3 ປີ ແຕກ 3 ເຂື່ອນ ແລ້ວຈະສ້າງຄວາມເຊື່ອໝັ້ນແນວໃດຕໍ່ປະຊາຊົນ ກັບເຂື່ອນທີ່ມີ ແລະ ກຳລັງກໍ່ສ້າງຢູ່ນັບຮ້ອຍ

ຈາກກະແສໃນສັງຄົມອອນລາຍ ກໍ່ຄືສັງຄົມຕົວຈິງຂະນະນີ້, ທີ່ເກີດເຫດສັນເຂື່ອນເຊປຽນ-ເຊນ້ຳນ້ອຍ ເມືອງປາກຊ່ອງ ແຂວງຈຳປາສັກແຕກຍະ ເຮັດໃຫ້ມວນນ້ຳມະຫາສານຖືກປ່ອຍອອກຈາກເຂື່ອນ ແລະ ໄຫຼເຂົ້າຖ້ວມເມືອງສະໜາມໄຊ ແຂວງອັດຕະປືຢ່າງກະທັນຫັນ ອັນໄດ້ສົ່ງຜົນກະທົບເປັນວົງກວ້າງຕໍ່ຊີວິດ, ຊັບສິນ, ຊັບພະຍາກອນທຳມະຊາດ ແລະ ລະບົບພື້ນຖານໂຄງລ່າງ.

ເຂື່ອນເຊປຽນ-ເຊນ້ຳນ້ອຍ ແມ່ນລະບົບເຂື່ອນທີ່ອ້າງເກັບນ້ຳໄດ້ເຊື່ອມຕໍ່ໃສ່ກັນ ຈາກຫ້ວຍໝາກຈັນ ລົງສູ່ເຂື່ອນເຊປຽນ, ຈາກເຂື່ອນເຊປຽນ ລົງສູ້ເຂື່ອນເຊນ້ຳນ້ອຍ ແລະ ອ້າງເກັບນ້ຳເຂື່ອນເຊນ້ຳນ້ອຍເປັນອ້າງເກັບນ້ຳທີ່ໃຫຍ່ທີ່ສຸດໃນລະບົບເຂື່ອນດັ່ງກ່າວ ດ້ວຍເນື້ອທີ່ 522 ຕາລາງກິໂລແມັດ ເຊິ່ງສັນເຂື່ອນທີ່ແຕກກໍ່ແມ່ນສັນກັ້ນອ້າງເກັບນ້ຳເຊນ້ຳນ້ອຍ.

ໂດຍໂຄງການເຂື່ອນເຊປຽນ-ເຊນ້ຳນ້ອຍ ໄດ້ເລີ່ມລົງມືກໍ່ສ້າງມານັບຕັ້ງແຕ່ທ້າຍປີ 2013 ແລະ ຄາດວ່າຈະສຳເລັດໃນຕົ້ນປີ 2019 ມີກຳລັງການຜະລິດ 410 ເມກາວັດ ໂດຍມີເຈົ້າຂອງໂຄງການແມ່ນບໍລິສັດໄຟຟ້າເຊປຽນ-ເຊນ້ຳນ້ອຍ ພາຍໃຕ້ການຮ່ວມຮຸ້ນຂອງ:
– ບໍລິສັດ SK Engineering and Construction (SK E) ຈາກປະເທດເກົາຫຼີໃຕ້ຖືຮຸ້ນ 26%,
– ບໍລິສັດ Korea Western Power (KOWEPO) ຈາກປະເທດເກົາຫຼີໃຕ້ ຖືຮຸ້ນ 25%,
– ບໍລິສັດ Generating Holding Public (RATCH) ຈາກປະເທດໄທ ຖືຮຸ້ນ 25%
– ລັດວິສາຫະກິດຖືຮຸ້ນລາວ (LHSE) ຖືຮຸ້ນ 24%

ດ້ວຍມູນຄ່າຂອງໂຄງການ 1,020 ລ້ານໂດລາສະຫະລັດ.

ເມື່ອຫວນຄືນກັບໄປເມື່ອວັນທີ 11 ກັນຍາ 2017 ທີ່ຜ່ານມາ ເຂື່ອນນ້ຳອ້າວ ເມືອງຜາໄຊ ແຂວງຊຽງຂວາງ ທີ່ມີກຳລັງການຜະລິດໄຟຟ້າ 15 ເມກາວັດ ໄດ້ແຕກ ແລະ ເຮັດໃຫ້ມວນນຳມະຫາສານໄຫຼລົງໃສ່ເມືອງທ່າໂທມ ແຂວງໄຊສົມບູນ ເຊິ່ງໄດ້ສ້າງຄວາມເສຍຫາຍເປັນວົງກວ້າງຕໍ່ຊັບສິນ, ສິ່ງແວດລ້ອມ ແລະ ລະບົບພື້ນຖານໂຄງລ່າງເຊັ່ນກັນ, ໂດຍເຂື່ອນດັ່ງກ່າວແມ່ນບໍລິສັດບໍ່ທອງອິນເຕີກຣຸບ ຈຳກັດ ເປັນເຈົ້າຂອງໂຄງການ ແລະ ໃນຂະນະທີ່ແຕກແມ່ນກຳລັງຢູ່ໃນຂັ້ນຕອນການກໍ່ສ້າງໄດ້ 80%.

ແລະ ປີກ່ອນໜ້ານັ້ນຄືວັນທີ 16 ທັນວາ 2016 ກໍ່ໄດ້ເກີດເຫດອຸບມົງໄຟຟ້າເຂື່ອນເຊກະໝານ 3 ແຕກ ເຮັດໃຫ້ນ້ຳໄຫຼຊຸຢ່າງຮຸນແຮງທີ່ບ້ານດາກຢຣັງ ເມືອງດາກຈຶງ ແຂວງເຊກອງ ໂດຍເຂື່ອນເຊກະໝານ 3 ແມ່ນມີກຳລັງການຜະລິດ 250 ເມກາວັດ ຕັ້ງຢູ່ເມືອງດາກຈຶງ ແຂວງເຊກອງ ໂດຍແມ່ນບໍລິສັດ Songda ຂອງຫວຽດນາມເປັນຜູ້ກໍ່ສ້າງ, ຂະນະທີ່ເຂື່ອນແຕກແມ່ນຢູ່ໃນໄລຍະການຜະລິດແລ້ວ ເພາະກໍ່ສ້າງສຳເລັດມາແຕ່ປີ 2014.

ດ້ວຍເຫດນີ້, ຈຶ່ງເປັນຄຳຖາມໃຫ້ກັບປະຊາຊົນທີ່ຖາມເຖິງມາດຕະຖານ-ເຕັກນິກໃນການກໍ່ສ້າງ ແລະ ການກວດສອບຄຸນນະພາບ ເພື່ອຄວາມປອດໄພແກ່ຊີວິດ, ຊັບສິນຂອງປະຊາຊົນ ແລະ ສິ່ງແວດລ້ອມໂດຍລວມວ່າ ໜ່ວຍງານໃດເປັນຜູ້ຮັບຜິດຊອບຕໍ່ບັນຫາດັ່ງກ່າວນີ້ ນອກຈາກນີ້ປະຊາຊົນຍັງຕ້ອງການຄຳຊີ້ແຈງເຖິງການຄຸ້ມຄອງມາດຕະຖານເຕັກນິກ, ຄວາມປອດໄພ ແລະ ຄວາມແໜ້ນໜາຂອງເຂື່ອນຕ່າງໆໂດຍສະເພາະແມ່ນທີ່ຢູ່ໃກ້ຊຸມຊົນຈາກໜ່ວຍງານທີ່ກ່ຽວຂ້ອງ.

ໂດຍອີງຕາມກົດໝາຍວ່າດ້ວຍໄຟຟ້າ ສະບັບເລກທີ 03/ສພຊ ລົງວັນທີ 20 ທັນວາ 2017 ມາດຕາທີ 35 ລະບຸວ່າ: ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ດຳເນີນທຸລະກິດໄຟຟ້າ ຕ້ອງຮັບປະກັນຄວາມປອດໄພຂອງການດຳເນີນງານ ແລະ ການບຳລຸງຮັກສາອຸປະກອນ ແລະ ສິ່ງປະກອບສ້າງດ້ານໄຟຟ້າຂອງວິສະວະກຳກໍ່ສ້າງໂຮງງານໄຟຟ້າເຊັ່ນ: ເຂື່ອນ, ອ່າງເກັບນ້ຳ, ອ້າງນ້ຳລົ້ນ, ໂຮງຈັກໄຟຟ້າ, ສາຍສົ່ງໄຟຟ້າ, ສະຖານນີໄຟຟ້າ, ສາຍຈຳໜ່າຍໄຟຟ້າ, ອຸປະກອນ ແລະ ສິ່ງປະກອບສ້າງດ້ານໄຟຟ້າ ລວມທັງຜູ້ຊົມໃຊ້ໄຟຟ້າ.

ເພື່ອຮັບປະກັນຄວາມປອດໄຟດັ່ງກ່າວ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ດຳເນີນທຸລະກິດໄຟຟ້າຕ້ອງສ້າງລະບຽບການກ່ຽວກັບຄວາມປອດໄຟໃນການດຳເນີນງານ ແລະ ການບຳລຸງຮັກສາຢ່າງສອດຄ່ອງກັບມາດຕະຖານເຕັກນິກໄຟຟ້າຂອງລາວ ແລ້ວນຳສະເໝີຕໍ່ຂະແໜງການພະລັງງານ ແລະ ບໍ່ແຮ່ ເພື່ອພິຈາລະນາຮັບຮອງ.

ດັ່ງນັ້ນ, ໃນເລື່ອງຂອງມາດຕະການເຕັກນິກຂອງເຂື່ອນຕ່າງໆໃນລາວ ແມ່ນຂະແໜງການພະລັງງານ ແລະ ບໍ່ແຮ່ເປັນໜ່ວຍງານຮັບຜິດຊອບໃນຈຸດນີ້ໂດຍກົງ.

ນອກຈາກນີ້ ຜູ້ມີສິດໃນການອະນຸມັດໂຄງການໄຟຟ້າຢູ່ ສປປ.ລາວ ແບ່ງອອກເປັນ 4 ຂະໜາດດັ່ງນີ້:

1. ໂຄງການໄຟຟ້າ ທີ່ມີກຳລັງຕິດຕັ້ງແຕ່ 100 ກິໂລວັດລົງມາ ແມ່ນເຈົ້າເມືອງ, ຫົວໜ້າເທດສະບານ ເປັນຜູ້ພິຈາລະນາອະນຸມັດ ຕາມການສະເໜີຂອງຫ້ອງການແຜນການ ແລະ ການລົງທຶນເມືອງ, ເທດສະບານ ໂດຍໄດ້ຮັບການເຫັນດີທາງດ້ານວິຊາການຂອງພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ນະຄອນຫຼວງ

2. ໂຄງການໄຟຟ້າ ທີ່ມີກຳລັງຕິດຕັ້ງສູງກວ່າ 100 ກິໂລວັດ ຫາ 15 ເມກາວັດ ແມ່ນເຈົ້າແຂວງ, ເຈົ້າຄອງນະຄອນ ເປັນຜູ້ພິຈາລະນາອະນຸມັດ ຕາມການສະເໜີຂອງພະແນກແຜນການ ແລະ ການລົງທຶນແຂວງ, ນະຄອນ ໂດຍໄດ້ຮັບການເຫັນດີທາງດ້ານວິຊາການຂອງກະຊວງພະລັງງານ ແລະ ບໍ່ແຮ່

3. ໂຄງການໄຟຟ້າ ທີ່ມີກຳລັງຕິດຕັ້ງສູງກວ່າ 15 ເມກາວັດ ຫາ 100 ເມກາວັດ ແມ່ນລັດຖະບານເປັນຜູ້ພິຈາລະນາອະນຸມັດ ຕາມການສະເໜີຂອງກະຊວງແຜນການ ແລະ ການລົງທຶນ ໂດຍໄດ້ຮັບການເຫັດດີດ້ານວິຊາການຂອງກະຊວງພະລັງງານ ແລະ ບໍ່ແຮ່

4. ໂຄງການໄຟຟ້າ ທີ່ມີກຳລັງຕິດຕັ້ງສູງກວ່າ 100 ເມກາວັດ ຂຶ້ນໄປ ຫຼື ມີອ້າງເກັບນ້ຳທີ່ມີເນື້ອທີ່ຫຼາຍກວ່າ 10,000 ເຮັກຕາຂຶ້ນໄປ ຫຼື ມີຜົນກະທົບຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ທຳມະຊາດຢ່າງຫຼວງຫຼາຍ ແມ່ນຄະນະປະຈຳສະພາແຫ່ງຊາດເປັນຜູ້ພິຈາລະນາອະນຸມັດຕາມການສະເໜີຂອງລັດຖະບານ.