາດຈະຫຼຸດລົງຕື່ມອີກນັ້ນ ອາດຈະສົ່ງຜົນໃຫ້ຜົນຜະລິດແຮ່ທາດ ແລະ ກະສິກຳຫຼຸດລົງ, ເຊິ່ງອາດມີຜົນກະທົບທາງລົບຕໍ່ຊີວິດການເປັນຢູ່ ແລະ ທັງເປັນການກົດດັນຕໍ່ລາຍຮັບງົບປະມານຫຼາຍຂຶ້ນ. ຖ້າບໍ່ຄຸ້ມຄອງແຮງກົດດັນຕໍ່ອັດຕາແລກປ່ຽນມັນອາດຈະສົ່ງຜົນກະທົບຕໍ່ອັດຕາເງິນເຟີ້, ສະຖຽນລະພາບທາງດ້ານການເງິນ-ການທະນາຄານ ແລະ ຄວາມຍືນຍົງທາງດ້ານໜີ້ສິນສາທາລະນະ. ຄວາມຍືນຍົງຂອງງົບປະມານຈະເປັນສິ່ງທ້າທາຍຫຼາຍ ຖ້າຫາກແຜນຫຼຸດຜ່ອນການຂາດດຸນງົບປະມານ ບໍ່ສາມາດປະຕິບັດຕາມແຜນ ແລະ ຖ້າຂາດການຍົກລະດັບການຄຸ້ມຄອງໜີ້ສິນພາກລັດຢ່າງທັນການ ລວມທັງການຈຳກັດຄວາມສ່ຽງຕໍ່ການສ້າງໜີ້ສຳຮອງ (ລາຍຈ່າຍນອກແຜນ, ລາຍຈ່າຍເກີນງົບປະມານ, ຄ່ໃຊ້ຈ່າຍອື່ນໆ). ພ້ອມດຽວກັນນັ້ນ, ຖ້າບັນຫາທີ່ຍັງຄົງຄ້າງຢູ່ໃນຂະແໜງການເງິນໄດ້ຮັບການແກ້ໄຂ ກໍ່ອາດຈະເຮັດໃຫ້ເພີ່ມຄວາມສ່ຽງຕໍ່ສະຖຽນລະພາບ ແລະ ສ້າງພາລະທາງດ້ານການເງິນຢ່າງຫຼວງຫຼາຍທີ່ແມ່ນແຕ່ງົບປະມານກໍ່ບໍ່ສາມາດແກ້ໄຂໄດ້. ພ້ອມນັ້ນ, ການຈຳກັດອັດຕາດອກເບ້ຍຂອງທະນາຄານທຸລະກິດ ອາດເຮັດໃຫ້ທະນາຄານເຫຼົ່ານັ້ນບໍ່ສາມາດວາງອັດຕາທີ່ຄຳນຶງເຖິງຄວາມສ່ຽງຈາກທຸລະກິດ ແລະ ອາດເຮັດໃຫ້ບໍ່ສາມາດປ່ອຍກູ້ໃຫ້ຜູ້ກູ້ຢືມຂະໜາດນ້ອຍ-ກາງ ທີ່ມີຄວາມສ່ຽງສູງ; ສະນັ້ນ, ລະລົບການເງິນ ແລະ ການປົກປ້ອງສິດທິຂອງຜູ້ໃຫ້ສິນເຊື່ອທີ່ມີຄວາມເຂັ້ມແຂງ ເປັນວິທີທີ່ມີປະສິດທິພາບກວ່າ ທີ່ຈະຊ່ວຍປັບປຸງກຳນົດເງື່ອນໄຂການປ່ອຍສິນເຊື່ອ. ສຸດທ້າຍແມ່ນ ເພື່ອຮັບປະກັນໃຫ້ໄດ້ຮັບຜົນປະໂຫຍດຢ່າງເຕັມສ່ວນຈາກຂະແໜງພະລັງງານໄຟຟ້າ, ສປປ.ລາວ ຕ້ອງຮັກສາ ແລະ ຊອກຫາຕະຫຼາດສຳລັບຂາຍພະລັງງານທີ່ພວມຂະຫຍາຍຕົວຢ່າງໄວວາ ແລະ ສ້າງລະບົບສາຍສົ່ງເພື່ອການສົ່ງອອກດັ່ງກ່າວ ຖ້າບໍ່ດັ່ງນັ້ນ, ອາດຈະມີຄວາມສ່ຽງກໍ່ໃຫ້ເກີດໜີ້ສິນຈຳນວນຫຼາຍໄດ້.

12. ໃນຂະນະທີ່ ສປປ.ລາວ ມີຜົນສຳເລັດທາງດ້ານການພັດທະນາທີ່ເຂັ້ມແຂງໃນໄລຍະທົດສະວັດທີ່ຜ່ນມາ, ມີການລົງທຶນຫຼາຍຂຶ້ນເຂົ້າໃນການພັດທະນາມະນຸດ, ໂດຍສະເພາະດ້ານການບໍລິການສາທາລະນະສຸກ ແມ່ນໄດ້ກຳນົດໃຫ້ເປັນບູລິມະສິດໜຶ່ງ. ແຕ່ວ່າງົບປະມານທັງໝົດສະໜັບສະໜູນໃຫ້ແກ່ຂະແໜງສາທາລະນະສຸກໃນ ສປປ.ລາວ ຍັງມີລັກສະນະທີ່ວ່າ ລາຍຈ່າຍຈາກລັດຖະບານຍັງຖືວ່າຕ່ຳ ເຊິ່ງເຮັດໃຫ້ລາຍຈ່າຍຈາກເງິນສ່ວນຕົວຂອງຄົນເຈັບ (OOP) ໃນການປິ່ນປົວສຸຂະພາບສູງ ແລະ ກໍ່ມີການເອື່ອຍອີງໃສ່ທຶນຊ່ວຍເຫຼືອຈາກຕ່າງປະເທດຫຼາຍ. ລາຍຈ່າຍທັງໝົດໃນຂະແໜງສາທາລະສະສຸກສະເລ່ຍຕໍ່ຫົວຄົນໃນລາວ ແມ່ນຕ່ຳສຸດໃນພາກພື້ນ ເຊິ່ງເຮັດໃຫ້ຄວາມຄືບໜ້າໃນການບັນລຸເປົ້າໝາຍທາງດ້ານສາທາລະນະສຸກມີຄວາມຊັກຊ້າ ເປັນຕົ້ນແມ່ນອັດຕາການຕາຍຂອງແມ່ ແລະ ເດັກ. ການໃຊ້ຈ່າຍເງິນສ່ວນຕົວໃນການປິ່ນປົວສຸຂະພາບສູງຄືດັ່ງກ່າວ ເຊິ່ງກວມເອົາ 39% ຂອງລາຍຈ່າຍໃນຂະແໜງສາທາລະນະສຸກທັງໝົດໃນປີ 2014 ໄດ້ເຮັດໃຫ້ຜູ້ທຸກຍາກບໍ່ຢາກມາຮັບການປິ່ນປົວໃນສະຖານບໍລິການ, ພ້ອມນັ້ນ ຍັງຫຼຸດຜ່ອນຄວາມອາດສາມາດໃນການກະຈາຍງົບປະມານໃນຂະແໜງສາທາລະສະສຸກນຳອີກ. ການສະໜອງງົບປະມານໃຫ້ແກ່ຂະແໜງສາທາລະນະສຸກຍັງເອື່ອຍອີງໃຫ້ການຊ່ວຍເຫຼືອຈາກຕ່າງປະເທດເປັນຫຼັກ ເຊິ່ງໃນໄລຍະຜ່ານມາເຫັນວ່າໄດ້ຫຼຸດລົງ. ບັນຫາເຫຼົ່າໜີ້ໄດ້ສ້າງຄວາມກົດດົນຕໍ່ການສະໜອງງົບປະມານຈາກພາກລັດ ແລະ ການປັບປຸງປະສິດທິຜົນຂອງລາຍຈ່າຍເພື່ອປັບປຸງການສະໜອງການບໍລິການຂອງລັດ. ເພື່ອບັນລຸເປົ້າໝາຍທາງດ້ານການປະກັນສຸຂະພາບທົ່ວສັງຄົມໃນ ສປປ.ລາວ ໃຫ້ໄດ້ພາຍໃນປີ 2025 ແມ່ນຮຽກຮ້ອງໃຫ້ເພີ່ມລາຍຈ່າຍລັດຖະບານໃຫ້ແກ່ການບໍລິການດ້ານສາທາລະນະສຸກໃຫ້ຫຼາຍກວ່າເກົ່າ ໂດຍສະເພາະແມ່ນສະໜອງງົບປະມານຈາກລາຍຮັບພາຍໃນ, ເພື່ອຫຼຸດຜ່ອນພາລະທາງດ້ານການເງິນໃຫ້ແກ່ຄົວເຮືອນ ແລະ ໃນພາວະທີ່ປະເທດມີຄວາມສ່ຽງເນື່ອງຈາກຄວາມບໍ່ແນ່ນອນຂອງການສະໜອງທຶນການຊ່ວຍເຫຼືອ ແລະ ການຊ່ວຍເຫຼືອດ້ານວິຊາການຈາກຕ່າງປະເທດ.

ດາວໂຫຼດ ເພື່ອອ່ານເພີ່ມ: ບົດລາຍງານເສດຖະກິດຂອງ ສປປ.ລາວ